ວັນທີ 13 ຕຸລາ 2022, ໜ່ວຍພັກພະແນກແຜນການ ແລະ ການລົງທຶນແຂວງ ອັດຕະປື ໄດ້ຈັດພິທີຮັບສະມາຊິກພັກໃໝ່, ຢູ່ທີ່ຫ້ອງປະຊຸມຂອງພະແນກ. ໂດຍການເປັນປະທານ ຂອງສະຫາຍ ນ. ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີສະຫາຍ ສູນນະຄອນ ແກ້ວວຽງຄຳ ກຳມະການພັກແຂວງ, ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ສະຫາຍເລຂາໜ່ວຍພັກ, ຄະນະໜ່ວຍພັກ, ແຂກຖືກເຊີນ ພ້ອມດ້ວຍສະມາຊິກພັກສົມບູນ-ສຳຮອງ ເຂົ້າຮ່ວມ.
ໃນພິທີ ສະຫາຍ ຄຳໃບ ໄຊຍະແສງ ເລຂາໜ່ວຍພັກ, ຫົວໜ້າສູນສະຖິຕິ ພະແນກແຜນການ ແລະ ການລົງທຶນແຂວງ ກໍ່ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ສະບັບເລກທີ 366 /ຄປພຂ, ລົງວັນທີ 22 ກັນຍາ 2022, ວ່າດ້ວຍການອະນຸມັດສະມາຊິກພັກສຳຮອງເລື່ອນຂຶ້ນສົມບູນ. ຈຳນວນ 5 ສະຫາຍ, ຍິງ 3 ສະຫາຍ, ພ້ອມທັງສຳພັດມືເພື່ອເປັນການຮັບເອົາສະມາຊິກພັກໃໝ່ຢ່າງເປັນທາງການ.
ໃນໂອກາດນີ້ ສະຫາຍ ນ. ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກທີ່ມີຄວາມເອົາໃຈໃສ່ໃນການກໍ່ສ້າງມະຫາຊົນເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ ແລະ ຕີລາຄາສູ່ງຕໍ່ບັນດາສະຫາຍສະມາຊິກພັກໃໝ່ທີ່ໄດ້ບຸກບືນຕົນເອງ ຈາກມະຫາຊົນຜູ້ດີເດັ່ນກ້າວໜ້າເຂົ້າເປັນສະມາຊິກພັກ, ພ້ອມທັງເນັ້ນໜັກ ໃຫ້ມີຄວາມເອົາໃຈໃສ່ປະຕິບັດຕໍ່ກົດລະບຽບຂອງພັກປະຊາຊົນປະຕິວັດລາວ ໂດຍສະເພາະ 11 ຂໍ້ຫ້າມສຳລັບສະມາຊິກພັກ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນທົ່ວໄປ, ຕັ້ງໜ້າຊອກຮູ້ຮໍ່າຮຽນ, ຍົກສູງລະດັບຄວາມຮູ້-ຄວາມສາມາດ, ຝຶກຝົນຫຼໍຫຼອມຕົນເອງໃຫ້ກາຍເປັນສະມາຊິກພັກຜູ້ທີ່ດີເດັ່ນຂອງພັກ ແລະ ຂອງພະແນກ.
![]() | ມື້ນີ້ | 303 |
![]() | ມື້ວານນີ້ | 131 |
![]() | ອາທິດນີ້ | 951 |
![]() | ເດືອນນີ້ | 518 |
![]() | ທັງໝົດ | 211693 |
ມີ 11 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌