ອັດຕະປື ກະກຽມຄວາມພ້ອມຫລາຍດ້ານ ເພື່ອການສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ.
ວັນທີ 2 ກັນຍາ 2022; ແຂວງອັດຕະປື ຈັດຕັ້ງພິທີປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 20 ປີ (9/9/2002 - 9/9/2022). ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງ. ໂດຍການເປັນປະທານ ຂອງທ່ານ ນ. ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີທ່ານ ພົນຈັດຕະວາ ກັນໄຍ ໄຊຍະສິດ ຄະນະບໍລິຫານງານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ປະທານສະຫະພັນນັກຮົບເກົ່າແຂວງ, ມີຄະນະໝ່ວຍອົງການຈັດຕັ້ງມະຫາຊົນ ກຳມະບານ, ຊາວໜຸ່ມ ແລະ ແມ່ຍິງ ພ້ອມດ້ວຍສະມາຊິກ ເຂົ້າຮ່ວມທັງໝົດ 430 ທ່ານ, ຍິງ 222 ທ່ານ.
ວັນທີ 31 ສິງຫາ 2022 ຢູ່ຫໍປະຊຸມໃຫຍ່ຂອງເມືອງ ຄະນະໂຄສະນາອົບຮົມເມືອງ ສົມທົບກັບ ຫ້ອງການແນວລາວສ້າງຊາດເມືອງ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອວັນຢຶດອຳນາດ 23 ສິງຫາ 1945 ຄົບຮອບ 77 ປີ ແລະ ຄົບຮອບ 47 ປີ ແລະ ວັນສ້າງຕັ້ງແນວລາວສ້າງຊາດ 13 ສິງຫາ 1950 ຄົບຮອບ 72 ປີ. ໂດຍພາຍໃຕ້ເປັນກຽດບັນຍາຍເອກະສານ ຂອງສະຫາຍ ສູວັນສີ ແກ້ວວິເສີດ ກຳມະການພັກແຂວງ, ເລຂາພັກເມືອງເຈົ້າເມືອງໆຊານໄຊ ແລະ ສະຫາຍ ບົວຄຳຮຽງລະເຢ ຄະນະປະຈຳພັກເມືອງ, ຫົວໜ້າ ຄະນະໂຄສະນາອົບຮົມເມືອງ ເຂົ້າຮ່ວມມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫ້ອງການ, ກອງບັນຊາການທະຫານ-ຕຳຫຼວດ, ພ້ອມດ້ວຍສະມາຊິກພັກ, ພະນັກງານ-ລັດຖະກອນ, ພະນັກງານບໍານານຫຼັກແຫຼ່ງ ແລະ ບ້ານ ເຂົ້າຮ່ວມທັງໝົດ 118 ທ່ານ, ຍິງ 34 ທ່ານ, ສະມາຊິກພັກ 92 ສະຫາຍ, ຍິງ 26 ສະຫາຍ.
ໃນລະຫວ່າງວັນທີ 22 – 23 ສິງຫາ 2022 ທີ່ຜ່ານມານີ້ ຄະນະນຳຂັ້ນສູງ ນຳໂດຍ ທ່ານ ເລັດ ໄຊຍະພອນ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງໆ ອັດຕະປື ພ້ອມດ້ວຍຄະນະ ໄດ້ສໍາເລັດພາລະກິດຢ້ຽມຢາມ ແລະ ເຮັດວຽກທີ່ແຂວງ ກວາງນາມ ປະເທດ ສສ ຫວຽດນາມ ໃນພາກເຊົ້າ ຂອງວັນທີ 22 ສິງຫາ 2022 ໂດຍການຕ້ອນຮັບຢ່າງອົບອຸ່ນຂອງ ສະຫາຍ ຟານ ຫວຽດ ເກື່ອງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ເລຂາພັກແຂວງ, ປະທານ ສະພາປະຊາຊົນແຂວງ ພ້ອມດ້ວຍຄະນະຜູ້ແທນຂອງແຂວງກວາງນາມໃຫ້ການຕ້ອນຮັບ ແລະ ໄດ້ຈັດກອງປະຊຸມຂື້ນທີ່ຫ້ອງວ່າການແຂວງ ກວາງນາມ ປະເທດ ສສ ຫວຽດນາມ.
![]() | ມື້ນີ້ | 375 |
![]() | ມື້ວານນີ້ | 145 |
![]() | ອາທິດນີ້ | 509 |
![]() | ເດືອນນີ້ | 1061 |
![]() | ທັງໝົດ | 287208 |
ມີ 33 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌