ວັນທີ 17 ຕຸລາ 2023; ຄະນະໂຄສະນາອົບຮົມແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມທົ່ວແຂວງ ປະຈຳ 9 ເດືອນ ແລະ ທິດທາງ 3 ເດືອນທ້າຍປີ 2023, ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ. ໂດຍການເປັນປະທານຂອງທ່ານ ບຸນຮອນ ໄຊຍະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະ, ຫົວໜ້າ-ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ, ຫົວໜ້າ-ຮອງຫົວໜ້າຂະແໜງ, ພ້ອມດ້ວຍວິຊາການພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມ.
ວັນທີ 30 ກັນຍາ 2023, ຄະນະນຳແຂວງອັດຕະປື ນໍາໂດຍ ທ່ານ ປອ ຄອນສະຫງ່າ ພິມມະສອນ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມຄະນະນຳຂັ້ນແຂວງ ແລະ ຄະນະນຳຂັ້ນເມືອງສະໜາມໄຊ, ໄດ້ຕ້ອນຮັບ ທ່ານ ຄຳກອງ ທຳມະເທວາ ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ປອ ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ ພ້ອມດ້ວຍຄະນະຮັບຜິດຊອບ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ແຂວງອັດຕະປື, ເພື່ອເກັບກໍາຂໍ້ມູນຮ່ອງຮອຍປະຫວັດສາດ ການເຄື່ອນໄຫວຂອງ ປະທານ ຄຳໄຕ ສີພັນດອນ ຢູ່ຖານທີ່ໝັ້ນການປະຕິວັດເຂດໃຕ້ ບ້ານອຸດົມໄຊ (ເຈັງເຫະ) ເມືອງສະໜາມໄຊ ແຂວງອັດຕະປື.
ກອງປະຊຸມຮັບການສ່ອງແສງ ສະພາບແນວຄິດ-ຫາງສຽງສັງຄົມ ຢູ່ແຂວງອັດຕະປື, ໄດ້ຈັດຂຶ້ນໃນວັນທີ 25 ກັນຍາ 2023 ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ, ໂດຍການເປັນປະທານຮ່ວມຂອງທ່ານ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີທ່ານນາງ ມີນາ ພອນ ໄຊສົມພູ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງອັດຕະປື, ມີຫົວໜ້າໂຄສະນາອົບຮົມແຂວງ, ຄະນະຕາໜາງ ເພື່ອນຮ່ວມງານເກັບກຳສະພາບແນວຄິດ-ຫາງສຽງສັງຄົມຂັ້ນແຂວງ ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ວັນທີ 4 ກັນຍາ 2023; ຢູ່ທີ່ຫ້ອງ 214 ສໍານັກງານອົງການປົກຄອງແຂວງອັດຕະປື; ໄດ້ຈັດກອງປະຊຸມປຶກສາຫາລືກະກຽມການສະເຫຼີມສະຫຼອງວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ( 8/2/1924-8/2/2024 ) ແລະ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ( 20/1/1949 – 20/1/2024). ໂດຍການເປັນປະທານ ຂອງທ່ານ ຄໍາບຸນ ດວງພະບາງ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ທັງເປັນຫົວໜ້າຄະນະຊີ້ນໍາການສະເຫຼີມສະຫຼອງວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ຂັ້ນແຂວງ, ມີຄະນະຮັບຜິດຊອບຊີ້ນຳການກະກຽມສະເຫຼີມສະຫຼອງ 2 ວັນດັ່ງກ່າວ ເຂົ້າຮ່ວມ.
ວັນທີ 31 ສິງຫາ 2023; ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງ, ພະແນກພະລັງງານ - ບໍ່ແຮ່ແຂວງອັດຕະປື ແລະ ລັດວິສາຫະກິດໄຟຟ້າສາຂາແຂວງອັດຕະປື ໄດ້ຈັດພິທີ ປາຖະກະຖາວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 73 ປີ, ວັນຢຶດອໍານາດ 23 ສິງຫາ ຄົບຮອບ 78 ປີ ແລະ ຄົບຮອບ 48 ປີ , ວັນຄ້າຍວັນເກີດຂອງ ປະທານ ສຸພານຸວົງ ຄົບຮອບ 114 ປີ, ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ ແລະ ເຜີຍແຜ່ແນະນໍາແຜນວຽກດ້ານວິຊາສະເພາະຕາມສິດພາລະບົດບາດ ໃນການກະກຽມຄວາມພ້ອມຮັບໃຊ້ກອງປະຊຸມ CLV ທີ່ແຂວງອັດຕະປືຈະເປັນເຈົ້າພາບ. ໂດຍພາຍໃຕ້ການເປັນຄະນະປະທານ ຂອງທ່ານ ສອນສົມສັກ ບຸນຍະແສງ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າລັດວິສາຫະກິດໄຟຟ້າລາວສາຂາແຂວງ, ທ່ານ ດາວວັນ ຫຼວງອາໄພ ຮອງເລຂາໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ທ່ານ ສົມຫວັງ ສີລາເພັດ ຄະນະພັກຮາກຖານ, ຮອງຫົວໜ້າພະແນກພະລັງງານ - ບໍ່ແຮ່ແຂວງ, ມີຄະນະ, ຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ພະນັກງານ-ລັດຖະກອນ ທັງສອງພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ.
![]() | ມື້ນີ້ | 352 |
![]() | ມື້ວານນີ້ | 145 |
![]() | ອາທິດນີ້ | 486 |
![]() | ເດືອນນີ້ | 1038 |
![]() | ທັງໝົດ | 287185 |
ມີ 33 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌