ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມກອງປະຊຸມ ແນະນຳວຽກງານການຕິດຕາມ, ກວດກາໂຄງການພັດທະນາທີ່ເມືອງສະໜາມໄຊ ຕາມທິດສ້າງສັງຄົມນິຍົມແຕ່ຮາກຖານຂື້ນມາ.
ຕອນບ່າຍຂອງວັນທີ 24/09/2020 ທ່ານ ດາວວັນ ຫຼວງອາໄພ ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ເຂົ້າຮ່ວມກອງປະຊຸມ ແນະນຳວຽກງານການຕິດຕາມ, ກວດກາໂຄງການພັດທະນາທີ່ເມືອງສະໜາມໄຊ ຕາມທິດສ້າງສັງຄົມນິຍົມແຕ່ຮາກຖານຂື້ນມາ, ພາຍໃຕ້ການເປັນປະທານຂອງ ທ່ານ ບຸນຮຽນ ແກ້ວບົວພາດ ຄະນະປະຈຳພັກແຂວງ ປະທານ ກວດກາພັກ-ລັດແຂວງ, ມີບັນດາພະແນກການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ແລະ ນາຍບ້ານເຂົ້າຮ່ວມຈຳນວນທັງໝົດ 60 ທ່ານ, ຍິງ 6 ທ່ານ.
ພິທີດັ່່ງກ່າວ ທ່ານ ບຸນຮຽນ ແກ້ວບົວພາດ ຄະນະປະຈຳພັກແຂວງ ປະທານກວດກາພັກ - ລັດແຂວງ ໄດ້ຍັງໄດ້ອະທິບາຍວ່າ ສັງຄົມນິຍົມແມ່ນສ້າງຂື້ນບົນພື້ນຖານກຳມະສິດຂອງລັດ ແລະ ລວມໝູ່, ສະນັ້ນ ຢູ່ໃນສັງຄົມຈະບໍ່ມີຊົນຊັ້ນ ບໍ່ມີການກົດຂີ່ຂູດຮີດ, ບໍ່ມີສະພາວະຫຼຸດໂຕນກັນ ດ້ານລາຍໄດ້ ລະຫວ່າງຜູ້ອອກແຮງງານ ດ້ວຍມັນສະໝອງ ແລະ ອອກແຮງງານດ້ວຍຕີນມື ກໍຄືລະຫວ່າງຕົວເມືອງກັບຊົນນະບົດ; ທຸກຄົນອອກແຮງງານຕາມຄວາມສາມາດ ແລະ ໄດ້ຮັບສ່ວນແບ່ງຕາມໝາກຜົນການອອກແຮງງານ; ສະຫວັດດີການສັງຄົມນັບມື້ນັບເພີ່ມຂື້ນ ຕາມລຳດັບການຂະຫຍາຍຕົວທາງເສດຖະກິດ; ທຸກຄົນໃນສັງຄົມ ດຳລົງຊີວິດຢ່າງມີເສລີພາບ ແລະ ມີເງື່ອນໄຂຂະຫຍາຍຕົວຢ່າງຮອບດ້ານ. # ໂດຍ: ສົມໝາຍ ສີຍາລາດ