ກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກວ້າງ ຄັ້ງ​ທີ 14 ສະ​ໄໝທີ XI ຢ່າງເປັນທາງການ.

 

ໃນວັນທີ 4 ສິງຫາ 2025ນີ້, ແຂວງອັດຕະປືໄດ້ຈັດກອງປະຊຸມຄົບ​ຄະ​ນະ​ບໍລິຫານງານພັກ​ແຂວງ ເປີດກວ້າງ ຄັ້ງ​ທີ14 ສະ​ໄໝ​ທີ XI ຢ່າງເປັນທາງການ. ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ຫໍປະຊຸມໃຫຍ່ຂອງແຂວງອັດຕະປື, ໂດຍການເປັນປະທານຂອງ ສະ​ຫາຍ ຄໍາບຸນ ດວງພະບາງ ຮອງເລຂາພັກແຂວງ (ຜູ້ປະຈໍາການເລຂາພັກແຂວງ) ,ມີບັນ​ດາ​ສະ​ຫາຍ ອາ​ດີດ​​ການ​ນຳຂອງ​ແຂວງ​, ບັນດາສະຫາຍ ຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ບັນດາສະຫາຍ ກໍາມະການພັກແຂວງ, ບັນ​ດາ​ສະ​ຫາຍ ເລ​ຂາ​ຄະ​ນະ​ພັກ​ຮາກ​ຖານ, ເລ​ຂາໜ່ວຍ​ພັກ, ຫົວ​ໜ້າ​ພະ​ແນກ​ການອ​ອ້ມ​ຂ້າງ​ແຂວງ, ຄະ​ນະພັກ​ກອງ​ບັນ​ຊາ​ການປກ​ຊ, ປກ​ສ ແຂວງເຂົ້າຮ່ວມ.

ສະ​ຫາຍ ຄໍາບຸນ ດວງພະບາງ ຮອງເລຂາພັກແຂວງ (ຜູ້ປະຈໍາການເລຂາພັກແຂວງ)ໄດ້ກ່າວໄຂກອງປະຊຸມຄັ້ງວ່າ: ໂດຍປະຕິບັດຕາມກົດລະບຽບພັກປະຊາຊົນປະຕິວັດລາວ ແລະ ແຜນດໍາເນີນງານ ຂອງອົງຄະນະພັກແຂວງ ຄັ້ງທີ XI ກອງ​ປະ​ຊຸມຄົບ​ຄະ​ນະ ​ບໍ​ລິ​ຫານ​ງານ​ພັກ​ແຂວງ ເປີດກວ້າງ ຄັ້ງ​ທີ14 ສະ​ໄໝ​ທີ XI ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ເວົ້າ​ລວມ, ເວົ້າ​ສະ​ເພາະແຂວງ​ອັດ​ຕະ​ປື ພວມຂຸ້ນຂ້ຽວຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງ ແລະ ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ 5 ປີ ຄັ້ງ​ທີ IX ຂອງ​ແຂວງ ໄລ​ຍະ​ມ້ວນທ້າຍ; ຄຽງຄູ່ກັບການອອກແຮງແຂ່ງຂັນ ສ້າງຜົນງານ, ສ້າງຂະບວນການດ້ານຕ່າງໆ ເພື່ອຂໍ່ານັບຮັບຕ້ອນການ​​ກະ​ກຽມ ແລະ ດຳ​ເນີນກອງ​ປະ​ຊຸມ​ໃຫຍ່ 3 ຂັ້ນ​ຂອງ​ພັກແຂວງ, ໂດຍສະເພາະ ການກະກຽມຂໍ່ານັບຮັບຕ້ອນໃຫ້ແກ່ກອງປະຊຸມໃຫຍ່ ຜູ້ແທນ ອົງຄະນະພັກແຂວງ ຄັ້ງທີ XII ທີ່ຈະໄຂຂຶ້ນໃນເວລາອັນໃກ້ນີ້ ແລະ ການກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດ ຢ່າງເປັນຂະບວນຟົດຟື້ນ ກວ້າງຂວາງ ແລະ ມີ​ຜົນ​ສຳ​ເລັດຢ່າງຕໍ່ເນື່ອງ; ພ້ອມດຽວກັນນັ້ນ, ບັນດາອົງຄະນະພັກ, ຮາກຖານພັກອອ້ມຂ້າງແຂວງ ແລະ ເມືອງ ທີ່ສໍາເລັດກອງປະຊຸມໃຫຍ່ແລ້ວ ກໍ່ໄດ້ສຸມໃສ່ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຂັ້ນຂອງຕົນ ຢ່າງເປັນເຈົ້າການ; ຮາກຖານພັກທີ່ບໍ່ທັນສໍາເລັດ ກໍ່ໄດ້ຂຸ້ນຂ້ຽວ ກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຂັ້ນຕົນ, ຊຶ່ງເຮັດໃຫ້ຫຼາຍຮາກຖານມີຜົນສໍາເລັດເປັນກ້າວໆ;


​​​​​ໃນໄລຍະ 6 ເດືອນຜ່ານ​ມາ, ພາຍໃຕ້ການ​ນຳ​ພາ-​ຊີ້​ນຳ ຂອງຄະນະບໍລິຫານງານພັກແຂວງ ເຫັນວ່າມີຫຼາຍ​ວຽກງານທີ່ສໍາຄັນ ໄດ້ຮັບການແກ້ໄຂ ແລະ ມີຜົນສຳເລັດ ໂດຍສະເພາະທົ່ວແຂວງ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ປອດໄພ, ພື້ນຖານເສດຖະກິດ-ສັງຄົມ ຂະຫຍາຍຕົວຕໍ່ເນື່ອງ, ຄວາມທຸກຍາກຂອງປະຊາຊົນ ໄດ້ຮັບການແກ້ໄຂຢ່າງຕັ້ງ ໜ້າ, ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກແຂວງ ມີຄວາມຄືບໜ້າ ແລະ ຫຼາຍຮາກຖານພັກສໍາເລັດກອງປະຊຸມໃຫຍ່ຂອງຕົນ, ການພົວພັນ, ຮ່ວມມືກັບຕ່າງປະເທດ, ອົງການຈັດຕັ້ງສາກົນ ແລະ ອື່ນໆ ໄດ້ຮັບການເສີມຂະ ຫຍາຍຢ່າງຕັ້ງໜ້າ; ຂະນະດຽວກັນນັ້ນ, ພວກ​ເຮົ​າ​ຍັງ​​ປະ​ເຊີນ ກັບປະ​ກົດ​ການຫຍໍ້​ທໍ້ ​​ແລະ ສິ່ງ​ທ້າ​ທາຍຫຼາຍ​ຢ່າງ​ ທີ່​ເຄັ່ງ​ຮ້ອນ ເປັນຕົ້ນ: ບັນຫາເສດຖະກິດມະຫາພາກຍັງບອບບາງ, ບັນຫາອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າເໜັງຕີງສູງ, ບັນຫາຢາເສບຕິດ, ການລັກລອບຊັບພະຍາ ກອນທໍາມະຊາດ, ບັນຫາທີ່ດິນ, ແຮ່ທາດ ແລະ ອື່ນໆ.ຊຶ່ງ​ບັນ​ຫາດັ່ງ​ກ່າວນີ້ ພວກ​ເຮົາ​ໄດ້​ຕັ້ງ​ໜ້າແກ້​ໄຂ ແລະ ພ້ອມ​ກັນອົດທົນຜ່ານຜ່າ, ​ດ້ວຍ​ຄວາມ​ສາ​ມັກ​ຄີ​ອັນ​ໜັກ​ແໜ້ນ ແລະ ຄວາມເອົາໃຈໃສ່ ຂອງບັນດາສະຫາຍ ປະ​ຕິ​ບັດ​​ພາ​ລະ​ບົດ​ບາດ, ສິດ ແລະ ໜ້າ​ທີ່​ຂອງຕົນ ຕັ້ງໜ້າແກ້ໄຂບັນຫາຕ່າງໆ.

ກອງ​ປະ​ຊຸມ​ຄົບ​ຄະ​ນະ​ບໍ​ລິ​ຫານ​ງານ​ພັກ​ແຂວງ​ ເປີດກວ້າງ ຄັ້ງ​ທີ14 ສະ​ໄໝທີ XI ຄັ້ງ​ນີ້, ແມ່ນຈະໄດ້ສະຫຼຸບ​ຕີ​ລາ​ຄາ​ຄືນ ​ການ​ເຄື່ອນ​ໄຫວ​ນຳ​ພາ-ຊີ້​ນຳ​ວຽກ​ງານ​ຮອບ​ດ້ານ​ ຂອງ​ອົງ​ຄະ​ນະ​ພັກ​ແຂວງ, ການນໍາພາ-ຊີ້ນໍາ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ແລະ ງົບ​ປະ​ມານ, ການກໍ່ສ້າງຮາກຖານການເມືອງ ແລະ ຮັບຟັງລາຍງານ ຕິດຕາມຫາງສຽງສັງຄົມ ໄລຍະ 6 ເດືອນ ຕົ້ນປີ2025 ແລະ ທິດ​ທາງ​ແຜນ​ການ​ໃນຕໍ່ໜ້າ, ຮັບຟັງການຜ່ານບົດສໍາຫຼວດນໍາພາລວມ ຂອງຄະນະບໍລິຫານງານພັກແຂວງ ໄລຍະ 6 ເດືອນຕົ້ນປີ; ​ພ້ອມກັນນັ້ນ, ຍັງຈະໄດ້ພ້ອມກັນຄົ້ນຄວ້າ ປຶກສາຫາລື ແລະ ປະກອບຄວາມຄິດ ຄວາມເຫັນ ຕໍ່ເນື້ອໃນຕົ້ນຕໍ ຂອງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ XII ເປັນຕົ້ນ: ຮ່າງລາຍງານການເມືອງ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X, ຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກແຂວງ ສະໄໝທີXI ແລະ ຈະໄດ້ດຳ​ເນີນ​​ການສຳຫຼວດກວດ​ກາ​ພາຍ​ໃນ​ຄະ​ນະ​ບໍລິຫານງານພັກແຂວງຕື່ມອີກ.


ພ້ອມນີ້ທ່ານຍັງໄດ້ຮຽກຮ້ອງມາຍັງບັນ​ດາ​ສະ​ຫາຍ ຜູ້​ແທນກອງ​ປະ​ຊຸມ ຈົ່ງພ້ອມກັນຍົກສູງ ຄວາມຮັບຜິດ ຊອບ ການເມືອງຂອງຕົນ, ເຮັດ​ໜ້າ​ທີ່​ໃນ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ນີ້​ ຢ່າງ​ສຸດກົກສຸດປາຍ ແລະ ເອົາໃຈໃສ່ຄົ້ນຄວ້າປືກສາຫາລື, ປະ​ກອບຄວາມຄິດຄວາມເຫັນ ຕໍ່​ແຕ່​ລະເນື້​ອ​ໃນ ແຕ່ລະວຽກ​ງານ, ບັນ​ຫາ​ແຕ່​ລະ​ດ້ານ​ ໃຫ້​ຈະ​ແຈ້ງ, ເລີກເຊິ່ງ ແລະ ​ສອດ​ຄ່ອງ​ຕາມ​ຕົວ​ຈິງ, ພ້ອມທັງມີທາງອອກ ແລະ ມາດຕະການຈັດຕັ້ງປະຕິບັດໃຫ້ເປັນລະບົບ ແລະ ມີຜົນສໍາເລັດ; ເພື່ອ​ຮັບປະກັນເຮັດ​ໃຫ້ການ​ດຳ​ເນີນກອງ​ປະ​ຊຸມຄັ້ງນີ້ ມີຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້;
ກອງ​ປະ​ຊຸມ ​ຄົບ​ຄະ​ນະ​ບໍ​ລິ​ຫານ​ງານ​ພັກ​ແຂວງ​ ເປີດກວ້າງ ຄັ້ງ​ທີ 14 ສະ​ໄໝທີ XI ແມ່ນຈະດຳເນີນເປັນເວລາ 3ວັນ 4-6ສິງຫາ2025ຈຶ່ງຈະສໍາເລັດ.
ຂ່າວ:ມະນີວອນ

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa