
ວັນທີ 18 ມີນາ 2026 ນີ້ ທີ່ຫໍປະຊຸມໃຫຍ່ແຂວງ ຄະນະຈັດຕັ້ງ ແຂວງອັດຕະປື ໄດ້ຈັດກອງປະຊຸມຊຸກຍູ້, ຕິດຕາມວຽກງານບໍລິຫານລັດ, ໂດຍການເປັນປະທານຂອງທ່ານ ນາງ ດວງໄຊ ສີວົງສາ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ມີທ່ານ ນາງ ແພງພັນ ດວງປະຊາ ຮອງຫົວໜ້າກົມພັດທະນາບໍລິຫານລັດ ຄະນະຈັດຕັ້ງສູນກາງພັກ, ພ້ອມດ້ວຍ ພະແນກການອ້ອມຂ້າງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນທີ່ປະຊຸມ ໄດ້ຮັບຟັງການລາຍງານສະພາບການປັບປຸງກົງຈັກການຈັດຕັ້ງ, ປັບປຸງພາລະບົດ ບາດ ຂອງບັນດາພະແນກການ, ອົງການທຽບເທົ່າອ້ອມຂ້າງແຂວງ ແລະ ຫ້ອງການຂັ້ນເມືອງ, ຊຶ່ງພາຍຫຼັງຄະນະປະຈຳພັກແຂວງ ໄດ້ຜັນຂະຫຍາຍນິຕິກຳຂອງສູນກາງມາເປັນນິຕິກຳຂອງແຂວງສຳເລັດ, ຄະນະປະຈຳພັກແຂວງໄດ້ຮຽກໂຮມບັນດາພາກສ່ວນກ່ຽວຂ້ອງ ເພື່ອດໍາເນີນກອງປະຊຸມ ປຶກສາຫາລືວຽກງານ ປັບປຸງກົງຈັກການຈັດຕັ້ງແຂວງອັດຕະປື ພ້ອມທັງມອບໝາຍໃຫ້ບັນດາສະຫາຍຄະນະປະຈຳພັກແຂວງ ທີ່ໄດ້ຖືກແບ່ງຄວາມຮັບຜິດຊອບ ລົງເຄື່ອນໄຫວນໍາພາສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານຢູ່ບັນດາພະແນກການ, ອົງການຂັ້ນແຂວງ ແລະ ຫ້ອງການ, ອົງການຂັ້ນເມືອງ ທີ່ຖືກໂຮມ, ຍຸບ, ໂອນເຂົ້າກັນ.

ປັດຈຸບັນໄດ້ສໍາເລັດ ການປັບປຸງກົງຈັກການຈັດຕັ້ງ ພາລະບົດບາດສິດ, ໜ້າທີ່ໃນການເຄື່ອນ ໄຫວຂອງບັນດາພະແນກການ ແລະ ອົງການທຽບເທົ່າທີ່ແຂວງຄຸ້ມຄອງ ໃນປີ 2025 ປະກອບມີ: ບັນດາພະແນກການ, ອົງການທຽບເທົ່າອ້ອມຂ້າງແຂວງລວມທັງໝົດ 25 ພາກສ່ວນ, (ບໍ່ໄດ້ນັບ 2 ກໍາລັງ ແລະ ສານປະຊາຊົນແຂວງ, ໄອຍະການແຂວງ), ສາມາດຈັດຕັ້ງປະຕິບັດສຳເລັດການປັບປຸງພາລະບົດບາດໄປແລ້ວ 21 ພາກສ່ວນ, ຍັງ 4 ພາກສ່ວນ ບໍ່ທັນສຳເລັດ, ການປັບປຸງກົງ ຈັກຊ່ວຍວຽກ (ຈໍານວນຂະແໜງ) ຂັ້ນແຂວງໃນປີ 2025 ມີ 154 ຂະແໜງ, 2 ກອງ, ຖ້າທຽບໃສ່ປີ 2024 ມີຈໍານວນ 170 ຂະແໜງ, 5 ກອງ, 4 ສູນ, ເຫັນວ່າ: ກົງຈັກຊ່ວຍວຽກຂັ້ນແຂວງ ຫຼຸດລົງ 16 ຂະແໜງ, 3 ກອງ, 4 ສູນ. ພາກສ່ວນກົງຈັກສ້າງໃໝ່ມີ 4 ພາກສ່ວນຄື: ສ້າງຕັ້ງຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ (ທຽບເທົ່າກັບພະແນກການອອ້ມຂ້າງ ແຂວງ) ປະກອບມີ 3 ຂະແໜງ, ສ້າງຕັ້ງໄອຍະການປະຊາຊົນເຂດ 1 ປະກອບມີ 5 ໜ່ວຍງານ, ສ້າງຕັ້ງສານປະຊາຊົນເຂດ 1 ປະກອບມີ 4 ຄະນະສານ, 2 ໜ່ວຍງານ, ຍົກຖານະບົດບາດ່ານສາກົນພູເກືອ ຂຶ້ນທຽບເທົ່າພະແນກ ປະກອບມີ 4 ຂະແໜງ.

ມາຮອດປັດຈຸບັນນີ້ ການປັບປຸງພາລະບົດບາດຂອງບັນດາພະແນກການທີ່ຖືກຍຸບໂຮມ, ໂອນວຽກເຂົ້າກັບພາກສ່ວນອື່ນ ໃນຈໍານວນເປົ້າໝາຍ 6 ພະແນກການ ແມ່ນໄດ້ປັບປຸງພາລະບົດບາດສໍາເລັດໄປແລ້ວ 3 ພາກສ່ວນ, ຍັງບໍ່ທັນສໍາເລັດ 3 ພາກສ່ວນ. ສໍາລັບຂັ້ນເມືອງ ໃນປີ 2025 ມີຈໍານວນຫ້ອງການ 95 ຫ້ອງ ການ, ມີ 376 ໜ່ວຍງານ, ຖ້າທຽບໃສ່ປີ 2024 ມີ 115 ຫ້ອງການ, ມີ 402 ໜ່ວຍງານ, ເຫັນວ່າກົງຈັກຊ່ວຍວຽກຂຶ້ນເມືອງ ຫຼຸດລົງ 20 ຫ້ອງການ ແລະ 26 ໜ່ວຍງານ, ສ່ວນວຽກງານປັບປຸງພາລະບົດບາດ ແລະ ການວິເຄາະກຳນົດຕໍາແໜ່ງງານ 5 ເມືອງ ມີຈໍານວນ 95 ຫ້ອງການ ປັບປຸງພາລະບົດບາດໄດ້ທັງໝົດ 58 ຫ້ອງການ, ຍັງ 35 ຫ້ອງການບໍ່ທັນປັບປຸງພາລະບົດບາດສໍາເລັດ.
ໃນທີ່ປະຊຸມ ຍັງໄດ້ຮັບຟັງການລາຍງານສະພາບການປັບປຸງກົງຈັກການຈັດຕັ້ງ, ຕໍາແໜ່ງງານ, ການແບ່ງຂັ້ນຄຸ້ມຄອງ, ການຄຸ້ມຄອງອົງການຈັດຕັ້ງສັງຄົມ ຈາກພະແນກການທີ່ກ່ຽວຂ້ອງຕື່ມອີກ. ພ້ອມນີ້, ຜູ້ເຂົ້າຮ່ວມ ໄດ້ຜັດປ່ຽນກັນ ປະກອບຄໍາເຫັນ ເພື່ອເຮັດໃຫ້ອົງການຈັດຕັ້ງແຕ່ລະຂັ້ນມີຄວາມເຂັ້ມແຂງ, ສາມາດບໍລິຫານວຽກງານໄດ້ສອດຄ່ອງກັບສະພາບການຕົວຈິງ ຂອງແຕ່ ລະຂົງເຂດວຽກງານ, ເຮັດໃຫ້ປະຊາຊົນ ເຂົ້າເຖິງການບໍລິການຂອງລັດທີ່ວ່ອງໄວ ແລະ ທັນສະ ໄໝຂຶ້ນເທື່ອລະກ້າວ ແນ່ໃສ່ຮັບປະກັນໃຫ້ແກ່ການປະຕິບັດແນວທາງນະໂຍບາຍຂອງພັກ ທີ່ວາງອອກເປັນແຕ່ລະໄລຍະມີປະສິດທິພາບ ແລະ ປະສິດທິຜົນສູງ.
ທ່ານ ດວງໄຊ ສີວົງສາ ໄດ້ມີຄໍາເຫັນ ໂດຍໄດ້ເນັ້ນໜັກໃຫ້ສືບຕໍ່ປັບປຸງກົງຈັກຊ່ວຍວຽກຂອງຂະ ແໜງການຕົນ ໃຫ້ສອດຄ່ອງກັບສະພາບ, ເງື່ອນໄຂຕົວຈິງຂອງແຂວງ, ສືບຕໍ່ປັບປຸງມະຕິຕົກລົງ ຫລື ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຂະແໜງການຕົນ ບົນພື້ນຖານກໍານົດພາລະບົດບາດ ແລະ ໜ້າທີ່ຄືນ ໃໝ່ໃຫ້ຈະແຈ້ງ, ຈັດກຸ່ມວຽກຢ່າງເປັນລະບົບ ແລະ ສອດ ຄ່ອງກັບປັດຈຸບັນ ພ້ອມນີ້, ສືບຕໍ່ກໍານົດຕໍາແໜ່ງງານຂອງຂະແໜງການຕົນໃຫ້ຈະແຈ້ງ, ຊັດເຈນເຮັດໃຫ້ມີຜົນສໍາເລັດ, ພ້ອມທັງສັບຊ້ອນຈັດວາງບຸກຄະລາກອນເຂົ້າຕໍາແໜ່ງບໍລິຫານ ແລະ ຕໍາແໜ່ງງານຕາມມາດຖານ ແລະ ເງື່ອນໄຂ, ເພື່ອແກ້ໄຂສະພາບພະນັກງານເຫຼືອ-ບໍ່ພໍ ໃນການຈັດ ຕັ້ງຂອງຕົນ, ຊຸກຍູ້, ຕິດຕາມຂະແໜງການສາຍຕັ້ງຂອງຕົນຂຽນກໍານົດຕໍາແໜ່ງງານ ໃຫ້ມີຜົນສໍາເລັດ. ນອກນີ້ ແຕ່ລະພະແນກການ, ອົງການຂັ້ນແຂວງ ສືບຕໍ່ຕິດຕາມຊຸກຍູ້ ອົງການຈັດຕັ້ງສັງ ຄົມ ທີ່ເຄື່ອນໄຫວຊ່ວຍເຫຼືອສັງຄົມ ແລະ ອື່ນໆ ທີ່ຕິດພັນກັບຂະແໜງການຂອງຕົນ ຢູ່ພາຍໃນແຂວງ ຢ່າງເປັນປົກກະຕິ ຖືກຕ້ອງຕາມກົດໝາຍ, ລະບຽບການຢ່າງເຂັ້ມງວດ ແລະ ສືບຕໍ່ຜັນຂະຫຍາຍຈັດຕັ້ງປະຕິບັດຍຸດທະສາດແຫ່ງຊາດ ວ່າດ້ວຍການບໍລິການຂອງລັດຜ່ານກົນໄກປະຕູດຽວຮອດ ປີ 2030 ພ້ອມທັງຊຸກຍູ້ຂະແໜງການສາຍຕັ້ງຂັ້ນເມືອງຂອງຕົນ ໂດຍຄົ້ນຄວ້າຫັນການບໍລິການຂອງລັດຜ່ານປະຕູດຽວຢູ່ແຂວງ ແລະ ເມືອງ ເພື່ອຮັບໃຊ້ສັງຄົມໃຫ້ວ່ອງໄວ, ທັນ ສະໄໝ ແລະ ທັນກັບສະພາບການ.
ຂ່າວ: ວົງສະໄໝ.