ໃນວັນທີ 18 ກໍລະກົດ 2025; ນີ້ ທ່ານ ຄຳພັັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປື ຢູ່ທີ່ຫ້ອງຮັບແຂກຫ້ອງວ່າການແຂວງ, ໂດຍໃຫ້ກຽດ ການຕ້ອນຮັບຂອງ ທ່ານ ນ.ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ,ປະທານສະພາປະຊາຊົນແຂວງ ມີຄະນະປະຈຳພັກແຂວງ, ຜູ້ຊີ້ນຳການປັບປຸງກົງຈັກການຈັດຕັ້ງແຂວງ, ຫົວໜ້າຄະນະ ໂຄສະນາອົບຮົມແຂວງ, ຫົວໜ້າຫ້ອງວ່າການແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນ.ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ,ປະທານສະພາປະຊາຊົນແຂວງ ໄດ້ລາຍງານກ່ຽວກັັບການກະກຽມຄວາມພ້ອມ ສໍາລັບການປັບປຸງກົງຈັກການຈັດຕັ້ງຂອງແຂວງ ແລະ ພາຍໃນຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ກະກຽມຄວາມພ້ອມເຊິ່ງປັດຈຸບັນກໍໄດ້ສະເໜີຕໍ່ຄະນະປະຈຳສະພາປະຊາຊົນແຂວງ ຊຶ່ງສະພາປະຊາຊົນແຂວງ ກໍໄດ້ອອກມະຕິຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງແຂວງສໍາເລັດລະອຽດແລ້ວ, ປັດຈຸບັນ ແຂວງຂອງພວກເຮົາຍັງບໍ່ທັນໄດ້ຈັດຕັ້ງປະຕິບັດ ຄາດວ່າຊ້າສຸດຈະໃຫ້ສໍາເລັດພາຍໃນເດືອນສິງຫານີ້.ການກະກຽມຄວາມພ້ອມດັ່ງນີ້:
1.ໄດ້ກະກຽມຂໍ້ມູນກ່ຽວໂຄງປະກອບກົງຈັກການຈັດຕັ້ງ, ລວມທັງການຈັດຕັ້ງພັກ, ອົງການຈັດຕັ້ງມະຫາຊົນ ຈຳນວນພະນັກງານ-ລັດຖະກອນ ຂອງຄະນະໂຄສະນາອົບຮົມແຂວງ,
2. ເກັບກຳຂໍ້ມູນຊັບສິນ ອຸປະກອນເຄື່ອງໃຊ້ຫ້ອງການ, ພາຫະນະ ເພື່ອລາຍງານໃຫ້ຄະນະຮັບຜິດຊອບປັບປຸງ ກົງຈັກການຈັດຕັ້ງຂັ້ນແຂວງ ທີ່ລົງເຄື່ອນໄຫວ ເຮັດວຽກນໍາ.
3. ໄດ້ກະກຽມສະຫຼຸບຕີລາຄາການຈັດຕັ້ງປະຕິບັດສິດ ແລະ ໜ້າທີ່ຕາມພາລະບົດບາດໃນໄລຍະຜ່ານມາ.
4. ໄດ້ປະສານສົມທົບກັບພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ເກັບກຳຂໍ້ມູນກ່ຽວກັບ ກົງຈັກການຈັດຕັ້ງ, ບຸກຄະລາກອນ, ການຈັດຕັ້ງພັກພາກສ່ວນສື່ມວນຊົນ ທີ່ຈະມາຂື້ນກັບຄະນະໂຄສະນາອົບຮົມແຂວງ ມີດັ່ງນີ້:ວຽກສື່ມວນຊົນ ( ວຽກຖະແຫຼ່ງຂ່າວ): ມີພະນັກງານທັງໝົດ 16 ທ່ານ, ຍິງ 3 ທ່ານ, ປະກອບ ມີ 1 ຂະແໜງ
ແລະ 2 ກອງ ຄື: 1, ຂະແໜງ ຖະແຫຼງຂ່າວ; 2. ກອງ ວິຊາການວິທະຍຸ-ໂທລະພາບ; 3). ກອງ ວິຊາການສີສິ່ງພິມ: ມີ 1 ໜ່ວຍພັກ ທີ່ຂື້ນກັບຄະນະພັກຮາກຖານພະແນກຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວແຂວງ. ມີສະມາຊິກພັກ ທັງໝົດ 12 ສະຫາຍ, ຍິງ 1 ສະຫາຍ.
ພາຍຫຼັງທີ່ໄດ້ມີການປະກາດການໂຮມແລ້ວ ຈະມີການປະສານສົມທົບກັບຄະນະປັບປຸງກົງຈັກການຈັດຕັ້ງ ຂັ້ນແຂວງ ເພື່ອຄົ້ນຄວ້າເລືອກເຟັ້ນ, ສັບຊ້ອນ, ຈັດວາງ ສະມາຊິກພັກ, ພະນັກງານຄືນໃໝ່ ຢ່າງຮັດກຸມ ແລະ ເປັນລະບົບ ເຊິ່ງເປົ້າຈໍານວນໜຶ່ງ ຈະໄດ້ສືບຕໍ່ປະຕິບັດໜ້າທີ່ ໃນຂະແໜງເດີມ ແລະ ບາງຈຳນວນຈະໄດ້ຊັບຊ້ອນຮັບໜ້າທີ່ຂະແໜງໃໝ່,ກະກຽມປັບປຸງພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ຄືນໃໝ່ ພາຍຫຼັງໂອນວຽກງານສື່ມວນຊົນ ( ວຽກຖະແຫຼງຂ່າວ ) ມາຂື້ນກັບຄະນະໂຄສະນາອົບຮົມແຂວງ ໂດຍອີງໃສ່ທິດທາງລວມ ແລະ ແຈ້ງການຂອງຄະນະໂຄສະນາອົບຮົມສູນກາງພັກ.ຄະນະພັກ, ຄະນະນໍາຂອງພວກເຮົາ ຈະໄດ້ມີຄວາມເອົາໃຈໃສ່ໃນການສຶກສາອົບຮົມແນວຄິດ, ເພື່ອຍູ້ແຮງ ຂະບວນການວຽກງານໂຄສະນາອົບຮົມໃຫ້ແຂງແຮງ ແລະ ມີການຫັນປ່ຽນດີຂື້ນເທື່ອລະກ້າວ.
ຈາກນັ້ນ,ຄະນະປັບປຸງກົງຈັກການຈັດຕັ້ງກໍ່ໄດ້ມີຄໍາເຫັນແລກປ່ຽນ,ພ້ອມທັງຂໍ້ສະເໜີຕໍ່ການປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ ແລະ ຍັງໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບການຈັດຕັ້ງ ປະຕິບັດ ວຽກງານໂຄສະນາອົບແຂວງ ອັດຕະປື ໃນໄລຍະຜ່ານມາ ສະເໜີໂດຍ ທ່ານ ປອ ຄອນສະຫງ່າ ພິມມະສອນ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ.
ໂອກາດດັ່ງກ່າວ, ທ່ານ ຄຳພັນ ເຜີຍຍະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການຊີ້ນຳ-ນຳພາຂອງຄະນະນຳແຂວງ ແລະ ໄດ້ເນັ້ນໃຫ້ສືບຕໍ່ເອົາໃຈໃສ່ ທ່າແຮງບົ່ມຊ້ອນທີ່ເປັນເງື່ອນໄຂຂອງແຂວງໃຫ້ມີການພັດທະນາຂຶ້ນຢ່າງຕໍ່ເນື່ອງ, ສຳລັບວຽກງານປັບປຸງກົງຈັກການຈັດຕັ້ງກໍ່ສະແດງຄວາມຊົມເຊີຍ ທີ່ໄດ້ເປັນເຈົ້າການໃນການຜັນຂະຫຍາຍມະຕິ ຂອງກົມການເມືອງໂດຍສະ ເພາະໄດ້ຈັດຕັ້ງຄະນະຮັບຜິດຊອບການປັບປຸງກົງຈັກຂັ້ນແຂວງ ແລະ ໄດ້ມີແຜນດຳເນີນງານ, ແບ່ງ ວຽກງານ, ແບ່ງຄວາມຮັບຜິດຊອບ ແລະ ພ້ອມກັນຈັດຕັ້ງປະຕິບັດ, ທ່ານ ເນັ້ນຕື່ມວ່າ: ທິດທາງການປັບປຸງກົງຈັກການຈັດຕັ້ງຂອງຄະນະປັບປຸງກົງຈັກການຈັດຕັ້ງຂັ້ນສູນກາງ ກ່ຽວກັບການສືບຕໍ່ປັບປຸງກົງຈັກການຈັດຕັ້ງຂັ້ນທ້ອງຖິ່ນຕ້ອງໃຫ້ເຂົົ້າໃຈວ່າ ຈຸດປະສົງ ແລະ ລະດັບຄາດໝາຍໃນການປັບປຸງກົງຈັກການຈັດຕັ້ງຕ້ອງເຮັດໃຫ້ພາຍໃນມີຄວາມເປັນລະບຽບຮຽບຮ້ອຍ, ມີ ຄວາມເປັນເອກກະພາບກັນຕໍ່ການຊີ້ນຳ – ນຳພາຂອງຂັ້ນເທິງ ໂດຍສະເພາະຕ້ອງເອົາໃຈໃສ່ວຽກງານ ສຶກສາອົບຮົມການເມືອງ – ແນວຄິດໃຫ້ສະມາຊິກພັກ – ພະນັກງານ ມີຄວາມເປັນເອກະພາບ, ເປັນ ເຈົ້າການໃນການຈັດຕັ້ງປະຕິບັດໃນການປັບປຸງວຽກງານຕ່າງໆໃຫ້ເປັນ ເອກະພາບກັນໃຫ້ໄປລວງດຽວ ກັນ, ໃນນັ້ນການປັບປຸງກົງຈັກການຈັດຕັ້ງຕ້ອງເຮັດໃຫ້ພະນັກງານ, ສະມາຊິກພັກມີຄວາມອົບອຸ່ນ, ທຸ່ນທ່ຽງເຂົ້າຮ່ວມຂະບວນການຕ່າງໆ, ບໍ່ໃຫ້ເກີດມີບັນຫາງໍ້ງ່ຽງ, ສັບສົນຕໍ່ແນວທາງນະໂຍບາຍຂອງ ພັກ, ການປັບປຸງກົງຈັກການຈັດຕັ້ງຕ້ອງໃຫ້ກະທັດຮັດ, ຫັນເປັນທັນສະໄໝ, ຫຼຸດຜ່ອນກົງຈັກ ແລະ ຫູຸດຜ່ອນຈຳນວນຄົນລົງ ໃນຂະນະດຽວກັນຕ້ອງຮັບປະກັນຄວາມເຂັ້ມແຂງ, ມີປະສິດທິຜົນຂອງວຽກງານ, ເຮັດໃຫ້ການບໍລິຫານແກ້ໄຂວຽກງານມີຄວາມວ່ອງໄວ ແລະ ທັນການ.
(ຂ່າວ-ພາບ: ວົງສະໄໝ).