ຂະບວນເຄື່ອນຍ້າຍຫີນອ່ອນລົງສູ່ແຂວງ ອັດຕະປື ເປັນສີລິມຸງຄຸນທີ່ຍິ່ງໃຫຍ່ ເຊິ່ງໄດ້ເກີດຈາກການໃຫ້ຄວາມຮ່ວມໄມ້ຮ່ວມມື ແລະ ການປະກອບສ່ວນສັດທາ ຂອງບັນດາທ່ານອຳນາດການປົກຄອງແຂວງ, ທຸກພາກສ່ວນຜູ້ປະກອບການທຸລະກິດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ຊາວແຂວງ ອັດຕະປືໃຫ້ການຮ່ວມມືຢ່າງຫຼວງຫາຍ.
ຂະບວນເຄື່ອນຍ້າຍຫີນອ່ອນລົງສູ່ແຂວງ ອັດຕະປື ເຊິ່ງພິທີທາງການໄດ້ມີຂຶ້ນໃນຕອນຄ່ຳວັນທີ 10 ກຸມພາ 2025 ໃນທາມກາງພິທີອັນເປັນສີລິມຸງຄຸນທີ່ຫໍຫຼັກເມືອງຂອງແຂວງ ທ່ານ ພົທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ກ່າວໃນບົດຄວາມເຫັນໃຫ້ຮູ້ວ່າ: ນ້ອມນະມັດສະການ ພຣະເຖຣາ, ນຸເຖຣະ, ບັນດາສະຫາຍ ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ບັນດາທ່ານການນຳຂອງແຂວງ, ການນຳຂອງເມືອງ, ອາດີດພະນັກງານການນຳຂອງແຂວງ ແລະ ປະທານບໍລິສັດ ພັດທະນາຫີນປະເສີດ ລາວ-ຈີນ,
ພໍ່ແມ່ພີ່ນ້ອງປະຊາຊົນບັນດາເຜົ່າ ຊາວແຂວງອັດຕະປື ພ້ອມດ້ວຍແຂກທີ່ມີກຽດທຸກທ່ານ ມື້ນີ້ ເປັນມື້ທີ່ມີຄວາມໝາຍ ຄວາມສຳຄັນຢ່າງຍິ່ງ, ຂ້າພະເຈົ້າໃນນາມຕາງໜ້າຄະນະພັກອຳນາດການປົກຄອງແຂວງ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າຊາວແຂວງອັດຕະປື ກໍ່ຄື ໃນນາມສ່ວນຕົວຮູ້ສຶກພາກພູມໃຈ ທີ່ໄດ້ເຫັນມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ ແລະ ເບີກບານມ່ວນຊື່ນ, ຂະບວນເຄື່ອນຍ້າຍເສົາຫຼັກເມືອງ ຊຶ່ງໄດ້ເຄື່ອນຍ້າຍຕັ້ງແຕ່ພູກາງໂຮງ ເມືອງພູວົງ ຈົນມາຮອດຫໍຫຼັກເມືອງ ຂ້າພະເຈົ້າ ຮູ້ສຶກປິຕິຊົມຊື່ນທີ່ເຫັນວ່າຂະບວນການເຄື່ອນຍ້າຍເສົາຫຼັກເມືອງຂອງພວກເຮົາ ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ມີຄວາມປອດໄພ ພິເສດ ຂ້າພະເຈົ້າຮູ້ສຶກດີໃຈ ແລະ ພາກພູມໃຈທີ່ເຫັນພໍ່ແມ່ພີ່ນ້ອງປະຊາຊົນບັນດາເຜົ່າ ຊາວແຂວງອັດຕະປື ໄດ້ຮ່ວມມື ແລະ ເຂົ້າຮ່ວມໃນຂະບວນການແຫ່ ເສົາຫຼັກເມືອງ ເຕັມໄປດ້ວຍບັນຍາກາດ ທີ່ເປັນຂະບວນການຄຶກຄື້ນ ຊຶ່ງສະແດງເຖິງຄວາມສາມັກຄີຮັກແພງ, ຄວາມເຫຼື້ມໃສສັດທາ ຕໍ່ມູນເຊື້ອອັນດີງາມ ດ້ານວັດທະນະທຳ ຮີດຄອງປະເພນີຂອງຊາດ, ຂອງເຜົ່າ ໃນຜືນແຜ່ນດິນຂອງແຂວງອັດຕະປື, ການເຄື່ອນຍ້າຍແຕ່ພູກາງໂຮງ, ເມືອງພູວົງ ຈົນມາຮອດຫໍຫຼັກເມືອງ ໃນຄັ້ງນີ້ ແມ່ນເສົາຫຼັກທີ່ສະແດງເຖິງລວມຍອດແຫ່ງຈິດໃຈທີ່ດີງາມ ຂອງປະຊາຊົນບັນດາເຜົ່າຊາວແຂວງອັດຕະປື, ຊຶ່ງເປັນເສົາທີ່ເຮັດດ້ວຍຫີນປາໂກໄດ, ເປັນ ຫີນທີ່ມີເອກະລັກສະເພາະທີ່ສວຍ ງາມ, ມີຫຼາຍສີສັນ ສະລັບຊັບຊ້ອນກັນ, ປຽບເໝືອນແຂວງອັດຕະປື ທີ່ມີຫຼາຍຊົນເຜົ່າຢູ່ຮ່ວມກັນ, ເປັນຫີນທີ່ປະເສີດບໍ່ສາມາດປະເມີນມູນຄ່າໃດໆ, ນີ້ແມ່ນຄວາມອຸດົມສົມບູນ ແລະ ຄວາມຮັ່ງມີ ທີ່ມີຊັບໃນດິນ ສິນໃນນໍ້າ ຂອງແຂວງອັດຕະປືພວກເຮົາ.
ທ່ານ ພົທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ຍັງໃຫ້ຮູ້ອີກວ່າ: ການເຄື່ອນຍ້າຍຫີນຄັ້ງນີ້ ມີທັງໝົດ 3 ກ້ອນ, ກ້ອນທີ່ 1 ແມ່ນຈະໄດ້ປະດິດສະຖານຂຶ້ນຕັ້ງແທ່ນຫໍຫຼັກເມືອງ (ເປັນເສົາຫຼັກເມືອງ), ສ່ວນອີກ 2 ກ້ອນ ຈະໄດ້ເຄື່ອນຍ້າຍ ເອົາໄວ້ຢູ່ບ່ອນທີ່ເໝາະສົມ, ເພື່ອລໍຖ້າຈັດສັນໄວ້ຢູ່ສະຖານທີ່ສຳຄັນຕ່າງໆຂອງແຂວງ ເຊັ່ນ ສວນວັດທະນະທຳຂອງແຂວງເພື່ອໃຫ້ພໍ່ແມ່ປະຊາຊົນ ທັງພາຍໃນ ແລະ ຕ່າງປະເທດ ໄດ້ເບິ່ງ, ໄດ້ຊົມ, ຖ່າຍຮູບເປັນທີ່ລະນຶກ.ສຳລັບໂຄງການກໍ່ສ້າງຫໍຫຼັກເມືອງ ມາເຖິງປັດຈຸບັນແມ່ນໃກ້ຈະສໍາເລັດ ຊຶ່ງໃນໄລຍະຜ່ານມາຄະນະພັກ, ຄະນະນຳຂອງແຂວງ ໄດ້ສຸມໃສ່ນໍາພາ-ຊີ້ນຳ ການກໍ່ສ້າງໂຄງການດັ່ງກ່າວເພື່ອໃຫ້ສຳ ເລັດໂດຍໄວ ຄາດວ່າໃນເດືອນ ມີນາ ປີ2025 ນີ້ ຈະເຮັດບຸນສົມໂພດ ຂຶ້ນເປັນທາງການຢ່າງແນ່ນອນ.
ໂດຍ: ສາຍນ້ຳເຊກອງ