ຄະນະໂຄສະນາອົບຮົມແຂວງ ອັດຕະປື ເຂົ້າຮ່ວມກອງປະຊຸມທາງໄກ ວຽກງານເວັບໄຊ ທົ່ວປະເທດ ປະຈໍາໄຕມາດ I ປີ 2026

ໃນວັນທີ 25 ມີນາ 2026, ຄະນະໂຄສະນາອົບຮົມແຂວງອັດຕະປື ໄດ້ເຂົ້າຮ່ວມກອງປະຊຸມຮູບແບບທາງໄກ ວຽກງານເວັບໄຊ ຄະນະໂຄສະນາອົບຮົມແຂວງທົ່ວປະເທດ ປະຈໍາໄຕມາດທີ I ແລະ ວາງທິດທາງແຜນການປະຈໍາໄຕມາດທີ II ປີ 2026. ກອງປະຊຸມດັ່ງກ່າວຈັດຂຶ້ນທີ່ຫ້ອງປະຊຸມຄະນະໂຄ ສະນາອົບຮົມສູນກາງພັກ, ໂດຍການເປັນປະທານຂອງ ທ່ານ ສົມປະສົງ ພົງປະເສີດ ຫົວໜ້າກົມຂໍ້ ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ, ໃນຂະນະທີ່ທາງຝ່າຍແຂວງ ອັດຕະປື ໄດ້ຈັດຂຶ້ນທີ່ຫ້ອງປະຊຸມທາງໄກຂອງຄະນະໂຄສະນາອົບຮົມແຂວງອັດຕະປື, ເຂົ້າຮ່ວມໂດຍ ທ່ານ ຄຳໄພວັນ ຫຼວງອາໄພ ຫົວໜ້າຂະແໜງສື່ມວນຊົນ ຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງຫຼັກຂອງການດຳເນີນກອງປະຊຸມຄັ້ງນີ້ ແມ່ນເພື່ອຮັບຟັງການສ່ອງແສງລາຍງານ ສະພາບ ການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ ຫຼື ເວັບໄຊ ປະຈໍາໄຕມາດ I ແລະ ວາງທິດທາງແຜນການປະຈໍາໄຕມາດ II ປະຈຳປີ 2026. ທັງນີ້ ກໍເພື່ອເປັນການປັບປຸງ ແລະ ພັດທະນາວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ ຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດ ໃນການເປັນເສນາທິການທາງດ້ານວຽກງານຂໍ້ມູນຂ່າວສານ ແລະ ການໂຄສະນາ ໃຫ້ມີຄວາມສະ ດວກ, ວ່ອງ ໄວ, ທັນກັບສະພາບການ ແລະ ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນແຕ່ລະໄລຍະ ໃຫ້ມີປະສິດທິພາບສູງ. ພ້ອມດຽວກັນນັ້ນ, ກໍເພື່ອເປັນການພົບປະປຶກສາຫາລື ແລະ ແລກປ່ຽນບົດຮຽນຮ່ວມກັນ ກ່ຽວກັບຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ ຫຼື ເວັບໄຊ ຂອງຄະນະໂຄສະນາອົບຮົມແຕ່ລະແຂວງໃນໄລຍະຜ່ານມາ.

ໃນກອງປະຊຸມ, ບັນດາຜູ້ເຂົ້າຮ່ວມ ໄດ້ຮັບຟັງການລາຍງານກ່ຽວກັບການປັບປຸງແຕ່ງຕັ້ງຄະນະຮັບຜິດຊອບແອັດມິນ ວຽກງານເວັບໄຊ ຂອງບັນດາຄະນະໂຄສະນາອົບຮົມແຂວງ. ໂອກາດດຽວກັນ, ບັນດາແອັດມິນຈາກສູນກາງ ແລະ ທ້ອງຖິ່ນ ຍັງໄດ້ຜັດປ່ຽນກັນປະກອບຄໍາເຫັນ ເພື່ອຖອດຖອນບົດຮຽນ ໃນການຈັດຕັ້ງປະຕິບັດຕົວຈິງ.

 

ຂ່າວ: ວົງສະໄໝ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa