
ໃນຄັ້ງວັນທີ 11 ມີນາ 2026, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ເຄື່ອນໄຫວມອບເຄື່ອງນຸ່ງຮົມ ແລະ ອຸປະກອນກິລາຈໍານວນໜຶ່ງໃຫ້ແກ່ນ້ອງນ້ອຍນັກຮຽນ ຢູ່ໂຮງຮຽນປະຖົມແບ່ງພູຄໍາ, ເມືອງສາມັກຄີໄຊ, ແຂວງອັດຕະປື, ເຊິ່ງແມ່ນນ້ອງນ້ອຍນັກຮຽນຜູ້ທຸກຍາກ ຢູ່ຫ່າງໄກ, ໂດຍນັກຮຽນທີ່ໄດ້ຮັບເຄື່ອງຊ່ວຍເຫຼືອເທື່ອນີ້ ມີຈໍານວນ 71 ນ້ອງ, ຍິງ 33 ນ້ອງ.

ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງຮສສ ໄດ້ກ່າວວ່າ: ການມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ແມ່ນການສະແດງເຖິງຄວາມຫ່ວງໄຍຂອງພັກ ແລະ ລັດຖະບານ ທີ່ມີຕໍ່ປະຊາຊົນບັນດາເຜົ່າ, ໂດຍສະເພາະແມ່ນລູກຫຼານນັກ ຮຽນໃນເຂດຊົນນະບົດ ເພື່ອໃຫ້ເຂົາເຈົ້າມີກຳລັງໃຈໃນການສຶກສາຮ່ຳຮຽນ ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນ.
ຂ່າວ-ພາບ: ມະນີວອນ