ທ່ານ ລັດຖະມົນຕີກະຊວງ​ ຮສສ​ ເຄື່ອນໄຫວຊຸກຍູ້ວຽກງານຢູ່ ແຂວງ ອັດຕະປື

ໃນວັນທີ 11ມີນາ 2026 ນີ້, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງອັດຕະປື ໂອກາດດັ່ງກ່າວຍັງໄດ້ເຂົ້າພົບສະຫາຍ ບຸນເຖິງ​ ດວງສະຫວັນ​ ເລ​ຂາ​ພັກແຂວງອັດຕະປື​ ທີ່ຫ້ອງວ່າການແຂວງເພື່ອແຈ້ງຈຸດປະສົງຂອງການເຄື່ອນໄຫວ ເປັນຕົ້ນແມ່ນ​ ຕິດຕາມດ້ານແຮງງານພາຍແຂວງ, ການສ້າງແຮງງານໃຫ້ເປັນຊຸມຊົນທີ່ສາມາດສ້າງລາຍຮັບໃຫ້ປະຊາຊົນແຂວງ​ ມີລາຍຮັບທີ່ໝັ້ນຄົງຕາມແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ,​ ພ້ອມທັງໄດ້ສະເໜີໃຫ້ສະຫາຍເລຂາພັກແຂວງອັດຕະປື​ ສຸມໃສ່ບັນຫາແຮງ​ງານໃຫ້ເຂົ້າເຖິງບັນດາໂຮງງານພາຍໃນແຂວງ​ ເປັນຕົ້ນ​ ການພັດທະນາສີມືແຮງໃຫ້ກາຍເປັນຊຸມຊົນແຮງງານ​ ຫຼື​ ບ້ານພັດທະສີມືແຮງ,​ ໂດຍຕິດພັນກັບວຽກງານສາມສ້າງ​ ເພື່ອເປັນເງື່ອນ​ໄຂໃນການສ້າງຊຸມຊົນໃຫ້ມີວຽກເຮັດງານທໍາ, ວຽກປະກັນສັງຄົມ, ວຽກງານນະໂຍບາຍ​ ແລະວຽກງານອື່ນ

ໂອກາດທີ່ໄດ້ລົງເຄື່ອນໄຫວ​ ແລະ​ ເຮັດວຽກຢູ່ແຂວງອັດຕະປື​ ຄັ້ງນີ້​ ທ່ານ ໂພໄຊ ໄຊຍະສອນລັດຖະມົນຕີກະຊວງແຮງງານ​ ແລະ​ ສະຫວັດດີການສັງຄົມ​ ຍັງໄດ້ມອບເຄື່ອງ​ ເພື່ອຊ່ວຍບັນ​ເທົາທຸກໃຫ້ແກ່ປະຊາຊົນຊາວແຂວງອັດຕະປື,​ ເຊີ່ງເຄື່ອງທີ່ນໍາມາມອບຄັ້ງນີ້ປະກອບມີ: ເຂົ້າສານ ຈໍານວນ​ 11​0 ໂຕນ, ເຄື່ອງນຸ່ງຮົມ​, ນໍ້າດື່ມ ແລະ ແກັດອາຊຽນຈໍານວນໜຶ່ງ.


ຂ່າວ: ມະນີວອນ

ptatp.gov.la

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa