ໃນໂອກາດລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານ ຢູ່ແຂວງອັດຕະປື ໃນຕອນເຊົ້າວັນທີ 2 ກໍລະກົດ 2025, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະໂອ້ລົມພະນັກງານການນໍາຫລັກແຫລ່ງແຂວງອັດຕະປື ແລະ ຊຸກຍູ້ການກະກຽມດຳເນີນກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ພິທີພົບປະໂອ້ລົມໄດ້ຈັດຂື້ນຢູ່ທີ່ຫ້ອງປະຊຸມ ຊັ້ນ5 ຕຶກສຳນັກງານອົງການປົກຄອງແຂວງອັດຕະປື.
ໂອກາດນີ້ ທ່ານ ຄໍາບຸນ ດວງພະບາງ ຮອງເລຂາພັກແຂວງໆອັດຕະປື ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຮອບດ້ານຮອບດ້ານໃນໄລຍະ 6 ເດືອນຕົ້ນປີ 2025 ແລະ ທິດທາງຈຸດສຸມວຽກງານໃນ 6 ເດືອນທ້າຍປີເປັນຕົ້ນ: ການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກແຂວງໄດ້ສໍາເລັດການດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ 5 ເມືອງ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ປກຊ-ປກສ , ສະຫະພັນນັກຮົບເກົ່າ, ແມ່ຍິງ ແລະ ຊາວໜຸ່ມ; ສໍາລັບການດໍາເນີນກອງປະຊຸມໃຫຍ່ ຮາກຖານພັກໃນທົ່ວແຂວງ ສໍາເລັດແລ້ວ 607 ຮາກຖານ ເທົ່າກັບ 93,09%; ສະເພາະຮາກຖານພັກອ້ອມຂ້າງແຂວງ ຫຼາຍໜ່ວຍພັກໄດ້ສຳເລັດການທາບທາມຮອບ1 ແລະ ດຳເນີນຊີວິດການເມືອງທ້າຍສະໄໝ, ຊຶ່ງໜ່ວຍພັກສຳເລັດການດຳເນີນກອງປະຊຸມໃຫຍ່ແລ້ວ ມີ 50 ຮາກຖານ ເທົ່າກັບ 52,63%; ຮາກຖານພັກທີ່ບໍ່ທັນສຳເລັດ ມີຈຳນວນ 45 ຮາກຖານພັກ ໃນນີ້: ຍັງບໍ່ທັນດຳເນີນກອງປະຊຸມໃຫຍ່ ມີ 12 ຄະນະພັກຮາກຖານ ແລະ 33 ໜ່ວຍພັກ ໃນຈຳນວນດັ່ງກ່າວ ມີຮາກຖານພັກທີ່ຈະໂຮມກົງຈັກການຈັດຕັ້ງ 7 ຄະນະພັກຮາກຖານ ແລະ 25 ໜ່ວຍພັກ
ຊຶ່ງຈະໄດ້ດໍາເນີນກອງປະຊຸມໃຫຍ່ ພາຍຫຼັງສໍາເລັດກອງປະຊຸມໃຫຍ່ອົງຄະນະພັກແຂວງ , ສະນັ້ນ, ຈະຕ້ອງໄດ້ສຸມໃສ່ການດຳເນີນກອງປະຊຸມໃຫຍ່ ມີ 5 ຄະນະພັກຮາກຖານ ແລະ 8 ໜ່ວຍພັກ ໃຫ້ສໍາເລັດກ່ອນ ກອງປະຊຸມໃຫຍ່ອົງຄະນະພັກແຂວງ;ການກະກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີXII, ແມ່ນໄດ້ຊີ້ນໍາແຕ່ລະອານຸກຳມະການຕ່າງໆ ສືບຕໍ່ປະຕິບັດວຽກງານຕາມແຜນຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະດ້ານເນື້ອໃນ ດ້ານຂະບວນການ, ບຸກຄະລາກອນ ແລະ ອື່ນໆ ມີຄວາມຄືບໜ້າດີສົມຄວນ ເປັນຕົ້ນ: ດ້ານຂະບວນການ ໄດ້ເອົາໃຈໃສ່ຊີ້ນໍາສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ປຸກລະດົມຂົນ ຂວາຍປະຊາຊົນເຂົ້າຮ່ວມຂະບວນການ 3 ສ້າງ, ຂະບວນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຂະ ບວນການຊຸກຍູ້ສົ່ງເສີມປະຊາຊົນ ຜະລິດເປັນສິນຄ້າ ເພື່ອແກ້ໄຂຄວາມທຸກຍາກ, ຂະບວນການເຊື່ອມຊຶມ ສຶກສາອົບຮົມ ມູນເຊື້ອຂອງພັກ ຂອງຊາດ ແລະ ຂະບວນການອື່ນໆ. ດ້ານເນື້ອໃນໄດ້ ຮ່າງເນື້ອໃນສໍາຄັນຕ່າງໆສໍາເລັດໂດຍພື້ນຖານ ແລະ ໄດ້ລົງທາບທາມເນື້ອໃນຢູ່ບັນດາເມືອງ ແລະ ທາບທາມແຕ່ລະຂົງເຂດຢູ່ຂັ້ນແຂວງ, ພ້ອມທັງປັບປຸງຕາມຜົນການທາບທາມດັ່ງກ່າວສໍາເລັດ; ດ້ານບຸກຄະລາກອນ: ສໍາເລັດແຜນຄາດ ຄະເນຜູ້ແທນສົມບູນ-ສໍາຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີXII, ແຜນຄາດຄະເນຈໍານວນຄະນະບໍລິຫານງານພັກແຂວງ, ຄະນະປະຈໍາພັກແຂວງ, ການແບ່ງຄວາມຮັບຜິດຊອບພາຍໃນຄະນະປະຈໍາພັກແຂວງ ແລະ ແຜນ ການຄາດຄະເນການສັບຊ້ອນ ຈັດວາງກໍາມະການພັກແຂວງ ສະໄໝທີ XII ຕາມແຕ່ລະວຽກງານທີ່ ເໝາະສົມ; ພ້ອມກັນນັ້ນ, ໄດ້ສໍາເລັດການສ້າງແຜນທາບທາມແຕ່ລະຮອບ, ຮອບທີ1, ຮອບທີ2 ຈົນຮອດມື້ກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ XII, ຊຶ່ງຕາມແຜນຈະໄດ້ຈັດຂຶ້ນໃນທ້າຍປີນີ້ ສໍາລັບວຽກງານປັບປຸງກົງຈັກການຈັດຕັ້ງ ຍຸບ ແລະ ຮີບໂຮມ ບາງພະແນກການຂັ້ນແຂວງ, ມາຮອດປັດ ຈຸບັນ ການຮິບໂຮມບັນດາພະແນກການຂັ້ນແຂວງ ແມ່ນໄດ້ມີແຜນລະອຽດແລ້ວ ແລະ ພວມສະເໜີຫາສະພາປະຊາຊົນແຂວງ ພິຈາລະນາຮັບຮອງ. ຕິດພັນກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນສຸມໃສ່ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານ, ເຮັດໃຫ້ອັດຕາການຂະຫຍາຍຕົວຂອງເສດຖະກິດ ຢູ່ໃນລະດັບ 2,81%, ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນ 1.003 ໂດລາ, ດ້ານງົບປະມານ ຮອດວັນທີ 20 ມິຖຸນາ 2025 ເກັບລາຍຮັບໄດ້ທັງໝົດ 700 ກວ່າຕື້ກວ່າກີບ ເທົ່າກັບ 70% ຂອງແຜນການປີ, ແລະ ດ້ານອື່ນຯອິກກໍ່ໄດ້ມີຜົນສໍາເລັດ ແລະ ລື່ນແຜນທີ່ວາງໄວ້ບາງໜ້າວຽກທີ່ວາງໄວ້.
ໂອກາດທີ່ມີຄວາມໝາຍສຳຄັນນີ້ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໂອ້ລົມ ເຊີ່ງທ່ານໄດ້ເນັ້ນຫຼາຍບັນຫາໂດຍສະເພາະໃຫ້ຄະນໍາຂອງແຂວງ ສືບຕໍ່ເອົາໃຈໃສ່ໃນການແກ້ໄຂໃນຕໍ່ໜ້າ ເປັນຕົ້ນ ວຽກງານ ປກສ-ປກຊ ,ສືບຕໍ່ເພີ່ມທະວີການປັບປຸງກໍ່ສ້າງຮາກຖານການເມືອງ, ການພັດທະນາຊົນນະບົດຮອບດ້ານ, ການກໍ່ສ້າງພັກ-ພະນັກງານ ຕາມທິດກໍ່ສ້າງພັກ ໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ; ເດັດດ່ຽວແກ້ໄຂບັນດາປະກົດການຫຍໍ້ທໍ້ທາງດ້ານສັງຄົມໃຫ້ຫຼຸດລົງ ,ຊຸກຍູ້ສົ່ງເສີມ ອັນເປັນທ່າແຮງບົ່ມຊ້ອນ, ສ້າງການຜະລິດ ແລະ ບໍລິການພາຍໃນ ໃຫ້ເຂັ້ມແຂງ, ຮັບປະກັນການພັດທະນາແບບຍືນຍົງ, ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍທິດຊີ້ນຳຂອງພັກ ໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຕາມມະຕິ 04/ກມສພ ແລະ ມະຕິ 05/ລບ, ໂດຍໃຫ້ສຸມໃສ່ຂຸດຄົ້ນທ່າແຮງຕົ້ນຕໍຂອງແຂວງ, ສືບຕໍ່ຜັນຂະຫຍາຍນິຕິກຳຂອງຄະນະສະເພາະກິດ 19/ກມສພ ຢ່າງເຂັ້ມງວດ, ໂດຍສະເພາະບັນດາວຽກຈຸດສຸມ ເປັນຕົ້ນ ການຄຸ້ມຄອງເງິນເຟີ້ ແລະ ອັດຕາແລກປ່ຽນ; ການຄຸ້ມຄອງລາຄາສິນຄ້າ; ການແກ້ໄຂໜີ້ສິນ ແລະ ມາດຕະການທາງດ້ານການເງິນ ໃຫ້ໄດ້ຮັບຜົນດີ. ພ້ອມທັງ, ການປະສານສົມທົບກັບຄະນະສະເພາະກິດ ຕາມຂໍ້ຕົກ ລົງ ສະບັບເລກທີ 47/ນຍ, ລົງວັນທີ 25 ເມສາ 2025 ເພື່ອສຸມໃສ່ການຄຸ້ມຄອງ, ຕິດຕາມ ແລະ ກວດກາໂຄງການແຮ່ທາດທີ່ໄດ້ອະນຸມັດຜ່ານມາ; ໃຫ້ສືບຕໍ່ຕິດຕາມກວດກາບັນດາໂຄງການລົງທຶນ ທີ່ໄດ້ຮັບອະນຸມັດ, ໂຄງການໃດ ບໍ່ມີຄວາມຄືບໜ້າ ຫຼື ມີຄວາມຫຼ້າຊ້າ, ບໍ່ປະຕິບັດຕາມສັນຍາ, ສົ່ງຜົນກະທົບໜັກໜ່ວງ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ ແມ່ນໃຫ້ປະຕິບັດມາດຕະການກ່າວເຕືອນ (ກຳນົດເວລາໃນການແກ້ໄຂ ຢ່າງຈະແຈ້ງ), ຖ້າຫາກຍັງບໍ່ໄດ້ຮັບການແກ້ໄຂ ແມ່ນໃຫ້ກ້າວເຂົ້າສູ່ຂັ້ນຕອນການຂໍຍົກເລີກ ຫຼື ຖອນເອົາໂຄງການຄືນ;ຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ຢູ່ພາຍໃນແຂວງ,ໃຫ້ສ້າງການຫັນປ່ຽນໃໝ່ດ້ານຈິນຕະນາການ, ຍົກລະດັບຄຸນນະພາບວຽກງານການເມືອງ-ແນວຄິດ ແລະ ທິດສະດີຂອງພັກ; ສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ,ການສືບຕໍ່ກະກຽມກອງປະຊຸມໃຫຍ່ອົງຄະນະພັກແຂວງ.ເຫັນວ່າ ຮາກຖານພັກ ຢູ່ຂັ້ນຮາກຖານບ້ານ, ບາງຮາກຖານຂອງເມືອງ ບັນດາສະຫາຍ ກໍໄດ້ເອົາໃຈໃສ່ນຳພາ-ຊີ້ນຳ ສຳເລັດແລ້ວ, ແລະດ້ານອື່ນຯເຊື່ອແນ່ວ່າພາຍໃຕ້ການນໍາພາຂອງອົງຄະນະພັກແຕ່ລະຂັ້ນຈະເຮັດໃຫ້ແຂວງອັດຕະປືບັນລຸຜົນສໍາເລັດຕາມແຜນທີ່ວາງໄວ້.
#ໂດຍ: ວິໄລສັກ ແກ້ວຫຼວງໂຄດ