ບໍລິສັດ 385 ມອບຂອງຂວັນໃຫ້ປະຊາຊົນ ເນື່ອງໃນໂອກາດປີໃໝ່ລາວ

ວັນທີ 6 ເມສາ 2026 ນີ້ ທີ່ຫ້ອງການ 202 ແມ່ທັບ 15 ບໍລິສັດ ຮ່ວມມື ເສດຖະກິດ 385 ສສ ຫວຽດນາມ ໄດ້ຈັດກິດຈະກໍາມອບຂອງຂວັນ ໃຫ້ກຳມະກອນ ແລະ ປະຊາຊົນ ພາຍໃນ ບໍລິສັດ, ເນື້ອງໃນໂອກາດສົ່ງທ້າຍປີເກົ່າ ພສ 2568 ແລະ ຕ້ອນຮັບປີໃໝ່ 2569, ໂດຍການເຂົ້າຮ່ວມຂອງ ທ່ານ ສີໄລ ສີສະແຫວງສຸກ ຮອງປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີທ່ານ ພັອ ຫງວງນ ແທັງ ຈຸງ ເລຂາ ບໍລິສັດ ຮ່ວມມືເສເຖະກິດ 385 ສສ ຫວຽດນາມ, ມີຂະແໜງການທີ່ກ່ຽວຂ້ອງຂັ້ນເມືອງ, ອຳນາດການປົກບ້ານ, ກຳມະການ, ຕະຫຼອດຮອດປະຊາຊົນ ພາຍໃນບ້ານຂອບເຂດຂອງບໍລິສັດ ເຂົ້າຮ່ວມ.

 

ທ່ານ ພັອ ຫງວຽນ ແທັງ ຈຸງ ເລຂາບໍລິສັດຮ່ວມມືເສດຖະກິດ 385 ສສ ຫວຽດນາມ ໄດ້ກ່າວມີຄໍາເຫັນວ່າ: ເນື່ອງໃນໂອກາດບຸນປີໃໝ່ລາວ ພສ 2569 ທີ່ຈະມາເຖິງ ຂອງປະຊາຊົນ ລາວບັນດາເຜົ່າ, ໃນນາມຄະນະພັກ, ຄະນະຜູ້ອໍານວຍການ ບໍລິສັດ ຮ່ວມມືເສດຖະກິດ 385, ຂໍອວຍພອນໄຊ ມາຍັງບັນດາສະຫາຍຜູ້ແທນ, ພໍ່ແມ່ ປະຊາຊົນທັງຫຼາຍ ແລະ ພະນັກງານ, ກຳມະກອນ, ຈົ່ງຕ້ອນຮັບບຸນປີ ໃໝ່ລາວ ດ້ວຍຄວາມເບີກບານມ່ວນຊື່ນ, ຄວາມອົບອຸ່ນ, ມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນທຸກໜ້າທີ່ວຽກງານ. ຕະຫຼອດໄລຍະໃນຊຸມປີຜ່ານມາ, ທາງບໍລິສັດ ຮ່ວມມືເສດຖະກິດ 385 ຍາມໃດ ກໍໄດ້ຮັບຄວາມຊ່ວຍເຫຼືອ, ການຊີ້ນໍາພາ-ຊີ້ນໍາ, ການປະສານສົມທົບຢ່າງໃກ້ຊິດ ແລະ ການຊ່ວຍເຫຼືອອັນລໍ້າຄ່າຈາກຄະນະພັກ, ອໍານາດການປົກຄອງແຂວງອັດຕະປື, ກໍ່ຄື ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ອົງການປົກຄອງເມືອງສາມັກຄີໄຊ, ກຳລັງປ້ອງກັນຄວາມສະຫງົບເມືອງ ພ້ອມດ້ວຍຄະນະພັກ, ອຳນາດການປົກຄອງບ້ານສອກ, ການຮ່ວມແຮງຮ່ວມໃຈດັ່ງກ່າວ ໄດ້ຊ່ວຍໃຫ້ບໍລິສັດ ຜັນຂະຫຍາຍບັນດາກິດຈະກຳການຜະລິດ, ທຸລະກິດ ຕິດພັນກັບການພັດທະນາເສດຖະກິດ – ສັງຄົມ ໄດ້ເປັນຢ່າງດີ, ຊຸກຍູ້ວຽກງານການໂຄສະນາ, ສຶກສາອົບຮົມ ແລະ ປູກລະດົມ ໃຫ້ປະຊາຊົນ ປະຕິບັດຕາມແນວທາງ, ນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ຂໍ້ກຳນົດຂອງທ້ອງຖິ່ນ ໄດ້ຢ່າງເຂັ້ມງວດ. ຜ່ານມານັ້ນ ກໍໄດ້ປະກອບສ່ວນເຂົ້າໃນການຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ຮັກສາຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍໃນ ສັງຄົມ ຢູ່ຂອບເຂດທ້ອງຖິ່ນ. ພ້ອມກັນນັ້ນ ກໍເປັນການສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນຄວາມສາມັກຄີມິດຕະພາບແບບພິເສດ, ຄວາມຊື່ສັດບໍລິສຸດຜຸດຜ່ອງ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ.

ໃນໂອກາດນີ້, ບໍລິສັດ ຮ່ວມມືເສດຖະກິດ 385 ໄດ້ຈັດຕັ້ງການຢ້ຽມຢາມ, ຖາມຂ່າວ ແລະ ມອບຂອງຂວັນ ໃຫ້ແກ່ພະນັກງານບ້ານ ແລະ ກຳມະກອນ ກອງຮ້ອຍ 2 ຈໍານວນ 61 ທ່ານ, ນີ້ແມ່ນນໍ້າໃຈ, ແມ່ນການສະແດງຄວາມຮູ້ບຸນຄຸນຂອງບໍລິສັດ, ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບໃນການຮ່ວມມືກັບທ້ອງຖິ່ນ ເພື່ອເບິ່ງແຍງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ໃຫ້ແກ່ພໍ່ແມ່ປະຊາຊົນ ແລະ ຜູ້ອອກແຮງງານ, ໂດຍສະເພາະ ແມ່ນໃນໂອກາດບຸນປີໃໝ່ລາວ.

ໃນໂອກາດດຽວກັນນີ້ ບັນດາຄະນະນໍາ ກໍ່ໄດ້ຜັດປ່ຽນກັນມອບຂອງຂັວນ ໃຫ້ພະນັກງານບ້ານ ແລະ ກຳມະກອນ ກອງຮ້ອຍ 2, ພ້ອມທັງມີການຜູດແຂນ ເຊິ່ງກັນ ແລະ ກັນ ເພື່ອເປັນສິລິມຸງຄຸນ ເນື່ອງໃນໂອກາດບຸນປີໃໝ່ລາວ

ຂ່າວ: ວົງສະໄໝ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa