ວັນທີ 12 ມີນາ 2026 ນີ້, ຫ້ອງການການເງິນ ເມືອງຊານໄຊ ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼບວຽກງານການເງິນປະຈໍາປີ 2025 ແລະ ທິດທາງແຜນການປີ 2026 ຂື້ນທີ່ສະໂມສອນຫ້ອງວ່າການເມືອງ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຫັດສະໄນ ສີບຸນເຫຼືອງ ກຳມະການພັກແຂວງ ເລຂາພັກເມືອງ, ມີທ່ານ ສົມສະຫວັນ ອ້ວນວິໄລ ຮອງຫົວໜ້າພະແນກການເງິນແຂວງ, ມີຫົວໜ້າ- ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ, ມີຄະນະເຂດ 4 ເຂດ, ເລຂາພັກບ້ານນາຍບ້ານໃນ 12 ບ້ານເທດສະບານ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຫວັດສະດີ ຄຳມະນີວົງ ກຳມະການພັກເມືອງ ຫົວໜ້າຫ້ອງການການເງິນເມືອງຊານໄຊ ໄດ້ລາຍງານຕໍ່ກອງປະຊຸມວ່າ: ຫ້ອງການເງິນເມືອງຊານໄຊ ແມ່ນເປັນວຽກງານໜຶ່ງທີ່ສຳຄັນ ແລະ ທັງເປັນເສນາທິການໃຫ້ແກ່ຄະນະພັກ, ຄະນະຫ້ອງການໃນການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງບໍລິຫານລັດ ກ່ຽວກັບວຽກງານການເງິນ ໃນການສ້າງ, ຄຸ້ມຄອງ, ແຜນພັດທະນາເສດຖະກິດ- ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນການລົງທຶນຂອງລັດ ຂອງເມືອງຕາມການແບ່ງຂັ້ນຄຸ້ມຄອງ. ພາຍຫຼັງໂຮມຫ້ອງກາແຜນການ ແລະ ການລົງທຶນເມືອງເຂົ້າກັບຫ້ອງການເງິນເມືອງ ກໍ່ໄດ້ປັບປຸງກົງຈັກການຈັດຕັ້ງຂອງຫ້ອງການເງິນຄືນໃໝ່, ເຮັດໃຫ້ການຜັນຂະ ຫຍາຍ ແລະ ຈັດຕັ້ງປະຕິບັດວຽກງານມີຄວາມສະດວກ, ມີກົນໄກການປະສານງານທີ່ດີ, ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແລະ ແຜນງົບປະມານແຫ່ງລັດ ປີ 2025, ໃນນີ້ ດ້ານຕົວເລກລາຍຮັບແຜນປີ 2025 ມີຈໍານວນ 126 ຕື້ກວ່າກີບ ປະຕິບັດໄດ້ 147 ຕື້ກວ່າກີບ ເທົ່າກັບ 117% ຂອງແຜນການປີ, ສ່ວນດ້ານລາຍຈ່າຍ ໄດ້ຖືສໍາຄັນການຄຸ້ມຄອງລາຍຈ່າຍງົບປະມານຢ່າງເຂັ້ມງວດຖືກຕ້ອງຕາມລະບຽບກົດໝາຍ, ສາມາດປະຕິບັດໄດ້ທັງໝົດ 46 ຕື້ກວ່າກີບ ເທົ່າກັບ 99.56% ຂອງແຜນການປີ, ລາຍຈ່າຍຕົ້ນຕໍແມ່ນເງິນເດືອນພະນັກງານ, ເງິນອຸດໜູນນະໂຍບາຍຕ່າງໆ, ເງິນບໍລິຫານ, ເງິນດັດສົມ-ສົ່ງເສີມ ແລະ ອື່ນໆ ເພື່ອໃຫ້ສອດຄ່ອງກັບສະພາບເສດຖະກິດຕົວຈິງຕາມທ່າແຮງບົ່ມຊ້ອນຂອງເມືອງ.


ກອງປະຊຸມ ຜູ້ເຂົ້າຮ່ວມກໍ່ໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ໃສ່ບົດສະຫຼຸບ ແລະ ທິດທາງແຜນການ ເພື່ອເຮັດໃຫ້ການຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍງົບປະມານພາຍໃນເມືອງຊານໄຊ ໃນປີ 2026 ບັນລຸໄດ້ຕາມແຜນການ.
ໂອກາດສຳຄັນດັ່ງກ່າວໃນກອງປະຊຸມຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ບັນດາຫ້ອງການ ແລະ ບ້ານທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດໃນໄລຍະ 1 ປີ ຜ່ານມານໍາອີກດ້ວຍ.
ຂ່າວ: ນ ສຸວັນນະວົງ