ປີ​ 2026-2030 ແຂວງອັດຕະປື ຈະສູ້ຊົນໃຫ້ການເຕີບໂຕຂອງກະສິກຳ ໃຫ້ໄດ້ 5.59%

ແຕ່ປີ​ 2026-2030 ແຂວງອັດຕະປື​ຈະສູ້ຊົນໃຫ້ລະດັບການເຕີບໂຕຂອງກະສິກຳ ສະເລ່ຍໃຫ້ໄດ້ 5.59 %, ສະເພາະແຜນປີ 2026 ວາງແຜນໄວ້ທີ 5.​7%, ປະກອບສ່ວນເຂົ້າໃສ່ GDP,​ 42.40%, ໃນນັ້ນ ດ້ານປູກຝັງ 7.​9% ປະກອບສ່ວນ GDP, 28.70%, ດ້ານລ້ຽງ 5.​40% ປະກອບສ່ວນ GDP, 8.30%, ດ້ານປ່າໄມ້ 4.​20% ປະກອບສ່ວນ GDP, 0.70%, ດ້ານການປະມົງ 5.​30% ປະກອບສ່ວນ GDP, 4.70%.

ທ່ານ ສາຍທາລາ ໂສທິດາ ຮອງຫົວ​ໜ້າພະແນກກະສິກຳ ແລະ​ ສິ່ງ​ແວດ​ລ້ອມແຂວງອັດຕະປື, ໄດ້ລາຍຕໍ່ກອງປະຊຸມປະຈໍາປີ 2025 ຄັ້ງວັນ​ທີ 20 ມີນາ 2026 ໃຫ້ຮູ້ວ່າ: ໃນ 5 ປີຕໍ່ໜ້າ​(2026-2030) ພະແນກກະສິກໍາ ແລະ ສິ່ງແວດລ້ອມ​ແຂວງອັດ ຕະປື​ຈະສູ້ຊົນໃຫ້ສໍາເລັດໃນ 7 ຄາດໝາຍ ແລະ 4 ວຽກຈຸດສຸມ ໃຫ້ບັນລຸຕາມກຳນົດເປັນຕົ້ນ: ເຊິ່ງຈະສຸມໃສ່ ບັນ​ດາໜ້າວຽກທີ່ກຳນົດໄວ້ໃນ 7 ແຜນງານ ແລະ 4 ວຽກຈຸດສຸມປິ່ນອ້ອມ ຄື:

1). ແຜນງານສົ່ງເສີມການ​ຜະລິດກະສິກາ ເພື່ອຄໍ້າປະກັນດ້ານສະບຽງອາຫານ ແລະ ໂພຊະນາກ ຜະລິດເຂົ້າເປືອກ ໃຫ້ໄດ້ 463,334 ໂຕນ/5​ ປີ, ສະເລ່ຍ 92,668 ໂຕນ/ປີ,​ ພືດສະບຽງອາຫານ ໃຫ້ໄດ້ 136,034 ໂຕນ ຫຼື ໃຫ້ໄດ້ປະມານ 27,207 ໂຕນ/ປີ,​ ສະໜອງອັດຕາການບໍລິໂພກທາດຊີ້ນໃຫ້ໄດ້ 70 ກິໂລ/ຄົນ/ປີ ຫຼື ຮັບປະກັນໂພສະນາການໃຫ້ແກ່ ປະຊາຊົນໄດ້ຮັບພະ​ລັງງານ 440 ກິໂລກຣໍຣີ/ຄົນ/ວັນ.

2). ແຜນງານສົ່ງເສີມການຜະລິດກະສິກໍາເປັນສິນຄ້າ ແລະ ປຸງແຕ່ງຂັ້ນຕົ້ນ ເພື່ອຊົມໄຊ້ພາຍໃນ ແລະ ສົ່ງອອກ: ສູ້ຊົນຜະລິດພືດເປັນສິນຄ້າໃຫ້ໄດ້ໃຫ້ໄດ້ 1,679,470 ໂຕນ/ປີ, ໃນນັ້ນ: ເຂົ້າ ໃຫ້ໄດ້ 4,422 ໂຕນ,​ ກາເຟ 2,932 ໂຕນ/ປີ,​ ສາລີອາຫານສັດໃຫ້ໄດ້ ໃຫ້ໄດ້ 300​ ໂຕນ/ປີ,​ ມັນຕົ້ນ ໃຫ້ໄດ້ 670,389 ໂຕນ/ປີ,​ ອ້ອຍໃຫ້ໄດ້ 658,749 ໂຕນ/ປີ,​ ຢາງພາລາໃຫ້ໄດ້ 15,510 ໂຕນ/ປີ, ໝາກໂມ ໃຫ້ໄດ້ 576 ໂຕນ/ປີ,​ ໝາກຖົ່ວລຽນ 4,478 ເຮັກຕາ, ເນື້ອທີ່ເກັບກ່ຽວ 744 ເຮັກຕາ ຜົນຜະລິດໃຫ້ໄດ້ 3,723 ໂຕນ/ປີ ແລະ ພຶດອື່ນໆ.
3). ແຜນງານຄຸ້ມຄອງ, ປົກປັກຮັກ​ສາ ແລະ ນໍາໃຊ້ປ່າໄມ້, ສູ້ຊົນເຮັດໃຫ້ເນື້ອທີ່ປົກຫຸ້ມປ່າໄມ້ບໍ່ໃຫ້ຫຼຸດ 81.​75%, ສູ້ຊົນຂຶ້ນທະບຽນສວນປູກໃຫ້ໄດ້ 1,000 ເຮັກຕາ, ເກັບແກ່ນພັນໄມ້ໃຫ້ໄດ້ 450 ກິໂລ,​ ຜະລິດເບ້ຍໄມ້ໃຫ້ໄດ້ 38 ພັນກວ່າເບ້ຍ, ປູກປ່າໃຫ້ໄດ້ 701 ເຮັກຕາ ແລະ ຟື້ນຟູປ່າ 10 ພັນ 630 ເຮັກຕາ,​ ກວດກາສະກັດກັ້ນການລັກລອບຊື້-ຂາຍໄມ້, ການປູກລູກເນື້ອທີ່ດິນປ່າໄມ້, ການຊື້ – ຂາຍສັດປ່າ ແລະ ລັກລອບຂຸດຄົ້ນໄມ້ທີ່ບໍ່ໄດ້ຮັບອະນຸຍາດ ຈໍານວນ 3,​682 ແມັດກ້ອນ ແລະ ຄະດີລັກລອບເຄື່ອນຍ້າຍໄມ້ເຂົ້າໂຮງງານ ບ້ານ ດົງບາກ ເມືອງສະໜາມໄຊ ໄມ້ ຈໍານວນ 1 ພັນ 287 ຕັບ, ບໍລິມາດ 268 ແມັດກ້ອນ.ກວດການໍາໃຊ້ຊັບພະ ຍາກອນທຳມະຊາດ ແລະ ສິ່ງແວດ​ລ້ອມ ພະລັງງານ, ບໍ່ແຮ່ EIA = 15 ໂຄງການ = 150 ຄັ້ງ,​ EE = 7​ ໂຄງ​ການ = 70 ຄັ້ງ, ກວດກາຕົນ, ຊີວະນາໆພັນ EIA = 8 ໂຄງການ = 80 ຄັ້ງ, IEE = 17 ໂຄງການ = 170 ຄັ້ງ. ຮ່ວມປະເມີນຜົນກະທົບຕໍ່ສິ່ງ​ແວດ​ລ້ອມ ແລະ ແກ້ໄຂບັນຫາຜົນກະ​ທົບຕໍ່ສິ່ງແວດລ້ອມ.
4). ແຜນງານຈັດສັນ ແລະ ຄຸ້ມຄອງທີ່ດິນຜັນຂະຫຍາຍແຜນຈັດສັນທີ່​ດິນ, ຄຸ້ມຄອງຊັບພະຍາກອນທຳມະ​ຊາດ ແລະ ສິ່ງແວດລ້ອມ ໂດຍສໍາ ຫຼວດ ແລະ ຈັດ ສັນທີ່ດິນ ເພື່ອກຳ​ນົດປະເພດທີ່ດິນ 8 ປະເພດ ໃຫ້ສຳເລັດໃນແຂວງ ໃນປີ 2030,​ ສືບຕໍ່ສໍາຫຼວດ ແລະ ຈັດສັນທີ່ດິນທີ່ຈະສະຫງວນ ແລະ ອະນຸລັກ 70% ແລະ ທີ່ດິນເພື່ອການ ພັດທະນາ 30%, ໃນນັ້ນ ສູ້ຊົນສືບຕໍ່ສຳຫຼວດຈັດສັນ ທີ່ດິນຂັ້ນບ້ານທີ່ນອນໃນເຂດທີ່ດິນປ່າໄມ້ໃຫ້ ສຳເລັດໃນປີ 2030, ຊຸກຍູ້ການສ້າງແຜນຈັດສັນທີ່ດິນຂັ້ນບ້ານທີ່ຢູ່ໃນເຂດທີ່ດິນປ່າ​ໄມ້ໃຫ້ໄດ້ 89 ບ້ານ, ສໍາຫຼວດເກັບກຳຂໍ້ມູນ ຕອນດິນບຸກຄົນ, ການຈັດ​ຕັ້ງ ແລະ ລວມຫມູ່ນໍາໃຊ້ ໃຫ້ໄດ້ 15,000ຕອນ.
5). ແຜນງານຄຸ້ມຄອງ ຊັບພະ​ຍາກອນນໍ້າ ສືບຕໍ່ເກັບກຳຂໍ້ມູນນໍ້າໃຕ້ດິນ, ນໍ້າໜ້າດິນ ເພື່ອສັງລວມ, ຄຸ້ມຄອງ ແລະ ພັດທະນາລະບົບຖານຂໍ້ມູນ-ຂ່າວສານຊັບ ພະຍາ​ກອນນໍ້າ ໃນຂອບເຂດຄວາມຮັບ​ຜິດຊອບຂອງຕົນ ໂດຍສົມທົບກັນ​ກັບພາກສ່ວນກ່ຽວຂ້ອງ ທັງຂັ້ນສູນ​ກາງ ແລະ ທ້ອງຖິ່ນ, ປະເມີນຜົນການຈັດຕັ້ງປະຕິບັດວຽກງານຄຸ້ມ​ຄອງ, ອະນຸລັກ, ຟື້ນຟູ, ການວັດ​ແທກຄຸນນະພາບນໍ້າ, ປະລິມານນໍ້າ​ໄຫຼ, ອ່າງຮັບນໍ້າ, ນໍ້າເປື້ອນ, ວັງສະ​ຫງວນ, ນໍ້າໃຕ້ດິນ ແລະ ການນໍາໃຊ້ນໍ້າ ບັນດາ ໂຄງການພັດທະນາຕ່າງໆຢູ່ພາຍໃນແຂວງ,​ ສືບຕໍ່ຂະຫຍາຍຕາ​ຫນ່າງສະຖານີອຸຕຸນິຍົມ ໃນເຂດທີ່ຈຳເປັນ, ຂະຫຍາຍຕາໜ່າງສະຖານີອຸທົກກະສາດ ໃນເຂດທີ່ມີຄວາມສ່ຽງໄພນໍ້າຖວ້ມ, ປັບປຸງ ແລະ ສ້ອມ​ແປງສະຖານີອຸຕຸນິຍົມ 9 ແຫ່ງ ແລະ ສະຖານີ ທົກກະສາດ 9 ແຫ່ງ ທີ່ມີແລ້ວ ເພື່ອໃຫ້ນໍາໃຊ້ໄດ້ປົກກະຕິ, ຍົກລະດັບການພະຍາກອນສະພາບ ອາກາດ, ອຸທົກກະສາດ ໃຫ້ມີຄວາມຖືກຕ້ອງ, ຊັດເຈນ 80% ຂຶ້ນໄປ. ສ້າງລະບົບການຄຸ້ມຄອງດ້ານ ແລ້ງ ແລະ ຕ້ານຖ້ວມໃຫ້ມີປະສິດທິຜົນ, ຍົກລະດັບການພະຍາ ກອນອາ​ກາດ​, ສືບຕໍ່ປັບປຸງລະບົບ ພະຍາກອນການແຈ້ງເຕືອນໄພລ່ວງໜ້າ, ຫັນວຽກງານອຸຕຸນິຍົມ-ອຸທົກກະສາດ ໃຫ້ເປັນລະບົບທັນ ສະໄໝ, ຖືກ​ຕ້ອງ, ຊັດເຈນ ແລະ ທັນກັບສະ​ພາບການ.
6). ແຜນງານການປົກປັກຮັກສາສິ່ງແວດລ້ອມ: ຊຸກຍູ້, ສົ່ງເສີມເຜີຍ​ແຜ່ນິຕິກຳກ່ຽວກັບສິ່ງ​ແວດລ້ອມ ແລະ ການສ້າງໂຮງຮຽນ, ສຳນັກງານອົງການພາກ ລັດ, ເອກະຊົນ ໃຫ້ເປັນສີຂຽວ ສະອາດງາມຕາຕາມທິດສີຂຽວຢືນຢົງ,​ ສໍາຫຼວດ, ເກັບກຳຂໍ້ມູນ, ສ້າງແຜນທີ່ຈໍາລອງ ແລະ ຄາດຄະເນຄວາມສ່ຽງ ຈາກການປ່ຽນແປງດິນຟ້າ ອາກາດ.
7). ແຜນງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ແກ້ໄຂຄອບຄົວທຸກຍາກ ໃຫ້ພົ້ນທຸກ 3,827 ຄອບຄົວ,​ ເຊິ່ງກວມ 94% ຂອງຄອບຄົວທຸກທັງໝົດ,​ ຊັບພະ​ຍາກອນທຳມະຊາດ, ໄດ້ຮັບການປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ຢ່າງມີປະສິດທິຜົນ, ຄຸນ ນະພາບສິ່ງແວດລ້ອມດີຂຶ້ນ.

ທ່ານ ສາຍທາລາ ໂສທິດາ ຮອງຫົວ​ໜ້າພະແນກກະສິກຳ ແລະສິ່ງແວ້ດລ້ອມແຂວງອັດຕະປື ຍັງໄດ້ລາຍ​ງານໃຫ້ຮູ້ຕື່ມອີກວ່າ: ວຽກຈຸດສຸມ 4 ຈຸດສຸມ, ຂອງແຕ່ລະແຜນງານ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ 7 ແຜນງານ ຂ້າງເທິງນັ້ນ ສາມາດບັນລຸໄດ້ ຕ້ອງໄດ້ສຸມໃສ່ ບັນດາວຽກຈຸດສຸມປິ່ນອ້ອມຕ່າງໆ, ຊຶ່ງລວມມີ 04 ວຽກຈຸດສຸມຕົ້ນຕໍ:
1. ຈະໄດ້ເອົາໃຈໃສ່ ບໍລິຫານ, ເລຂາ​ນຸການ, ພິທິການ ແລະ ເສນາທິການດ້ານເອກະສານ ພ້ອມທັງອໍານວຍ ຄວາມສະດວກການຈໍລະຈອນເອ​ກະສານຮັບປະກັນຄວາມປອດໄພຂອງເອກະສານທາງການ, ເອົາໃຈໃສ່ການສ້າງ, ໂຄສະນາເຜີຍແຜ່ ແລະ ຕິດຕາມປະເມີນຜົນນິຕິກຳ ກ່ຽວກັບວຽກງານກະສິກຳ ແລະ ສິ່ງແວດລ້ອມ ໃນໄລຍະໃໝ່, ເພີ່ມທະວີຄວາມເອົາໃຈໃສ່ໃນການຊຸກຍູ້ສ້າງ ແລະ ປັບປຸງເປັນນິຕິກຳລຸ່ມກົດ​ໝາຍທີ່ຢູ່ໃນ ຄວາມຮັບ​ຜິດຊອບ.
2. ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ໄປຕາມທິດກະທັດຮັດ ມີປະສິດ​ທິພາບ, ມີຄວາມເຂັ້ມແຂງ ເພື່ອເພີ່ມຄວາມສາມາດຄຸ້ມຄອງມະຫາພາກ, ນໍາໃຊ້ເຄື່ອງມື ແລະ ເຕັກໂນໂລຊີທັນສະໄຫມ ເຂົ້າໃນການຄຸ້ມ​ຄອງບໍລິຫານລັດ ໃຫ້ມີ ຄວາມສັກ​ສິດ, ມີຄຸນນະພາບ, ວ່ອງໄວ, ແກ້ໄຂຂອດຂັ້ນຊັກຊ້າ ໃນການບໍລິການສັງຄົມ ແລະ ປະຊາຊົນ, ພັດທະນາບຸກຄະລາກອນ ໃຫ້ມີ ຄວາມພ້ອມດ້ານຄວາມຮູ້ ຄວາມສາມາດ, ຄຸນສົມບັນສິນທຳປະຕິວັດ ໃນການນໍາພາ-ຄຸ້ມຄອງ.
3. ສືບຕໍ່ຈັດຕັ້ງປະຕິບັດ ວຽກງານຮ່ວມມື ສອງຝ່າຍ-ຫຼາຍຝ່າຍ ລວມທັງ ບັນດາບົດບັນທຶກຊ່ວຍຈໍາ ດ້ານ ກະສິກຳ ແລະ ສິ່ງແວດລ້ອມ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ,​ ສືບຕໍ່ເປັນຄູ່ຮ່ວມງານ ກັບ ອົງການຈັດຕັ້ງສາກົນຕ່າງໆໃຫ້ຍືນຍົງ.​ 4.ຕິດຕາມ ກວດກາ ວຽກງານພັກ, ລັດ, ຕ້ານການສໍ້ລາດບັງຫຼວງ ແລະ ຄົ້ນຄວ້າແກ້ໄຂຄໍາຮ້ອງ, ຄໍາສະເໜີ ໃຫ້ເຂັ້ມງວດ.
ຂ່າວ: ມະນີວອນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa