ການປະກາດກົງຈັກການຈັດຕັ້ງ ແລະ ບຸກຄາລາກອນ ລະຫວ່າງ ພະແນກພາຍໃນແຂວງໂຮມເຂົ້າກັບຄະນະຈັດຕັ້ງແຂວງໄດ້ໄຂຂຶ້ນໃນວັນທີ 28 ກໍລະກົດ 2025 ນີ້ ທີ່ຫໍປະຊຸມໃຫຍ່ຂອງແຂວງ ໂດຍການເຂົ້າຮ່ວມຂອງທ່ານ ຄຳບຸນ ດວງພະບາງ ຮອງເລຂາພັກແຂວງ ຜູ້ຊີ້ນຳວງກງານພັກ-ພະນັກງານຂັ້ນແຂວງ, ມີ ທ່ານ ນາງ ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ທ່ານຮອງເຈົ້າແຂວງ, ເຈົ້າເມືອງ, ພະແນກການພ້ອມຂ້າງແຂວງ-ເມືອງ, ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ
ທ່ານ ຄໍາບຸນ ດວງພະບາງ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກພັກ-ພະນັກງານໄດ້ກ່າວໄຂກອງປະຊຸມຄັ້ງນີ້ວ່າ: ກອງປະຊຸມເທຶ່ອນີ້ສຸດທີ່ມີຄວາມໝາຍຄວາມສຳຄັນເຊິ່ງຈະໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບການນໍາພາ-ຊີ້ນໍາຂອງຄະນະຈັດຕັ້ງແຂວງ ໄລຍະ 5 ປີຜ່ານມາ; ຮັບຟັງການຜ່ານຮ່າງບົດສະຫຼຸບການນໍາພາ-ຊີ້ນໍາ ຂອງພະແນກພາຍໃນແຂວງໄລຍະ 5 ປີຜ່ານມາ; ການຜ່ານ ຂໍ້ຕົກລົງ ວ່າດ້ວຍການອະນຸມັດພະນັກງານ-ລັດຖະ ກອນ ພັກການລໍຖ້າຮັບອຸດໜູນບຳນານ; ການຜ່ານ ຂໍ້ຕົກລົງ ວ່າດ້ວຍການຍຸບເລີກ ພະແນກພາຍໃນແຂວງ ແລະ ສັບຊ້ອນວຽກງານຕ່າງໆ ໄປຂຶ້ນກັບຄະນະຈັດຕັ້ງແຂວງ ແລະ ພາກສ່ວນອື່ນໆ, ການຜ່ານມະຕິ ຂອງສະພາປະຊາຊົນແຂວງວ່າດ້ວຍການຮັບຮອງເອົາ ການໂຮມກົງຈັກການຈັດຕັ້ງ ຂອງຄະນະຈັດຕັ້ງແຂວງ; ການຜ່ານ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ຫົວໜ້າ, ຮອງຫົວໜ້າ ຄະນະຈັດຕັ້ງແຂວງ, ການຜ່ານຂໍ້ຕົກລົງ ວ່າດ້ວຍການຮັບຮອງກົງຈັກການຈັດຕັ້ງ ຂັ້ນຂະແໜງ ຂອງຄະນະຈັດຕັ້ງແຂວງ; ການຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງພະນັກງານຂັ້ນ ຫົວໜ້າຂະແໜງ, ຮອງຂະແໜງ ແລະ ວິຊາການ ຢູ່ແຕ່ລະຂະແໜງ ຂອງຄະນະຈັດຕັ້ງແຂວງ; ການຜ່ານມະຕິຕົກລົງ ວ່າດ້ວຍການຍຸບໜ່ວຍພັກຮາກຖານ, ພະແນກພາຍໃນແຂວງ ແລະ ໜ່ວຍພັກຮາກຖານຄະນະຈັດຕັ້ງແຂວງ; ການຜ່ານມະຕິຕົກລົງ ວ່າດ້ວຍການສ້າງຕັ້ງ ໜ່ວຍພັກຮາກຖານ ຄະນະຈັດຕັ້ງແຂວງ; ການຜ່ານ ມະຕິຕົກລົງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ຄະນະໜ່ວຍພັກ ຮາກຖານ ຄະນະຈັດຕັ້ງແຂວງ; ການຜ່ານເອກະສານ ວ່າດ້ວຍການບົ່ງຕົວແຕ່ງຕັງ ຄະນະ 3 ອົງ ການຈັດຕັ້ງມະຫາຊົນ ຂອງຄະນະຈັດຕັ້ງແຂວງ.
ໃນພິທີ, ທ່ານ ນາງ ດວງໄຊ ສີວົງສາ ຮອງຫົວໜ້າ ຄະນະຈັດຕັ້ງແຂວງ, ໄດ້ຂຶ້ນຜ່ານມະຕິຕົກລົງຂອງທ່ານເຈົ້າແຂວງ,ເລກທີ 955/ຈຂອປ, ວ່າດ້ວຍການຍຸບເລີກພະແນກພາຍໃນແຂວງ ແລະ ສັບຊ້ອນວຽກງານຕ່າງໆໄປຂື້ນກັບຄະນະຈັດຕັ້ງແຂວງ ແລະ ພາກສ່ວນອື່ນໆ ໂຮມເອົາວຽກງານຄຸ້ມຄອງພະນັກງານ-ລັດຖະກອນ, ວຽກງານພັດທະນາກົງຈັກການຈັດຕັ້ງ, ວຽກງານການປົກຄອງທ້ອງຖິ່ນ, ວຽກງານແຂ່ງຂັນຍ້ອງຍໍ, ວຽກງານຄຸ້ມຄອງພາລະກອນ ແລະ ວຽກງານອື່ນໆ ທີ່ສອດຄ່ອງກັບພາລະບົດບາດຂອງຄະນະຈັດຕັ້ງແຂວງ ພ້ອມດ້ວຍບຸກຄະລາກອນຂອງພະແນກພາຍໃນ ເຂົ້າກັບຄະນະຈັດຕັ້ງແຂວງ, 2) ຍົກຍ້າຍວຽກງານແຜນທີ່, ວຽກງານສາສະໜາ, ວຽກງານເອກະສານ ພ້ອມດ້ວຍບຸກຄະລາກອນ ເຂົ້າກັບຫ້ອງວ່າການແຂວງ; 3) ຍົກຍ້າຍວຽກງານຄຸ້ມຄອງພົນລະເມືອງ ພ້ອມດ້ວຍບຸກຄະລາກອນ ເຂົ້າກັບກອງບັນຊາການ ປກສ ແຂວງ,4 ຍົກຍ້າຍວຽກງານຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ພ້ອມດ້ວຍບຸກຄະລາກອນ ໄປຂື້ນກັບພະແນກການ ເງິນແຂວງ. ມາດຕາ 2 ການສັບຊ້ອນວຽກງານຕ່າງໆນັ້ນ ແມ່ນໃຫ້ສັບຊ້ອນທັງວຽກ, ບຸກຄະລາກອນ, ງົບປະມານ-ວັດຖຸອຸປະກອນ, ຊັບສິນຂອງລັດໄປຕາມແຕ່ລະວຽກງານ ຮັບປະກັນໃຫ້ມີການນຳພາທາງດ້ານການເມືອງ-ແນວ ຄິດໃຫ້ແກ່ຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນໃນອົງການດັ່ງກ່າວຢ່າງເລິກເຊິ່ງ. ມາດຕາ 3 ມອບໃຫ້ຄະນະປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ ປະສານງານກັບຄະນະຈັດຕັ້ງແຂວງ ແລະ ພາກສ່ວນທີ່ ກ່ຽວຂ້ອງ ເພື່ອຮັບປະກັນການສັບຊ້ອນກົງຈັກການຈັດຕັ້ງຄັ້ງນີ້ໃຫ້ໄດ້ຮັບຜົນດີ ແລະ ຜ່ານຂໍ້ຕົກລົງ ເຈົ້າແຂວງເລກທີ 956/ ຈຂອປ,ວ່າດ້ວຍການຮັບຮອງເອົາໂຄງປະກອບ ກົງຈັກການຈັດຕັ້ງລັດ ຂອງຄະນະຈັດຕັ້ງແຂວງອັດຕະປື, ເຈົ້າແຂວງຕົກລົງເຫັນດີຮັບຮອງເອົາໂຄງປະກອບກົງຈັກການຈັດຕັ້ງລັດ ຂອງຄະນະຈັດຕັ້ງແຂວງ ປະກອບມີ 05 ຂະແໜງຄື: 1) ຂະແໜງຫ້ອງການ; 2) ຂະແໜງພັກ; 3) ຂະແໜງຄຸ້ມຄອງພະນັກງານ-ລັດຖະກອນ; 4) ຂະແໜງກົງຈັກການຈັດຕັ້ງພັກ-ລັດ; 5) ຂະແໜງປົກຄອງ, ຈາກນັ້ນກອງປະຊຸມຍັງໄດ້ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ເລກທີ 1026 ວ່າດ້ວຍການແຕ່ງຕັ້ງພະນັກງານ, ເຈົ້າແຂວງເຫັນດີຕົກລົງແຕ່ງຕັ້ງ ທ່ານ ນາງ ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ ເປັນຫົວໜ້າຄະນະຈັດຕັ້ງແຂວງ ແລະ ຂໍ້ຕົກລົງເຈົ້າແຂວງອັດຕະປືເລກທີ 1006 ວ່າດ້ວຍແຕ່ງຕັ້ງພະນັກງານ, ເຈົ້າແຂວງເກັນດີແຕ່ງຕັ່ງພະນັກງານຂັ້ນຮອງຫົວໜ້າຄະນະຈັດ ຕັ້ງແຂວງ ຈຳນວນ 4 ທ່ານຄື: 1. ທ່ານ ສົມຫວັງ ນາມເສນາ ເປັນຮອງຫົວໜ້າຄະນະຈັດຕັ້ງແຂວງ; 2. ທ່ານ ຄໍາເສົາ ອຳມະສອນ ເປັນຮອງຫົວໜ້າຄະນະຈັດຕັ້ງແຂວງ; 3. ທ່ານ ນາງ ດວງໄຊ ສີວົງສາ ເປັນຮອງຫົວໜ້າຄະນະຈັດຕັ້ງແຂວງ; 4. ທ່ານ ແສງໄພລິນ ຈັນທະວີສຸກ ເປັນຮອງຫົວໜ້າຄະນະຈັດຕັ້ງແຂວງ.
ໃນຕອນທ້າຍຂອງປະຊຸມ ທ່ານ ຄຳບຸນ ດວງພະບາງຮອງເລຂາພັກແຂວງ ໄດ້ໃຫ້ທັດສະນະໃນການ ຍຸບໂຮມບາງກົງຈັກການຈັດຕັ້ງລະຫວ່າງ ຈັດຕັ້ງແຂວງກັບພະແນກພາຍໃນຄັ້ງນີ້ວ່າ: ພາຍຫຼັງການມອບໂອນແລ້ວໃຫ້ຄະນະຈັດຕັ້ງ ສືບຕໍ່ສຸມໃສ່ປັບປຸງກົງຈັກການຈັດຕັ້ງພາຍໃນຂຶ້ນກັບນີ້ ໃຫ້ສໍາເລັດໂດຍໄວ ເພື່ອຂັບເຄື່ອນວຽກງານໃຫ້ຕໍ່ເນື່ອງ ແລະ ມີຜົນສໍາເລັດທີ່ພົ້ນເດັ່ນຂຶ້ນຕື່ມ, ສຶກສາອົບຮົມການເມືອງແນວຄິດພະນັກງານ -ລັດຖະກອນ ໃຫ້ເຂົ້າໃຈແຈ້ງຕື່ມ ກ່ຽວກັບຈຸດປະສົງ, ເປົ້າໝາຍຂອງການປັບປຸງກົງຈັກການຈັດຕັ້ງໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ກົງຈັກກະທັດຫັດແຕ່ມີຄຸນນະພາບ. ສະນັ້ນ, ການຊັບຊ້ອນບຸກຄະລາກອນເຂົ້າໃນຕໍາແໜ່ງງານຈະຕ້ອງມີຂຶ້ນ, ມີລົງ, ມີເຂົ້າ, ມີອອກ ອັນນີ້ແມ່ນເລື່ອງປົກກະຕິ. ຊັບຊ້ອນຈັດວາງບຸກຄະລາກອນ ເຂົ້າບັນດາຕໍາແໜ່ງງານ ໃຫ້ແທດເໝາະກັບຄວາມຮູ້ຄວາມສາມາດຕົວຈິງ ຂອງພະນັກງານແຕ່ລະຄົນ; ຈັດຕັ້ງແບ່ງວຽກ, ແບ່ງງານ ແລະ ຄວາມຮັບຜິດຊອບພາຍໃນຄະ ນະພັກ, ຄະນະນໍາຄືນໃໝ່ ເພື່ອໃຫ້ສອດຄ່ອງຕາມໂຄງປະກອບກົງຈັກທີ່ໄດ້ປັບປຸງໃໝ່ ແລະ ດໍາເນີນຕາມລະບອບແບບແຜນການນໍາພາໃຫ້ແທດເຖິງເປັນປົກ ກະຕິ; ຊີ້ນໍາ ຕິດຕາມ ການປັບປຸງກົງຈັກການຈັດຕັ້ງ ຂອງຄະນະຈັດຕັ້ງຢູ່ທ້ອງຖິ່ນ ໃຫ້ສໍາເລັດ ແລະ ມີການເຄື່ອນໄຫວປະຕິບັດໜ້າທີ່ມີປະສິດທິຜົນກວ່າເກົ່າ. ປັບປຸງກົນໄກການເຄື່ອນໄຫວວຽກງານວິຊາສະເພາະໃຫ້ເປັນລະບົບໂລ່ງລ່ຽນ, ວ່ອງ ໄວ ທັນສະພາບການ.
(ຂ່າວ:ມະນີວອນ)