ກອງປະຊຸມ ສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນແຂວງ ອັດຕະປື ຊຸດທີ່ II ໄດ້ໄຂຂຶ້ນຢ່າງເປັນທາງ ການໃນວັນທີ 3 ກໍລະກົດ 2025 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ພາຍໃຕ້ການເປັນປະທານຂອງທ່ານ ນາງ ມີນາພອນ ໄຊສົມພູ ປະທານສະພາປະຊາຊົນແຂວງ, ເຂົ້າຮ່ວມມີບັນດາທ່ານການນໍາພັກ-ລັດຂອງແຂວງ, ບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17, ສະມາຊິກສະພາປະຊາຊົນແຂວງ, ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມຫຼາຍກວ່າ 100 ທ່ານ.
ໃນກອງປະຊຸມ ທ່ານ ບຸນນານ ບຸນນະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ຕາງໜ້າຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ ໄດ້ລາຍງານການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ ຄື: ໂຮມພະແນກແຜນການ ແລະ ການລົງທຶນແຂວງ ເຂົ້າກັບພະແນກການເງິນແຂວງ ເອີ້ນຊື່ວ່າ: ພະແນກການເງິນແຂວງ, ໂຮມພະແນກພະລັງງານ ແລະ ບໍ່ແຮ່ແຂວງ ເຂົ້າກັບພະແນກອຸດສາຫະກຳ ແລະ ການຄ້າແຂວງ ເອີ້ນຊື່ວ່າ: ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ໂຮມພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເຂົ້າກັບພະແນກກະສິກຳ ແລະ ປ່າໄມ້ແຂວງ ເອີ້ນຊື່ວ່າ: ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ໂຮມພະແນກພາຍໃນແຂວງ ເຂົ້າກັບຄະນະຈັດຕັ້ງແຂວງ: ໂອນເອົາວຽກງານຄຸ້ມຄອງພະນັກງານ-ລັດຖະກອນ, ວຽກງານພັດທະນາກົງຈັກການຈັດຕັ້ງ, ວຽກງານປົກຄອງທ້ອງຖິ່ນ, ວຽກງານແຂ່ງຂັ້ນ-ຍ້ອງຍໍ, ວຽກງານຄຸ້ມຄອງພາລະກອນ ແລະ ວຽກງານອື່ນ ທີ່ສອດຄ່ອງກັບພາລະບົດບາດຂອງຄະນະຈັດຕັ້ງແຂວງ ພ້ອມທັງຍົກຍ້າຍບຸກຄະລາກອນຂອງພະແນກພາຍໃນແຂວງ ເຂົ້າກັບຄະນະຈັດຕັ້ງແຂວງ, ຍົກຍ້າຍວຽກງານແຜນທີ່, ວຽກງານສາສະໜາ, ວຽກງານເອກະສານ ພ້ອມດ້ວຍບຸກຄະລາກອນ ເຂົ້າກັບຫ້ອງວ່າການແຂວງ, ຍົກຍ້າຍວຽກຄຸ້ມຄອງພົນລະເມືອງ ພ້ອມບຸກຄາລະ ກອນເຂົ້າກັບກອງບັນຊາການປ້ອງກັນຄວາມສະງົບ, ຍົກຍ້າຍ ວຽກງານຫັນຫົວໜ້າວິຊາການເປັນເຈົ້າຕົນເອງ ພ້ອມດ້ວຍບຸກຄະລາກອນ ໄປຂຶ້ນກັບພະແນກການເງິນແຂວງ, ໂອນວຽກງານສື່ມວນຊົນ ວຽກຖະແຫຼງຂ່າວ ພ້ອມທັງຍົກຍ້າຍບຸກຄະລາກອນທີ່ເຮັດວຽກດັ່ງກ່າວ ໄປຂຶ້ນກັບຄະນະໂຄສະນາອົບຮົມແຂວງ ປ່ຽນຊື່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ເປັນຊື່ໃໝ່ເອີ້ນວ່າ: ພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງ.
ຈາກນັ້ນ, ກໍ່ໄດ້ລາຍງານການຍົກຖານະບົດບາດ ແລະ ໂຄງປະກອບກົງຈັກການຈັດຕັ້ງຂອງຄະນະຄຸ້ມຄອງດ່ານສາກົນພູເກືອ ແຂວງອັດຕະປື, ຍົກພາລະບົດບາດທຽບເທົ່າ ພະແນການ, ອົງການລັດທຽບເທົ່າຂັ້ນແຂວງ, ມີກົງຈັກການຈັດຕັ້ງລັດຂອງຄະນະຄຸ້ມຄອງດ່ານ 4 ຂະ ແໜງ ຄື: ຫ້ອງການ ບໍລິຫານ, ຈັດຕັ້ງກວດກາ ແລະ ພົວພັນຊາຍແດນກົງສູນ, ຂະແໜງກວດຄົນເຂົ້າ-ອອກເມືອງ, ຂະແໜງ ພາສີ ແລະ ຂະ ແໜງກັກກັນ ພືດ, ສັດ ແລະ ປ່າໄມ້, ອາຫານ ແລະ ຢາ, ຄວບຄຸມພະຍາດຕິດຕໍ່, ຢັ້ງຢືນຄວາມຖືກຕ້ອງຂອງນ້ຳມັນເຊື້ອໄຟ, ກວດສອບຜະລິດຕະພັນ ແລະ ສີນຄ້າ.
ໃນໂອກາດດຽວກັນ, ບັນດາທ່ານສະມາຊິກສະພາປະຊາຊົນແຂວງ ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນຕໍ່ການລາຍງານ ແລະ ຮ່າງມະຕິ ພ້ອມທັງໄດ້ລົງຄະແນນສຽງຮັບຮອງເອົາສອງມະຕິດັ່ງກ່າວ ດ້ວຍຄະແນນສຽງເຫັນດີເປັນເອກະພາບ.
#ຂ່າວ-ພາບ: ວິນັດ ສີສຸລາດ