ສໍາເລັດລົງຢ່າງສະຫງ່າງາມກອງປະຊຸມໃຫຍ່ຜູ້ແທນກໍາມະບານ ແຂວງອັດຕະປື ຄັ້ງທີ Vll

ກອງປະຊຸມໃຫ່ຍ ຜູ້ແທນສະຫະພັນກຳມະບານ ແຂວງອັດຕະປື ຄັ້ງທີ Vll ໄດ້ໄຂຂຶ້ນ ແລະ ອັດລົງດ້ວຍຜົນສໍາເລັດຢ່າງສະຫງ່າງາມ ໃນວັນທີ 15 ກໍລະກົດ 2025 ທີ່ຫໍປະຊຸມໃຫຍ່ແຂວງ, ໂດຍມີການນໍາພັກ-ລັດ ຂອງແຂວງ, ພ້ອມດ້ວຍບັນດາແຂກຖືກເຊີນຈາກສູນກາງ ແລະ ຜູ້ແທນສົມບູນເຂົ້າຮ່ວມ.

ກອງປະຊຸມໄດ້ດຳເນີນພາຍໃຕ້ບັນຍາກາດທີ່ສ້າງສັນ ແລະ ມີຄວາມຮັບຜິດຊອບທາງດ້ານການເມືອງ, ມີຄວາມສາມັກຄີ ແລະ ມີຄວາມເປັນເອກະພາບສູງ ຂອງບັນດາສະຫາຍການນຳພັກ-ລັດ, ຜູ້ແທນສົມບູນ ແລະ ແຂກທຸກພາກສ່ວນທີ່ກ່ຽວຂ້ອງ, ກອງປະຊຸມ ບັນດາຜູ້ແທນສົມບູນ ຈໍານວນ 129 ສະຫາຍ, ຍິງ 24 ສະຫາຍ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກກໍາມະບານ ກໍາມະກອນ ແລະ ຊາວຜູ້ອອກແຮງງານໃນທຸກຂົງເຂດວຽກ ງານທົ່ວແຂວງ ຈໍານວນ 6.050 ສະຫາຍ, ຍິງ 2.449 ສະຫາຍ ໄດ້ເປັນເອກະພາບຮັບຮອງເອົາບົດລາຍງານການເມືອງທັງສອງພາກ, ຮັບຮອງເອົາແຜນພັດທະນາໄລຍະ 5 ປີ ຄັ້ງທີ IV ຜ່ານມາແຕ່ປີ 2021-2025, ຕາມ 8 ແຜນງານ, 41 ໂຄງການ ແລະ ໄດ້ຮັບຮອງເອົາແຜນພັດທະນາວຽກງານກໍາມະບານ ທົ່ວແຂວງ ຄັ້ງທີ V ເຊິ່ງປະກອບ ມີ 4 ແຜນງານ 26 ໂຄງການ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານກຳມະບານໃນ 5 ປີຕໍ່ໜ້າແຕ່ປີ 2026-2030.

ຮັບຮອງເອົາບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານສະຫະພັນກຳມະບານແຂວງ ສະໄໝທີ VI ໂດຍໄດ້ຕີລາຄາສູງຕໍ່ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຄວາມພະຍາຍາມ, ຄວາມເປັນເຈົ້າການປະດິດສ້າງ, ຄວາມແບບຢ່າງໃນການຈັດຕັ້ງນໍາພາ-ຊີ້ນໍາ ດ້ວຍແບບແຜນວິທີການນຳພາ ທີ່ສອດຄ່ອງກັບສະພາບເງື່ອນໄຂຕົວຈິງຂອງທ້ອງຖິ່ນ ຈົນສາມາດນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງຜູ້ແທນສະຫະພັນກໍາມະບານທົ່ວແຂວງ ໄດ້ມີຜົນສໍາເລັດໃນຫຼາຍດ້ານ. ພ້ອມນັ້ນ ກອງປະຊຸມບັນດາຜູ້ແທນສົມບູນ ຍັງໄດ້ພ້ອມກັນຮັບຮອງເອົາຜົນຂອງການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານຊຸດໃໝ່ ຈໍານວນ 27 ສະ ຫາຍ, ຍິງ 4 ສະຫາຍ ເພື່ອເປັນແກນນໍາ ໃນການເຄື່ອນໄຫວນໍາພາ-ຊີ້ນໍາວຽກງານກຳມະບານແຂວງ ກໍຄືນໍາພາຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ແຕ່ 2026-2030 ໃຫ້ດີຂື້ນກ່ວາເກົ່າ ແລະ ກອງປະຊຸມຄົບຄະນະຄັ້ງປະຖົມມະລຶກ ໄດ້ເອກະສັນກັນຢ່າງສົມບູນ ເລືອກເອົາສະຫາຍ ສຸລິຈັນ ໂຊກຄໍາຈັນ ເປັນປະທານ ສະຫະພັນກຳມະບານ ແຂວງອັດຕະປື ອີກຊຸດໃໝ່ ສະໄໝທີ VII, ເລືອກເອົາ ສະຫາຍ ພູສຽງ ເຫຼືອມມະໄລສີ, ສະຫາຍ ພົງສະຫັວນ ພົມມະວົງ ແລະ ສະຫາຍ ພົງໄຊ ຈະເລີນສຸກ ທັງ 3 ສະຫາຍ ເປັນຮອງປະທານ ສະຫະພັນກຳມະບານແຂວງອັດຕະປື. ພ້ອມນັ້ນ ໄດ້ເລືອກເອົາສະຫາຍ ພົງສະຫັວນ ພົມມະວົງ ເປັນປະທານກວດກາ ແລະ ອີກ 2 ສະຫາຍ ເປັນຮອງປະທານກວດກາກໍາມະບານ.

ນອກນັ້ນ ກອງປະຊຸມຍັງໄດ້ ເປັນເອກະສັນເລືອກເອົາຜູ້ແທນສົມບູນ ຈໍານວນ 10 ສະຫາຍ, ຍິງ 2 ສະຫາຍ, ຜູ້ແທນສໍາຮອງ 2 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນສະຫະພັນກໍາມະບານລາວ ທົ່ວປະເທດ ຄັ້ງທີ IX.ໃນກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ທອງຈັນ ພູມີພັນ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ເຊິ່ງສະຫາຍໄດ້ເນັ້ນໜັກ 8 ບັນຫາສໍາຄັນ ເພື່ອເປັນທິດຊີ້ນໍາໃຫ້ຄະນະບໍລິຫານງານສະຫະພັນກໍາມະບານ ແຂວງອັດຕະປື ຊຸດໃໝ່ ສະໄໝທີ VII ນໍາໄປຈັດຕັ້ງປະຕິບັດ ເພື່ອເປັນກໍາລັງແຮງຍົກສູງສະຕິຄວາມສາມາດເປັນເຈົ້າການໃນການຈັດຕັ້ງ ແລະ ເປັນແບບຢ່າງນໍາໜ້າໃນການເຄື່ອນ ໄຫວເຕົ້າໂຮມສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານບັນດາເຜົ່າ. ເພື່ອປັບປຸງ, ຂະຫຍາຍການຈັດຕັ້ງໃຫ້ກ້ວາງຂວາງ ດ້ວຍບາດກ້າວອັນໜັກ ແໜ້ນ ແລະ ມີປະສິດທິຜົນ, ພ້ອມທັງຂະຫຍາຍສະມາຊິກໃຫ້ຫຼາຍຂຶ້ນກວ່າເກົ່າ ເພື່ອຍົກລະດັບການເປັນຕົວແທນໃຫ້ແກ່ ການປ້ອງສິດຜົນປະໂຫຍດ ຂອງສະມາຊິກກຳມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານ.

 

#ຂ່າວ: ມະນີວອນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa