ອັດຕະປື ຖະແຫຼງຂ່າວ​ ກ່ຽວກັບຄະດີການສໍ້​ລາດບັງຫຼວງ

ໃນວັນທີ 10 ມີນາ 2026 ນີ້ ທີ່ຫ້ອງປະຊຸມສໍານັກງານ​ອົງ​ການປົກຄອງແຂວງ, ທ່ານ ສູວັນ​ສີ ແກ້ວວິເສີດ ຄະນະປະຈໍາພັກແຂວງ ປະທານຄະ​ນະກວດກາພັກ​ ອົງ​ການກວດກາ​ລັດ,​ ຫົວ​ໜ້າອົງການຕ້ານການສໍ້​ລາດບັງຫຼວງແຂວງ ໄດ້ຖະແຫຼງຂ່າວ ຜ່ານສື່ມວນຊົນຂອງແຂວງ ກ່ຽວ​ກັບຜົນຂອງການກວດກາ, ເກັບກຳຂໍ້ມູນ ແລະ ສືບສວນ-ສອບສວນ ຄະດີການສໍ້ລາດບັງຫຼວງ ບ້ວງເງິນ 6 ບ້ວງ, ບ້ວງເງິນ 90 ຕື້ກວ່າກີບ ແລະ ບ້ວງເງິນ 53 ຕື້ກີບ. ເຊິ່ງເນື້ອໃນບົດຖະແຫຼງ ມີດັ່ງນີ້:

ສະພາບລວມ ຂອງຄະນະສະເພາະກິດ 560: ຄະນະສະເພາະກິດແຂວງ ຕາມຂໍ້ຕົກລົງຂອງເຈົ້າແຂວງ ສະບັບເລກທີ 560/ຈຂອປ, ລົງວັນທີ 15 ພຶດສະພາ 2025 ປະ​ກອບມີ 7 ພາກສ່ວນເຂົ້າຮ່ວມ ຄື: ອົງການກວດກາລັດແຂວງ, ຫ້ອງວ່າການແຂວງ, ຄະນະຈັດຕັ້ງແຂວງ, ກອງບັນຊາການ ປກສ ແຂວງ, ອົງ​ການໄອຍະການປະຊາຊົນແຂວງ, ສານປະຊາຊົນແຂວງ ແລະ ພະແນກການເງິນແຂວງ, ມີພະນັກງານທັງ​ໝົດ 27 ທ່ານ, ຍິງ 3 ທ່ານ ແລະ ຍັງມີຂໍ້ຕົກລົງເພີ່ມເຕີມອີກຈໍານວນໜຶ່ງ, ເພື່ອຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ, ໜ້າທີ່ ແລະ ສິດ ທີ່ກໍານົດໄວ້ໃນຂໍ້ຕົກລົງ, ປະ​ຕິບັດຕາມການ ນໍາພາ-ຊີ້ນໍາຂອງຄະນະນຳແຂວງ ແລະ ກົດໝາຍທີ່ກ່ຽວຂ້ອງ. ພ້ອມນັ້ນ, ກໍ່ໄດ້ກໍານົດວຽກງານທີ່ຈະຕ້ອງສຸມໃສ່ ແລະ ກໍ່ໄດ້ມອບ​ໝາຍໃຫ້ບຸກຄົນຮັບຜິດ​ຊອບ, ສ້າງແຜນການເຄື່ອນໄຫວຂອງຄະນະສະເພາະກິດ ຢ່າງລະ​ອຽດຈະແຈ້ງ, ໂດຍແບ່ງອອກເປັນ 3 ໜ່ວຍງານ ຄື: ໜ່ວຍງານສືບສວນ​-ສອບສວນ, ໜ່ວຍງານເກັບກໍາຂໍ້​ມູນຫຼັກຖານ, ບັນຊີເງິນຝາກ ແລະ ຄຸ້ມຄອງເຄື່ອງຂອງກາງ ແລະ ໜ່ວຍງານກອງເລຂາ, ເພື່ອຈັດຕັ້ງປະຕິບັດວຽກງານຕົວຈິງ ເກັບກໍາຂໍ້ມູນຫຼັກ​ຖານ, ສືບສວນ-ສອບສວນເປົ້າ​ໝາຍ, ຢຶດອາຍັດເຄື່ອງຂອງກາງ ແລະ ປະຕິບັດບັດວຽກງານອື່ນໆ… ໃຫ້ມີຄວາມຈະແຈ້ງຊັດເຈນ, ໂດຍສຸມໃສ່ບ້ວງເງິນຜິດດ່ຽງ 6 ບ້ວງ, ບ້ວງເງິນ 90 ຕື້ກວ່າກີບ ແລະ ບ້ວງເງິນ 53 ຕື້ກີບ (ທີ່ແຂວງໄດ້ກູ້ຢືມນໍາທະນາຄານພັດທະນາລາວ).

ຂະບວນການ ແລະ ຂັ້ນຕອນໃນການແກ້ໄຂ: ວິທີການນຳໃຊ້ຕາມຫຼັກວິຊາສະເພາະຂອງວຽກງານ ສຶບສວນ-ສອບສວນ ປະສານສົມ ທົບການສະໜອງ-ວິໃຈຂໍ້ມູນທີ່ເປັນວິ​ທະຍາສາດ, ທັງປຸກລະດົມຊຸກຍູ້ທຸກພາກສ່ວນທີ່ກ່ຽວຂ້ອງໃນສັງຄົມ ໃນການສະໜອງຂໍ້ມູນທີ່ເປັນປະ​ໂຫຍດ ເພື່ອສົມທຽບໃສ່ເອກະສານອະນຸມັດການຖອນເງິນຈາກຄັງເງິນປະຈຳແຂວງ, ບັນດາພະແນກການທີ່ກ່ຽວຂ້ອງ, ບັນ ດາພະແນກການ ກົມກອງທີ່ມີບັນຊີເງິນຝາກຢູ່ຄັງເງິນ ໃນແຕ່ລະໄລຍະ,​ ດຳເນິນທຸກວິທີ​ການ, ມາດຕະການທີ່ຈຳເປັນເພື່ອໃຫ້ຜູ້ຕ້ອງຫາທີ່ເອົາຕົວຫຼົບໜີ (ທ້າວ ສຸວິໄຊ ສຸລິຍະໄລ ຫຼື ໝູ ທີ່ເອົາຕົວຫຼົບໜີໄປລີ້ຢູ່ປະເທດໄທ) ໃຫ້ເຂົ້າ​ມາມອບໂຕ, ຈົນສຸດທ້າຍໃນວັນທີ 4​ ທັນວາ​ 2024 ຜູ້ກ່ຽວໄດ້ເຂົ້າມາມອບໂຕຕໍ່ເຈົ້າໜ້າທີ່.

ຜ່ານການສືບສວນ-ສອບສວນ ເພື່ອຂະຫຍາຍຜົນ ຈາກຜູ້ກ່ຽວ ຈິ່ງສາ​ມາດກຳນົດເປົ້າ ໝາຍຜູ້ຖຶກຫາຕ່າງໆໄດ້ຊັດເຈນຂື້ນຕື່ມ ເມື່ອທຽບໃສ່ກັບການດຳເນິນຄະດີໃນເບື້ອງຕົ້ນ, ໂດຍສະ ເພາະ ບັນດາແຫຼ່ງງົບປະ ມານທີ່ຖືກຍັກຍອກ ຫຼື ລັກລອບຖອນອອກໄປ ໂດຍບໍ່ຖຶກຕ້ອງນັ້ນມີທັງໝົດ ຄື: ບ້ວງເງິນຄໍ້າປະກັນຂອງພະແນກແຜນການ ແລະ​ ການລົງທຶນ, ບ້ວງເງິນກອງທຶນພັດທະນາຊຸມຊົນ ຂອງພະແນກພະລັງງານ ແລະ ບໍ່ແຮ່, ບ້ວງເງິນໄມ້ຢືນຕາຍ, ໄມ້ບິກ-ໄມ້ກະຖີນນາລົງ ແລະ ໄມ້ອື່ນໆ, ບ້ວງເງິນໄພພິບັດ ເມືອງສະ​ໜາມໄຊ, ບ້ວງເງິນຄໍ້າປະກັນທຸລະ ກິດ, ບ້ວງເງິນກອງທຶນລັດ, ບ້ວງ 90 ກ່ວາຕື້ ແລະ ບ້ວງເງິນກູ້ຢືມທະນາຄານພັດທະນາລາວ 53 ຕື້ກວ່າກີບ, ເປົ້າໝາຍທັງໝົດ ຈຳນວນ 38 ຄົນ, ໄດ້ສະຫຼຸບສົ່ງອົງການໄອຍະການ ປະຊາ ຊົນແຂວງ ແລະ ສານປະຊາຊົນແຂວງ ຕັດສີນແລ້ວ ຈໍານວນ 12 ຄົນ, ຄະນະສະເພາະກິດ 560 ໄດ້ສືບຕໍ່ດຳເນີນການສືບ​ສວນ-ສອບສວນ ທີ່ຍັງເຫຼືອ ຈຳ​ນວນ 26 ຄົນ, ຍິງ 11 ຄົນ, ໃນນີ້: ໄດ້ອອກຄຳສັ່ງເປີດການສືບສວນ​-ສອບສວນຕື່ມອີກຈຳນວນ 3 ຄົນ ແລະ ເພີ່ມໃໝ່ຈຳນວນ 1 ຄົນ, ໃນນີ້: ມີພະນັກງານ-ລັດຖະກອນ ຈຳ ນວນ 19 ຄົນ(ເສຍຊີວິດ 1 ຄົນ), ຍິງ 7 ຄົນ, ພະນັກງານຂັ້ນສູນກາງຄຸ້ມ​ຄອງ 3 ຄົນ (ບໍານານ 1 ຄົນ), ພະ​ນັກງານທີ່ຕິດພັນກັບການສໍ້ລາດບັງຫຼວງ ຈໍານວນ 16 ຄົນ, ຍິງ 4 ຄົນ ແລະ ຄະ ດີອາຍາທົ່ວໄປ 10 ຄົນ, ຍິງ 6 ຄົນ.

ຜົນຂອງການແກ້ໄຂ: ຄະນະສະ​ເພາະກິດຂັ້ນແຂວງ ໃນການດຳເນີນ ສືບສວນ-ສອບສວນ ຕໍ່ເປົ້າໝາຍ ພະນັກງານຂອງລັດ ຜູ້ປະກອບການ ແລະ ປະຊາຊົນຈຳນວນໝຶ່ງ ທີ່ມີສ່ວນກ່ຽວພັນກັບບ້ວງເງິນທີ່ຖືກເສຍຫາຍ ລະຽດ ຄື:
1). ບ້ວງເງິນຜິດດ່ຽງ 6 ບ້ວງ ຈຳນວນ 15,373,755,489 ກີບ ແລະ ເງິນໂດລາ ຈຳ ນວນ 369,000 ໂດລາ. ລະອຽດມີ ຄື: ບ້ວງເງິນຄໍ້າປະກັນໂຄງການ ພະແນກແຜນການ ແລະ ການລົງທຶນ ເງິນກີບ ຈໍານວນ 1,700,000,000 ກີບ, ເງິນໂດລາສາຫະລັດ ຈໍານວນ 216,000 ໂດລາ, ບ້ວງເງິນ ພັດທະນາຊຸມຊົນ ພະແນກພະລັງງານ ແລະ ບໍ່ແຮ່ແຂວງ ເງິນກີບ ຈໍານວນ 1,301, 435,696 ກີບ, ເງິນໂດລາສາຫະລັດ ຈໍານວນ 120,000 ໂດລາ, ໄມ້ຕາຍຢືນ, ໄມ້ຈົມນໍ້າ, ໄມ້ບິກ, ໄມ້ກະຖີນນາລົງ ແລະ ໄມ້ອື່ນໆ ຈໍານວນ 6,154,761,482 ກີບ, ເງິນ ໄພພິບັດ ຈຳນວນ 23,582,260 ກີບ ແລະ ເງິນໂດລາ ຈຳນວນ 8,000 ໂດລາ, ເງິນຄໍ້າປະ ກັນທຸລະກິດ (ຂະແໜງຊັບສີນແຫ່ງລັດ) ຈຳ ນວນ 4,165,106,409 ກີບ ແລະ ເງິນໂດລາ 25,000 ໂດລາ, ເງິນກອງທືນຂອງລັດ (ຂະແໜງຄຸ້ມຄອງຊັບສີນແຫ່ງລັດ) ຈຳນວນ 2,028,869,642 ກີບ.
2). ບ້ວງເງິນລາຍຮັບຂອງແຂວງ ຈໍານວນ 90,118,712,029 ກີບ: ຜ່ານການກວດກາ ແລະ ເກັບກຳຂໍ້ມູນ ໄດ້ພົບເຫັນເງິນທີ່ຖືກຖອນຈາກຄັ້ງເງິນ ມີເອກະສານທີ່ກ່ຽວຂ້ອງ ຄື: ຂໍ້ ຕົກລົງອະນຸມັດຖອນ 7 ຂໍ້ຕົກລົງ ແລະ ແຊັກເງິນ ຈຳນວນ 10 ໃບ, ມີ 3 ທະນາຄານ ຄື: ທະ ນາຄານພັດທະນາລາວ ຈຳນວນ 50 ຕື້ກວ່າກີບ, ທະນາຄານການຄ້າ ຈຳນວນ 34 ຕື້ກວ່າກີບ ແລະ ທະນາຄານລາວ-ຫວຽດ ຈຳນວນ 5 ຕື້ກີບ.ໃນນີ້: ໄດ້ກວດກາພົບເຫັນການມອບເງິນເຂົ້າຄັ້ງຄືນ ເງິນກີບ ຈຳນວນ 43,038,​778, 539 ກີບ ແລະ ເງິນໂດລາ 154,000 ໂດລາ.
3). ບ້ວງເງິນກູ້ຢືມທະນາຄານພັດທະນາລາວ 53 ຕື້ກວ່າກີບ: ຜ່ານການກວດກາ ແລະ ເກັບກຳຂໍ້ມູນຂອງຄະນະສະເພາະກິດ ເຫັນວ່າເປັນການຕົກລົງເຫັນດີ ຂອງຄະນະປະຈຳພັກແຂວງ ມີບົດບັນທືກກອງປະຊຸມ ຄັ້ງວັນທີ 30 ພຶດ ສະພາ 2022, ຂໍ້ຕົກລົງສະບັບເລກທີ 736/ຈຂອປ ລົງວັນທີ່ 22 ມິຖຸນາ​ 2022 ແລະ ມີສັນຍາກູ້ຢືມເງິບ ກັບທະນາພັດທະນາລາວ ສະບັບເລກທີ LN-102/2022/LDB.HO, ເລກບັນຊີເງີນກູ້ LD ຈໍານວນເງິນກູ້ຢືມ 53,141,010,000 ກີບ, ອັດຕາດອກເບ້ຍ (11,5%) ຈໍານວນ 15,739,976,489 ກີບ, ລວມຕົ້ນທຶນ ແລະ ດອກເບ້ຍ 68,880,986,489 ກີບ, ກໍານົດໄລຍະເວລາ 60 ເດືອນ ເລີ່ມແຕ່ວັນທີ 1​ ກັນຍາ​ 2022 ຫາ 31​ ສິງຫາ​ 2027, ຜ່ານການກວດກາໄດ້ພົບເຫັນຂໍ້ຕົກລົງອະນຸມັດຖອນ ຈຳນວນ 13 ຂໍ້ຕົກລົງ ແລະ ມີແຊັກ ຈຳນວນ 22 ໃບ ເປັນຈຳນວນເງິນທັງໝົດ 95,759,789,738 ກີບ. ເປົ້າໝາຍກູ້ຢືມເງິນ ແມ່ນ ເພື່ອສຳລະໂຄງການລົງທືນຂອງລັດ ຈຳນວນ 13 ໂຄງການ ມີ 5 ບໍລິສັດ. ຜົນການເກັບກູ້ບ້ວງເງິນຕ່າງໆ ທີ່ຖືກເສຍຫາຍ ສາມາດເກັບກູ້ໄດ້ ຈຳນວນ 918,696,920 ກີບ ແລະ ໄດ້ອອກຄຳສັ່ງຢຶດ-ອາຢັດຊັບສີນປະເພດຕ່າງໆມີຄື:
1). ຢຶດ-ອາຢັດທີ່ດິນ ຈຳນວນ 14 ຕອນ.
2). ລົດໃຫຍ່ ຈຳນວນ 4 ຄັນ.
3). ລົດຈັກ ຈຳນວນ 2 ຄັນ.
4). ໂທລະສັບ ຈຳນວນ 1 ໜ່ວຍ.

ປະຈຸບັນຄະນະສະເພາະກິດ 560 ໄດ້ສໍາເລັດການດໍາເນີນການສືບສວນ-ສອບສວນ ແລະ ໄດ້ສົ່ງສຳນວນຄະດີໃຫ້ອົງການໄອຍະການປະຊາຊົນແຂວງແລ້ວສຳເລັດ.

ດັ່ງນັ້ນ; ມາມື້ນີ້ ຄະນະສະເພາະກິດແຂວງ ຈິ່ງຖະແຫຼງຜົນການສືບສວນ-ສອບສວນ ການດຳເນີນຄະດີດັ່ງກ່າວ ໃຫ້ບັນດາການນຳຂັ້ນແຂວງ ພະແນກການ, ບັນດາເມືອງ ແລະ ທົ່ວສັງຄົມທຸກພາກສ່ວນຮັບຊາບ. ເຖິງຢ່າງໃດກໍ່ດີ ພວກເຮົາກໍ່ຍັງຈະໄດ້ສືບຕໍ່ວຽກຄົງຄ້າງຈຳນວນໜື່ງ, ເຊີ່ງອາດຈະໃຊ້ເວລາໃນການແກ້ໄຂ. ຖ້າໄດ້ຮັບຜົນແນວໃດນັ້ນ ຈື່ງຈະຖະແຫຼງຕື່ມໃນຕໍ່ໜ້າ.​

ທ່ານ​ ສູວັນສີ ແກ້ວວິເສີດ ຄະນະປະຈໍາພັກແຂວງ ປະທານຄະນະກວດກາພັກ​ ອົງ​ການກວດກາ​ລັດ,​ ຫົວ​ໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງ ໃນ​ນາມ​ຕາງໜ້າຄະນະສະເພາະກິດຂອງແຂວງ ຮຽກຮ້ອງມາຍັງພະນັກງານ, ທະ​ຫານ, ຕຳ​ຫຼວດ, ພໍ່ຄ້າ-ຊາວຂາຍ, ນັກທຸລະກິດ, ຜູ້​ປະ​ກອບການ, ນັກຮຽນ, ນັກສຶກສາ ຈົ່ງມີສະຕິລະວັງຕົວຕໍ່ເລ້ລ່ຽມ ກົນອຸບາຍຕ່າງໆນາໆ ໃນການກູ້ຢືມເງິນ, ແລກປ່ຽນເງິນ, ເຊົ່າຊັບສິນ, ການຫຼີ້ນຫວຍ, ເກມພະນັນອອນລາຍ ແລະ ກິດຈະກຳອື່ນໆ ທີ່ຜິດກັບລະບຽບກົດໝາຍ, ຊ່ວຍເປັນຫູເປັນຕາ, ຊ່ວຍເຈົ້າໜ້າທີ່ ໂດຍສະ​ເພາະຜູ້ທີ່ເປັນສະມາຊິກພັກ-ພະນັກງານ, ທະ​ຫານ, ຕຳຫຼວດ ຕ້ອງເພີ່ມທະວີຄວາມຮັບຜິດ​ຊອບຕໍ່ໜ້າທີ່ການເມືອງຂອງຕົນ, ມີຄຸນສົມບັດສິນທຳປະຕິວັດ ແລະ ຈັນຍາບັນ-ຈັນຍາທຳ ຕໍ່ຫຼັກການວິຊາສະເພາະ, ລະບຽບ-ກົດໝາຍ ທີ່ກ່ຽວຂ້ອງກັບຂະແໜງການຕົນ.

ຂ່າວ: ທິດປະສົງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa