
ພິທີລົງນາມບົດບັນທຶກຊ່ວຍຈໍາການຮ່ວມມື ລະຫວ່າງ ຄະນະກຳມະການອົງການປົກຄອງ ແຂວງອັດຕະປື ສປປ ລາວ ແລະ ຄະນະກຳມະການປະຊາຊົນ ນະຄອນດານັງ ສສ ຫວຽດນາມ ໄດ້ຈັດຂື້ນຢ່າງເປັນທາງການໃນວັນທີ 31 ມີນາ 2026 ທີ່ຫ້ອງວ່າການປົກຄອງແຂວງອັດຕະປື, ຝ່າຍແຂວງອັດຕະປື ມີສະຫາຍ ບຸນເຖິງ ດວງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງອັດຕະປື ພ້ອມຄະນະພັກ ຄະນະນໍາຂອງແຂວງ ແລະ ຝ່າຍນະຄອນດານັງ ມີ ສະຫາຍ ເລ ງັອກ ກວາງ ກຳ ມະການສູນກາງພັກກອມມູນິດຫວຽດນາມ ເລຂາພັກ ແຂວງນະຄອນດານັງ ພ້ອມຄະນະພັກ ຄະນະນໍາທັງສອງຝ່າຍເຂົ້າຮ່ວມ.

ຕາງໜ້າຝ່າຍແຂວງອັດຕະປື ລົງນາມໂດຍ ທ່ານ ສຸລິວົງ ອະໄພວົງ ຮອງປະທານຄະນະກຳມະການປົກຄອງແຂວງອັດຕະປື ແລະ ຝ່າຍນະຄອນດານັງ ລົງນາມໂດຍ ສະຫາຍ ຟານ ຖາຍ ບິ່ງ, ຄະນະປະຈຳພັກນະຄອນ, ຮອງປະທານຄະນະກຳມະການປະຊາຊົນ ນະຄອນດານັງ ໂດຍຊ່ອງໜ້າຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ບົດບັນທຶກການຮ່ວມມື ລະຫວ່າງ ແຂວງອັດຕະປື ແລະ ນະຄອນດານັງ ຄັ້ງນີ້ ມີເນືອໃນສໍາຄັນວ່າ: ຄະນະກຳມະການປະຊາຊົນ ນະຄອນດານັງ ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ໃຫ້ຄວາມສົນໃຈ ແລະໃຫ້ບູລິມະສິດ ໃນການຊ່ວຍເຫຼືອຮອບດ້ານ, ປະກອບສ່ວນເຂົ້າໃນການຊຸກຍູ້ພັດທະນາເສດຖະກິດ-ສັງຄົມ ຂອງແຂວງອັດຕະປື ໃນໄລຍະປີ 2026-2030, ສອງຝ່າຍເປັນເອກະພາບ ສຸມໃສ່ຊຸກຍູ້ການຮ່ວມມືໃນດ້ານເສດຖະກິດ, ການຄ້າ, ການທ່ອງທ່ຽວ, ການລົງທຶນ, ການຂົນສົ່ງ, ພະລັງງານ, ພະລັງງານທົດແທນ, ຊົນລະປະທານ, ກະສິກຳ ແລະ ປ່າໄມ້, ຮ່ວມມືໃນຂົງເຂດແຮງງານ, ການຈ້າງງານ ແລະ ການຫັນປ່ຽນເປັນດີຈິຕອນ, ໂຄສະນາ, ຮຽກຮ້ອງ, ດຶງດູດນັກລົງທຶນ, ວິສາຫະກິດ, ນັກທ່ອງທ່ຽວຂອງ ຫວຽດນາມ ແລະ ຂອງນະຄອນດານັງ ມາຍັງແຂວງອັດຕະປື ໃຫ້ນັບມື້ຫຼາຍຂຶ້ນ, ສອງຝ່າຍ ເປັນເອກະພາບເພີ່ມທະວີຍູ້ແຮງພັດທະນາ, ໂຄສະນາຜະລິດຕະພັນທ້ອງຖິ່ນ ຂອງກັນ ແລະ ກັນ ໃນງານຕະຫຼາດນັດ ແລະ ງານວາງສະແດງສິນຄ້າ ເພື່ອສົ່ງເສີມການແລກປ່ຽນສິນຄ້າ ແລະ ການຄ້າ ລະຫວ່າງ ສອງທ້ອງຖິ່ນ, ຄະນະກຳມະການປົກຄອງແຂວງອັດຕະປື ເປັນເອກະພາບສ້າງເງື່ອນໄຂອໍານວຍຄວາມສະດວກ ແລະ ໃຫ້ການສະໜັບສະໜູນຊ່ວຍເຫຼືອວິສາຫະກິດ, ນັກລົງທຶນ ແລະ ພົນລະເມືອງ ຂອງນະຄອນດາໜັງ ທີ່ກຳລັງລົງທຶນ, ດໍາເນີນທຸລະກິດ ແລະ ອາໄສຢູ່ໃນແຂວງອັດຕະປື ຕາມລະບຽບການ, ສອງຝ່າຍ ຕົກລົງເຫັນດີເປັນເອກະພາບ ເພີ່ມທະວີການຮ່ວມມືຮອບດ້ານໃນຂົງເຂດການສຶກສາ ແລະ ບຳລຸງສ້າງ, ລວມທັງການບຳລຸງສ້າງໄລຍະຍາວ, ໄລຍະສັ້ນ, ການສະໜັບສະໜູນນັກສຶກສາ ແລະ ແຕ່ງຕັ້ງຄູສອນ ໃນແຕ່ລະປີ ບົນພື້ນຖານດັ່ງກ່າວນັ້ນ ຄະນະກຳມະການປະຊາຊົນ ນະຄອນດານັງ ເປັນເອກະພາບຮັບ ແລະ ສະໜອງທຶນການສຶກສາ 100% ໃຫ້ແກ່ພະນັກງານ ແລະ ນັກຮຽນຂອງແຂວງອັດຕະປື ມາສຶກສາຮໍ່າຮຽນ ຢູ່ມະຫາວິທະຍາໄລ ແລະ ວິທະຍາໄລຕ່າງໆໃນນະຄອນດານັງ ບົນພື້ນຖານຕົວເລກຄາດໝາຍການບຳລຸງສ້າງ ແລະ ຄວາມສາມາດດຸນດ່ຽງງົບປະມານແຕ່ລະປີ ຂອງນະຄອນດານັງ.
ຈາກນັ້ນ ຍັງໄດ້ມີພິທີເຊັນບົດບັນທຶກຊ່ວຍຈໍາການຮ່ວມມື ລະຫວ່າງ ອົງການແນວລາວສ້າງຊາດແຂວງອັດຕະປື ແລະ ແນວໂຮມປະເທດຊາດຫວຽດນາມ ນະຄອນດານັງ ສະເພາະນໍາກັນອີກ.

ໂອກາດດັ່ງກ່າວ ສະຫາຍ ເລ ງັອກ ກວາງ ກຳມະການສູນກາງພັກກອມມູນິດຫວຽດນາມ ເລຂາພັກແຂວງນະຄອນດານັງ ຍັງໄດ້ອວຍພອນ ເນື່ອງໃນໂອກາດສະເຫຼີມສະຫຼອງ ປີໃໝ່ລາວ ພສ 2569, ເຊີ່ງໄດ້ສະແດງຄວາມຍິນດີ ແລະ ອວຍພອນອັນຈິງໃຈ ຕໍ່ຄະນະນໍາແຂວງອັດຕະປື ພ້ອມອວຍພອນໃຫ້ປະຊາຊົນລາວ ຊາວແຂວງອັດຕະປື ມີສຸຂະພາບແຂງແຮງ ປະສົບຄວາມສຳເລັດ ແລະ ມີຄວາມຈະເລີນຮຸ່ງເຮືອງ ໃນທຸກດ້ານ ໃນປີໃໝ່ທີ່ກຳລັງຈະມາເຖີງນີ້. ໃນໄລຍະຜ່ານມາ ຄວາມສຳພັນອັນດີງາມ ການຮ່ວມມືທີ່ແໜ້ນແຟ້ນ ລະຫວ່າງ ນະຄອນດານັງ ກັບ ແຂວງອັດຕະປື ເຊິ່ງມີການພັດທະນາຢ່າງຕໍ່ເນື່ອງ ໃນຫຼາຍດ້ານ ບໍ່ວ່າຈະເປັນດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການແລກປ່ຽນວັດທະນະທໍາ.

ສະຫາຍ ບຸນເຖິງ ດວງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງອັດຕະປື ກໍ່ໄດ້ກ່າວສະແດງຄວາມຂອບໃຈ ແລະ ຂໍອວຍພອນໄຊອັນປະເສີດມາຍັງ ສະຫາຍເລຂາພັກແຂວງ ນະຄອນດານັງ ພ້ອມດ້ວຍບັນດາ ຄະນະນໍາທຸກຂັ້ນ ແລະ ປະຊາຊົນບັນດາເຜົ່າ ນະຄອນດານັງ ຈົ່ງມີແຕ່ຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານທຸກປະການ, ອວຍພອນແດ່ສາຍພົວພັນມິດຕະພາບ, ການຮ່ວມມື ຮອບດ້ານ ລະຫວ່າງ ສອງຝ່າຍ ນັບມື້ກ້າວເຂົ້າສູ່ລວງເລິກ ແລະ ແໜ້ນແຟ້ນຂື້ນກ່ວາເກົ່າ.
ໂອກາດຽວນີ້ ທາງນະຄອນດານັງ ຍັງໄດ້ມອບເງິນຊ່ວຍເຫຼືອໃຫ້ແຂວງອັດຕະປື ຈຳນວນ 500 ລ້ານດົ້ງ.
ຂ່າວ: ສິດຕິພອນ