
ໃນວັນທີ 10 ມີນາ 2026 ທີ່ຫໍປະຊຸມໃຫຍ່ຂອງແຂວງອັດຕະປື ໄດ້ຈັດພິທີມອບເງິນນະໂຍບາຍຕໍ່ພະນັກງານທີ່ເຮັດໜ້າທີ່ການປະຕິວັດ ຕາມດຳລັດ 57/ລບ, ປະຈໍາປີ 2025 ຈໍານວນ 2,227 ທ່ານ, ມູນຄ່າ 39 ຕື້ກວ່າກີບ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ມີນາພອນ ໄຊຊົມພູ ຮອງເລຂາພັກແຂວງ, ມີພະແນກການທີ່ກ່ຽວຂ້ອງຂອງແຂວງ, ເມືອງ ພ້ອມດ້ວຍຍາດພີ່ນ້ອງຂອງຜູ້ເສຍຊີວິດເຂົ້າຮ່ວມ.

ໃນພິທີ ທ່ານ ນາງ ພອນມະນີ ຂຽນໄຊຍະວົງ ກໍາມະການພັກແຂວງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ລາຍງານການຈັດຕັ້ງປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານ ແລະ ຄຸນງານຄວາມດີ ຕໍ່ການປະຕິວັດຊາດ ປະຊາທິປະໄຕ ຕາມດຳລັດ 57/ລບ, ເຊິ່ງການປະຕິບັດນະໂຍບາຍ ແຕ່ປີ 2000-2025 ມີຈໍານວນຜູ້ຮ້ອງຂໍນະໂຍບາຍ ທັງໝົດ 8,680 ທ່ານ, ສາມາດປະຕິບັດນະໂຍບາຍໄດ້ 2,433 ທ່ານ, ຍັງບໍ່ທັນໄດ້ປະຕິບັດນະໂຍບາຍ ທົ່ວແຂວງອັດຕະປື ທັງໝົດ 6,208 ທ່ານ, ຍິງ 1,540 ທ່ານ, ເປັນເງີນທັງໝົດ 96 ຕື້ກວ່າກີບ, ໃນນີ້, ປະຕິບັດນະໂຍບາຍ ໄລຍະທີ 1 ແມ່ນຜູ້ທີ່ເຂົ້າການແຕ່ປີ 1954 ຄືນຫຼັງ ມີຈໍານວນ ຜູ້ຮ້ອງຂໍ ທັງໝົດ 5,044 ທ່ານ (ບໍ່ນອນໃນເງື່ອນໄຂນະໂຍບາຍ54 ຄືນຫຼັງງ ຈໍານວນ 40 ທ່ານ), ສາມາດປະຕິບັດໄດ້ ຈໍານວນ 2,433 ທ່ານ ເປັນເງິນທັງ ໝົດ 43 ຕື້ກວ່າກີບ, ມີ 3 ເປົ້າໝາຍ, ໃນນັ້ນ ລວມເປົ້າໝາຍຜູ້ທີ່ເຂົ້າການແຕ່ປີ 1954 ຄືນຫຼັງຍັງບໍ່ທັນໄດ້ປະຕິບັດ ຈໍານວນ 3 ເປົ້າໝາຍ ຄື: 1) ນະໂຍບາຍເງິນປ່ຽນແທນໂກຕ້າລົດ, 2) ນະໂຍບາຍອຸດໜູນເທື່ອດຽວ ຜູ້ຍັງມີຊີວິດ ແລະ 3) ນະໂຍບາຍອຸດໜູນເສຍສະຫຼະຊີວິດ ໃນສະໜາມຮົບ, ລວມທັງໝົດຍັງບໍ່ທັນໄດ້ປະ ຕິບັດ ຈໍານວນ 2,571 ທ່ານ ຍິງ 680 ທ່ານ ເປັນເງີນ ທັງໝົດ 46 ຕື້ກວ່າກີບ. ໃນປີ 2025 ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ອະນຸມັດເງິນນະໂຍບາຍ ຕາມດໍາລັດ 57/ລບ ຈໍານວນ 2 ເປົ້າໝາຍ ຄື: ນະໂຍບາຍອຸດໜູນເທື່ອດຽວ ຜູ້ຍັງມີຊີວິດ ຈໍານວນ 1,945 ທ່ານ ເປັນເງິນທັງໝົດ 33 ຕື້ກວ່າກີບ, ນະໂຍບາຍອຸດໜູນເສຍສະຫຼະຊີວິດ ໃນສະໜາມຮົບ ຈໍານວນ 282 ທ່ານເປັນເງິນ ທັງໝົດ 5 ຕື້ກວ່າກີບ, ໄລຍະທີ 2 ຜູ້ທີ່ເຂົ້າການ ແຕ່ປີ 1955-1974 ຄື: 1) ຂໍ້ມູນເປົ້າ ໝາຍ ທີ່ຍັງບໍ່ໄດ້ຮັບການແກ້ໄຂຈຳນວນ 3,976 ທ່ານ ເປັນເງິນ 57 ຕື້ກວ່າກີບ ລະອຽດມີຄື: ຜູ້ເຂົ້າການ ແຕ່ປີ 1955-1960 ມີທັງໝົດ 1,690 ທ່ານ ເປັນຈໍານວນເງິນ 28 ຕື້ກວ່າກີບ, ຊຶ່ງມີ 2 ນະໂຍບາຍຄື: ອຸດໜູນເທື່ອດຽວຜູ້ເສຍສະຫຼະຊີວິດ 310 ທ່ານ ເປັນເງິນ 5 ຕື້ກວ່າກີບ, ອຸດໜູນເທື່ອດຽວຜູ້ຍັງມີຊີວິດ ຈຳ ນວນ 1,380 ທ່ານ ເປັນເງິນ 22 ຕື້ກວ່າກີບ, ຜູ້ເຂົ້າການ ແຕ່ປີ 1961-1965 ມີຈຳນວນ 1,189 ທ່ານ ເປັນເງິນ 15 ຕື້ກວ່າກີບ ຊຶ່ງມີ 2 ນະໂຍບາຍ ຄື: ອຸດ ໜູນເທື່ອດຽວຜູ້ເສຍສະຫຼະຊີວິດ ຈໍານວນ 143 ທ່ານ ເປັນເງິນ 2 ຕື້ກວ່າກີບ, ອຸດ ໜູນເທື່ອດຽວຜູ້ຍັງມີຊີວິດ ຈໍານວນ 1,046 ທ່ານ ເປັນເງິນ 12 ຕື້ກວ່າກີບ, ຜູ້ເຂົ້າການ 1966-1974 ມີຈໍານວນ 1,097 ທ່ານ ເປັນເງິນ 13 ຕື້ກວ່າກີບ ຊຶ່ງມີ 2 ນະໂຍບາຍ ຄື: ອຸດໜູນເທື່ອດຽວຜູ້ເສຍສະຫຼະຊີວິດ ຈໍານວນ 120 ທ່ານ ເປັນເງິນ 2 ຕື້ກວ່າກີບ, ອຸດໜູນເທື່ອດຽວຜູ້ຍັງມີຊີວິດ ຈໍານວນ 977 ທ່ານ ເປັນເງິນ 11 ຕື້ກວ່າກີບ.

ໂອກາດນີ້ ທ່ານ ນາງ ມີນາພອນ ໄຊຊົມພູ ຍັງໄດ້ໂອລົມຕໍ່ພິທີ ໂດຍເນັ້ນໜັກເຖິງ ພະນັກງານຜູ້ທີ່ຮັບຜິດຊອບ ການຈັດຕັ້ງປະຕິບັດວຽກນະໂຍບາຍ ຈົ່ງສືບຕໍ່ເກັບກຳຂໍ້ມູນສະຖິຕິ ພະນັກງານທີ່ໄດ້ຮັບນະໂຍບາຍແລ້ວທີ່ບໍ່ທັນລະອຽດໃຫ້ຊັດເຈນ, ສືບຈັດລຽງບູລິມະສິດການຈັດຖານຂໍ້ມູນບາງເມືອງທີ່ຍັງບໍ່ທັນຖືເອົາມື້ ວັນ ເດືອນ ປີ ເຂົ້າການປະຕິວັດ ຕົວຈິງຍັງມີແບບເອົາການຈັດລຽງລໍາດັບມານໍາສະ ເໜີ, ສືບຕໍ່ການປັງປຸງຈັດລຽງສະຖິຕິ ຍັງບໍ່ທັນຈັດລະອຽດຄືນ ເປັນບ້ານ ເພື່ອສັງ ລວມເປັນສະຖິຕິທີ່ມີການ ຢັ້ງຢືນຈາກຄະນະກຳມະການຂັ້ນເມືອງຂອງຕົນ. ພ້ອມນີ້ ທ່ານຍັງໄດ້ຮ້ອງໃຫ້ລູກຫຼານ ທີ່ມາຮັບນະໂຍບາຍພາຍຫຼັງທີ່ໄດ້ຮັບເງິນນະ ໂຍບາຍແລ້ວ ຈົ່ງພ້ອມກັນນໍາເງິນດັ່ງໄປນໍາໃຊ້ໃຫ້ເກີດປະໂຫຍດສູງ ເພື່ອພັດທະນາຊີວິດ ຄອບຄົວ ໃຫ້ດີຂື້ນ.
ຂ່າວ: ມະນີວອນ