ອັດຕະປື ປາຖະກະຖາມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 75 ປີ.

 

ຕອນເຊົ້າວັນທີ 8 ສີງຫາ 2025 ນີ້; ແຂວງອັດຕະປື ໄດ້ຈັດພິທີປາຖະກະຖາເພື່ອຫວນຄືນມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ75 ປີ(13 ສິງຫາ 1950-13 ສີງຫາ 2025)ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງໂດຍການໃຫ້ກຽດເຜີຍແຜ່ຂອງທ່ານ ບຸນໂຮມ ພົມມະສານ, ອາຄີດປະທານແນວລາວສ້າງຊາດແຂວງ, ມີກຳມະ ການພັກແຂວງ, ຫົວໜ້າ ແລະ ຮອງຫົວໜ້າພະແນກການ, ພະນັກງານລັດຖະກອນ ຕະຫລອດຮອດພະ ນັກງານອາວຸໂສບຳນານເຂົ້າຮ່ວມ.

ທ່ານ ບຸນໂຮມ ພົມມະສານ ໄດ້ເລົ່າຄືນມູນເຊື້ອ ແລະການເຕີບໃຫຍ່ຂະຫຍາຍຕົວຂອງວັນດັ່ງກ່າວນັບແຕ່ການຕໍ່ສູ້ກູ້ຊາດເປັນຕົ້ນມາກໍຄືການປົກປັກຮັກສາ ແລະ ພັດທະນາປະເທດຊາດ ເຊິ່ງນັບແຕ່ມື້ໄດ້ຮັບການ ສ້າງຕັ້ງອົງການແນວລາວສ້າງຊາດມາກໍໄດ້ສ້າງຜົນງານອັນພົ້ນເດັ່ນຫລາຍດ້ານ ໂດຍສະເພາະ ການຕໍ່ສູ້ຕ້ານກັບຈັກກະພັດ ແລະ ລູກມືຂາຍຊາດທັງເກົ່າ ແລະ ໃຫມ່, ເຕົ້າໂຮມຄວາມສາມັກຄີ, ປຸກລະດົມຂົນຂວາຍມະ ຫາຊົນ ກໍຄື ປະຊາຊົນ ບັນດາເຜົ່າໃຫ້ເຂົ້າຮ່ວມສ້າງພື້ນຖານ ແລະ ສ້າງກຳລັງປະຕິວັດ ອັນເປັນປັດໄຈທີ່ໜັກແໜ້ນໃຫ້ແກ່ການຕໍ່ສູ້ທີ່ຢືດເຍື້ອຍາວນານຂອງປະຊາຊົນລາວ ສາມາດຕີເອົາຊະນະຈັກກະພັດໃຫຍ່ໂຕ ແລະ ປົດປ່ອຍປະເທດຊາດອອກຈາກແອກຄອບຄອງ ຂອງຈັກກະພັດລ່າເມືອງຂຶ້ນ ໂດຍບົວບໍ່ຊ້ຳນ້ຳບໍ່ຂຸ້ນ.

ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ອົງການ ແນວລາວສ້າງຊາດກໍ່ໄດ້ເຕີບໃຫຍ່ຂະຫຍາຍຕົວທາງດ້ານການຈັດຕັ້ງ ແລະ ໄດ້ຮ່ວມກັບບັນດາອົງການຈັດຕັ້ງສັງຄົມ ເພື່ອຍົກສູງບົດບາດໃນການເຕົ້າໂຮມກ້ອນກຳລັງມະຫາສາມັກຄີປອງດອງທົ່ວປວງຊົນ, ໂຄສະນາສຶກສາອົບຮົມປະຊາຊົນຢ່າງກວ້າງຂວາງ, ເສີມຂະຫຍາຍສິດເປັນເຈົ້າປະຊາຊົນປະຕິບັດ 2 ໜ້າທີ່ຍຸດທະສາດ, ນຳພາປະເທດຊາດກ້າວຂຶ້ນສູ່ຄວາມພັດທະນາຢ່າງບໍ່ຢຸດຢັ້ງ.

ມູນເຊື້ອວັນສ້າງຕັ້ງແນວແນວລາວສ້າງຊາດ ຄົບຮອບ 75 ປີນີ້ທ່ານຍັງໃຫ້ຮູ້ຕື່ມວ່າ: ແນວລາວສ້າງຊາດແມ່ນອົງການສຳພັນ ທາງການເມືອງທົ່ວສັງຄົມ,ເປັນສະຫະ ພັນຂອງອົງການຈັດຕັ້ງ ການເມືອງ, ແລະ ບຸກ ຄົນທີ່ເປັນຕົວແທນໃຫ້ແກ່ຊັ້ນຄົນ, ຊົນເຜົ່າ, ສາສະໜາ, ເພດ, ໄວ, ລວມທັງຕົວແທນຄົນເຊື້ອຊາດລາວທີ່ດຳ ລົງຊີວິດຢູ່ຕ່າງປະເທດ ບົນພື້ນຖານຄວາມຕື່ນຕົວ ແລະ ສະໝັກໃຈ, ສ້າງຕັ້ງຂຶ້ນບົນພື້ນຖານພັນທະພາບກຳມະກອນ, ຊາວກະສິກອນ, ນັກຮຽນຮູ້ປັນຍາຊົນ ແລະ ຊັ້ນຄົນທີ່ກ້າວໜ້າ ໂດຍມີພັກປະຊາຊົນປະຕິວັດລາວເປັນແກນນຳເພື່ອເຂົ້າຮ່ວມ ພາລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນ, ປະກອບສ່ວນເຂົ້າໃນການ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນ ປັດຈຸບັນ.

ໂອກາດດຽວກັນ ທ່ານ ບັນທະໄລ ແກ້ວມະນີວົງຜ່ານຜົນງານການເຄື່ອນໄຫວແນວລາວສ້າງຊາດແຂວງເຊິ່ງມີຫຼາຍຜົນງານທີ່ພົ້ນເດັ່ນ ຂອງແນວລາວສ້າງຊາດ ແຂວງ ອັດຕະປືແນວລາວສ້າງຊາດໄດ້ເອົາໃຈໃສ່ປະຕິບັດ ແລະ ເຄື່ອນໄຫວວຽກງານ ແນວລາວສ້າງຊາດ ຕາມໂຄງການ -ການເມືອງ 12 ຂໍ້ ເຊິ່ງໄດ້ງກໍານົດໃນກອງປະຊຸມໄລຍະທີ I ປີ 1950 ຂອງແນວລາວອິດສະ ຫຼະ ເຊິ່ງຍັງມີຄຸນຄ່າ – ຄວາມໝາຍສໍາຄັນເຖິງປະຈຸບັນ ຕໍ່ ກັບການປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ, ເຄື່ອນໄຫວປະຕິບັດພະລະບົດບາດເຕົ້າໂຮມຄວາມສາມັກຄີ ປອງດອງຂອງປະຊາຊົນບັນດາເຜົ່າ, ຊັ້ນຄົນ, ການຈັດຕັ້ງສັງຄົມ, ສາສະໜາ, ເພດໄວ, ເຄື່ອນໄຫວປະຕິບັດແນວທາງຂອງພັກ, ລັດຖະທໍາມະນູນ ແລະ ກົດໝາຍຂອງລັດ ຢ່າງມີຄວາມພ້ອມພຽງ ແລະ ແຂງແຮງແນ່ໃສສ້າງຄວາມເປັນເອກະລາດແຫ່ງຊາດ, ຄວາມເປັນເອກະພາບຂອງທຸກຊັ້ນຄົນທົ່ວແຂວງ, ແນວລາວສ້າງຊາດແຕ່ລະຂັ້ນໄດ້ເຄື່ອນໄຫວຈັດຕັ້ງປະຕິບັດຕາມກົດລະບຽບ ແລະ ກົດໝາຍວ່າດ້ວຍແນວລາວສ້າງຊາດ,ໃນນັ້ນໄດ້ລົງເຄື່ອນໄຫວໂຄສະນາປຸກລະດົມຂົນຂວາຍປະຊາຊົນຊັ້ນຄົນຕ່າງໆ ປະກອບສ່ວນປະຕິບັດພັນທະພາສີ ແລະ ອາກອນໃຫ້ລັດ ຢູ່ຂັ້ນແຂວງ ແລະ ເມືອງ-ບ້ານ, ມີຜູ້ເຂົ້າຮ່ວມຮັບຟັງທັງໝົດ 5.607 ທ່ານ, ຍິງ 2.697 ທ່ານ, ເພື່ອປະກອບສ່ວນເຂົ້າໃນການປະຕິບັດ 2 ວາລະແຫ່ງຊາດ, ເພີ່ມທະວີການປະສານສົມທົບ, ການເຄື່ອນໄຫວ ວຽກງານມີເປັນຄວາມເອກະພາບ ລະຫວ່າງການຈັດຕັ້ງພັກ, ອົງການຈັດຕັ້ງມະຫາຊົນ, ການຈັດຕັ້ງສັງຄົມ, ສາສະໜາ, ເພດ,ໄວ ໃນທົ່ວປ່ວງຊົນແນ່ໃສ່ການຈັດຕັ້ງປະຕິບັດແນວທາງ – ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ ແຕ່ ລະໄລຍະຢ່າງມີຄວາມເປັນເອກະ ພາບ, ເອົາໃຈໃສ່ສຶກສາອົບຮົມປຸກລະດົມແນວຄິດຂອງທົ່ວປ່ວງຊົນເຂົ້າຮ່ວມການປົກປັກຮັກສາລະບອບປະຊາທິປະໄຕປະຊາຊົນ,ນໍ້າໃຈຮັກຊາດ-ຮັກລະບອບໃໝ່ຕິດພັນກັບຄວາມເປັນເຈົ້າການບຸກທະລຸທັງ 4 ດ້ານ ຢ່າງແຂງແຮງ.

ຕະຫຼອດ 5 ປີຜ່ານ ມາສາມາດປະກາດຄອບຄົວໄດ້ 2.414 ຄອບຄົວ ແລະ ບ້ານໄດ້ທັງໝົດມີ 130 ບ້ານ, ກວມ 92,8 % , ຂອງຈໍານວນບ້ານທັງໝົດໃນທົ່ວແຂວງມີ 140 ບ້ານ, ໃນນັ້ນໄດ້ສໍາເລັດການປະກາດເມືອງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງໄດ້ 3 ເມືອງ ຄື: ເມືອງສາມັກຄີໄຊ,ເມືອງໄຊເສດຖາ ແລະ ເມືອງພູວົງ ກວມເອົາ 60 % ຂອງເມືອງທົ່ວແຂວງ. ໃນໄລຍະນີ້ ແມ່ນສຸມໃສ່ການສ້າງບ້ານພັດທະນາ, ປະຊາຊົນຢູ່ດີ ກິນດີ ຕາມທິດສ້າງສັງຄົມນິຍົມແຕ່ຂັ້ນຮາກຖານຂື້ນມາ.
#ຂ່າວ:ມະນີວອນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa