ອັດຕະປື ເຜີຍແຜ່ນິຕິກຳປັບປຸງກົງຈັກການຕັ້ງຂັ້ນແຂວງ

ໃນວັນທີ 7 ພຶດສະພາ 2025ນີ້ ແຂວງອັດຕະປື ໄຂກອງປະຊຸມເຜີຍແຜ່, ເຊື່ອມຊຶມນິຕິກຳກຽ່ວກັບການປັບປຸງກົງຈັກການຕັ້ງຂັ້ນແຂວງ ເຊິ່ງໄດ້ຈັດຂື້ນຢູ່ທີ່ຫໍປະຊຸມຂອງແຂວງໂດຍການເຜີຍແຜ່ເຊື່ມຊຶ ມາຂອງສະຫາຍຄຳບຸນ ດວງພະບາງ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານແນວຄິດ, ວຽກພັກ-ພະນັກງານ, ມີສະຫາຍນາງບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ ຫົວ ໜ້າຄະນະຈັດຕັັ້ງແຂວງ ແລະ ສະຫາຍ ປອ ຄອນສະຫງ່າ ພິມມະສອນ ກຳມະການພັກແຂວງ ຫົວຫນ້າຄະນະໂຄສະນາອົບຮົມແຂວງ, ເຂົ້າຮ່ວມຟັັງມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າພະ ແນກການອ້ອມຂ້າງແຂວງ, ອົງການທຽບເທົ່າ, ພະ ນັກງານລັດຖະກອນ, ສະມາຊິກພັກ ແລະ ກ້ອນກໍາລັງ

ກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່, ເຊື່ອມຊຶມນິຕິກຳກຽ່ວກັບການປັບປຸງກົງຈັກການຕັ້ງຂັ້ນແຂວງເປັນຕົ້ນ: ມະຕິ 03, ມະຕິຄໍາແນະນໍາ ຂອງຄະນະປັບປຸງກົງຈັກການຈັດຕັ້ງ ແລະ ມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂອງຄະນະຈັດຕັ້ງສູນກາງພັກ ໂດຍເລັ່ງໃສ່ສ້າງຄວາມເປັນເອກະພາບທາງດ້ານແນວຄິດໃຫ້ກັບຄະນະບໍລິຫານງານພັກແຂວງ, ຄະນະບໍລິຫານງານພັກເມືອງ, ນະຄອນ, ພະແນກການ ແລະ ອົງການທຽບເທົ່າ ໄດ້ຮັບຮູ້ເຂົ້າໃຈ, ເຫັນໄດ້ເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງ, ສັບຊ້ອນ ແລະ ນໍາໃຊ້ ສະຖານທີ່ເຮັດວຽກ, ສຳນັກງານ ຂອງກະຊວງ, ອົງການ ແລະ ພະແນກການ ຢູ່ທ້ອງຖິ່ນ ທີ່ຖືກປັບປຸງ ໃຫ້ມີປະສິດ ທິພາບ, ຕ້ານການຟູມເຟືອຍ, ການສວຍໂອກາດ, ບໍ່ເຮັດໃຫ້ໂຄງລ່າງພື້ນຖານ, ຊັບສິນ, ພາຫະນະ, ວັດຖຸ, ອຸປະກອນຕົກເຮ່ຍເສຍຫາຍ ຫຼື ສ້າງຄວາມຫຍຸ້ງຍາກ ໃຫ້ແກ່ການປັບປຸງກົງຈັກ, ຮັບປະກັນດ້ານງົບປະມານ ເພື່ອຮັບໃຊ້ເຂົ້າໃນການປັບປຸງກົງຈັກ ກໍ່ຄື ຮອງຮັບໃຫ້ ແກ່ການເຄື່ອນໄຫວວຽກງານ ໃຫ້ມີປະສິດທິຜົນ ບົນຈິດໃຈປະຢັດ,

ບົນພື້ນຖານນັ້ນຄະນະບໍລິຫານງານສູນກາງພັກຈຶ່ງຕົກລົງປັບປຸງກົງຈັກການຈັດຕັ້ງຄື: ໂຮມ ກະຊວງແຜນການ ແລະ ການລົງທຶນ ເຂົ້າກັບ ກະຊວງການເງິນ, ເອີ້ນຊື່ວ່າ: ກະຊວງ ການເງິນ; ໂຮມ ກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ເອີ້ນວ່າ: ກະຊວງອຸດສາຫະກໍາ ແລະ ການຄ້າ; ໂຮມ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເຂົ້າກັບ ກະຊວງກະສິ ກໍາ ແລະ ປ່າໄມ້, ຊື່ໃໝ່ເອີ້ນວ່າ: ກະຊວງກະສິກຳ ແລະ ສິ່ງແວດ ລ້ອມ; ໂຮມກະຊວງພາຍໃນ ຂຶ້ນກັບຄະນະຈັດຕັ້ງສູນກາງພັກ, ເອົາວຽກຄຸ້ມຄອງ ລັດຖະກອນ, ວຽກແຂ່ງຂັນຍ້ອງຍໍ ແລະ ວຽກອື່ນໆທີ່ສອດຄ່ອງກັບ ພາລະບົບບາດ ຂອງຄະນະ ຈັດຕັ້ງສູນກາງພັກ, ພ້ອມທັງຍົກຍ້າຍບຸກຄະລາກອນ ທີ່ເຮັດວຽກດັ່ງກ່າວ ໄປຂຶ້ນກັບຄະນະຈັດຕັ້ງ ສູນກາງພັກ, ໂອນວຽກປົກຄອງ, ວຽກແຜນທີ່, ວຽກຄຸ້ມຄອງມະຫາພາກດ້ານ ສາສະໜາ ແລະ ວຽກ ອື່ນໆ ພ້ອມທັງບຸກຄະລາກອນ ທີ່ເຮັດວຽກໃນຂົງເຂດດັ່ງກ່າວ ໄປຂຶ້ນກັບ ຫ້ອງວ່າການສໍາ ນັກງານນາຍົກລັດຖະມົນຕີ ແລະ ກະຊວງ, ອົງການອື່ນ ທີ່ເຫັນວ່າມີຄວາມສອດຄ່ອງ; ໂອນວຽກສື່ມວນຊົນ (ວຽກຖະແຫຼ່ງຂ່າວ) ພ້ອມທັງຍົກຍ້າຍບຸກຄະລາກອນ ອອກຈາກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄປຂຶ້ນກັບ ຄະນະໂຄສະນາອົບຮົມສູນ ກາງພັກ, ປ່ຽນຊື່ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເປັນຊື່ໃໝ່ເອີ້ນວ່າ: ກະຊວງວັດທະນະທໍາ ແລະ ການທອງທ່ຽວ; ສ່ວນການປັບປຸງກົງຈັກ ຢູ່ທ້ອງຖິ່ນ ແຂວງ ແລະ ເມືອງ ແມ່ນໃຫ້ປັບປຸງໂຮມເຂົ້າກັນ ຕາມຂະແໜງສາຍຕັ້ງ ທີ່ມີການປັບປຸງ ໂຮມເຂົ້າກັນ, ການປັບປຸງກົງຈັກການຈັດຕັ້ງ ໃນຄັ້ງນີ້ ແມ່ນການປະຕິບັດແນວທາງການຈັດຕັ້ງ ຂອງພັກເຮົາໃຫ້ ກະທັດຮັດ, ໂລ່ງລ່ຽນ, ມີປະສິດທິພາບ ແລະ ເຂັ້ມແຂງເນື້ອແທ້ ແມ່ນການບໍລິຫານຈັດການອົງການ ເພື່ອນໍາໃຊ້ຊັບພະຍາກອນຢ່າງປະຢັດ, ຄຸ້ມຄ່າ ແລະ ເກີດຜົນປະໂຫຍດສູງສຸດ, ມີປະສິດທິພາບ ແລະ ຍືນຍົງ.


ໂດຍ: ໄພບູນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa