ຮອງປະທານສູນກາງສະຫະພັນແມ່ຍິງລາວເຂົ້າພົບສະຫາຍເລຂາພັກແຂວງອັດຕະປື

ໃນວັນທີ 12 ມີນາ 2026 ນີ້, ທີ່ຫ້ອງຮັບແຂກຫ້ອງວ່າການແຂວງ ສະ​ຫາຍ​ ນາງ ຜາສຸກ ວົງວິຈິດ ຮອງປະ​ທານຄະນະບໍລິຫານງານສູນກາງສະ​ຫະພັນແມ່ຍິງ​ລາວ ໄດ້ເຂົ້າພົບ​ ສະ​ຫາຍ ບຸນເຖິງ ດວງສະຫວັນ​ ກໍາມະການສູນກາງພັກ​ ເລຂາພັກແຂວງອັດຕະປື.​


ໂອກາດດັ່ງກ່າວ ສະຫາຍ​ ນາງ ຜາ​ສຸກ ວົງວິຈິດ ຮອງປະທານຄະນະບໍລິຫານສູນກາງສະຫະພັນແມ່ຍິງລາວ ໄດ້ແຈ້ງຈຸດປະສົງຂອງການເຄື່ອນ​ໄຫວຢູ່ແຂວງອັດຕະປື ເພື່ອລົງມາຜັນຂະຫຍາຍຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ​ ຄັ້ງທີ​ lX,​ ພ້ອມນີ້ຮອງປະ​ທານສູນກາງສະຫະພັນແມ່ຍິງລາວ ຍັງສະເໜີຝາກເຖິງ​ ສະຫາຍ ເລຂາພັກແຂວງອັດຕະປື​ ຊ່ວຍຊຸກຍູ້,​ ພັດ​ທະນາແມ່ຍິງແຂວງ, ໃຫ້ມີການປະ​ກອບສ່ວນໃນການພັດທະນາວຽກແມ່ຍິງລາວບັນ ດາເຜົ່າ​ ໃຫ້ມີບົດ ບາດ​ໃນການຈັດຕັ້ງປະຕິບັດທຸກຂົງເຂດວຽກງານຂອງແຂວງ, ມີສ່ວນຮ່ວມໃນການປະກອບຄໍາຄິດຄໍາເຫັນໃນທຸກວຽກງານຄຽງຄູ່ກັບເພດຊາຍ.

ໂອກາດນີ້​ ສະຫາຍ​ ບຸນເຖິງ ດວງສະຫວັນ ກໍ່ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ໄດ້ຕີລາຄາສູງ ເຖິງຄວາມເອົາໃຈໃສ່ຂອງຄະນະນໍາສູນກາງ ສະຫະພັນແມ່ຍິງລາວ ທີ່ລົງມາຕິດຕາມຊຸກຍູ້ວຽກງານສະ​ຫະພັນແມ່ຍິງຂອງແຂວງອັດຕະປື ເພື່ອເຮັດໃຫ້ສະຫະພັນແມ່ຍິງແຂວງ,​ ພ້ອມທັງ​ຢືນຢັນວ່າ​ ຈະໃຫ້ຄວາມສໍາຄັນ ແລະຊຸກຍູ້ ຂະບວນ​ການເຄື່ອນໄຫວຂອງເອື້ອຍນ້ອງແມ່ຍິງບັນດາເຜົ່າພາຍໃນແຂວງ​ ໃຫ້ໄດ້ຮັບເຄື່ອນ​ໄຫວວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຢ່າງເຕັມສ່ວນ.
ຂ່າວ: ມະນີວອນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa