ເມືອງພູວົງ ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ VI ຂອງຜູ້ແທນແນວລາວສ້າງຊາດເມືອງ

 

ກອງປະຊຸມໃຫຍ່ ຄັ້ງທີ VI ຂອງຜູ້ແທນແນວລາວສ້າງຊາດເມືອງພູວົງ ແຂວງອັດຕະປື ໄດ້ໄຂຂຶ້ນ ແລະ ອັດລົງດ້ວຍຜົນສຳເລັດຢ່າງຈົບ ໃນວັນທີ 30 ກໍລະກົດ 2025 ທີ່ສະໂມສອນໃຫຍ່ຂອງເມືອງ, ໂດຍໃຫ້ກຽດເຂົ້າ ຮ່ວມຂອງ ສະຫາຍ ດາບແກ້ວ ໄຊຍະແສງ ເລຂາຄະນະບໍລິຫານງານພັກເມືອງ, ມີ ສະຫາຍ ດາວວອນ ສັນຕິສຸກ ຮອງປະທານເເນວລາວສ້າງຊາດເເຂວງ, ມີຄະນະກຳມະການແນວລາວສ້າງຊາດເມືອງ, ແຂກຖືກເຊີນ ພ້ອມດ້ວຍຜູ້ແທນສົມບູນເຂົ້າຮ່ວມ.

ໃນທີ່ປະຊຸມ ສະຫາຍ ພິມພາ ໄຊຍະຝົນ ກຳມະການພັກເມືອງ ປະທານເເນວລາວສ້າງຊາດເມືອງພູວົງ ໄດ້ຜ່ານບົດລາຍການເມືອງທັງສອງພາກ ຂອງຄະນະກຳມະການແນວລາວສ້າງຊາດເມືອງ ໂດຍໄດ້ຕີລາຄາລວມຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະກຳມະການແນວລາວສ້າງຊາດເມືອງທີ່ຜ່ານມາ , ເຊິ່ງໄລຍະຜ່ານມາ ຄະນະກໍາມະການແນວລາວສ້າຊາດເມືອງ ໄດ້ຖືເອົາວຽກງານສຶກອົບຮົມການເມືອງ-ແນວຄິດ ເປັນບູລິມະສິດທີ່ສຳຄັນ ໃນການປຸກລະດົມໃຫ້ຖັນແຖວພະນັກງານ-ລັດຖະກອນ, ສະມາຊິກພັກ ຕະຫຼອດຮອດປະຊາຊົນບັນດາເຜົ່າ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ປຸກລະດົມກຳລັງແຮງປະຊາຊົນບັນດາເຜົ່າ ເຂົ້າຮ່ວມປະຕິບັດ 2 ໜ້າທີ່ຍຸດທະສາດຄື: ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພ້ອມທັງ ຕັ້ງໜ້າເສີມຂະຫຍາຍມູນເຊື້ອອັນດີງາມຂອງແນວລາວອິດສະຫຼະ ແລະ ແນວລາວຮັກຊາດ ກໍ່ຄືແນວລາວສ້າງຊາດໃນປະຈຸບັນ, ປະຈຸບັນທົ່ວເມືອງ ມີຄະນະກຳມະການເເນວລາວສ້າງຊາດ ບ້ານ 15 ບ້ານ ລວມ 227 ທ່ານ, ຍິງ 53 ທ່ານ, ວຽກງານການສ້າງຄອບຄົວ ເເລະ ບ້ານສາມັກຄີປອງດອງ ການປະເມີນຜົນຕົວຈິງຕາມ 4 ມາດຖານການສ້າງຄອບຄົວ ເເລະ 5 ມາດຖານ ສ້າງບ້ານສາມັກຄີປອງດອງ ມອບໃບຢັ້ງຍືນຄອບຄົວສາມັກຄີປອງດອງຈໍານວນ 2.983 ຄອບຄົວ, ບ້ານສາມັກຄີປອງດອງ 15 ບ້ານ, ໄດ້ຮັບຮອງເມືອງພູວົງ ເປັນເມືອງຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ເເລະ ບ້ານສາມັກຄີປອງດອງຢ່າງເປັນທາງການ.

ກອງປະຊຸມໄດ້ຮັບຟັງບົດສຳຫຼວດການຊີ້ນຳ-ນຳພາຂອງຄະນະແນວລາວສ້າງເມືອງ ຊຸດເກົ່າ ແລະ ການປະ ກອບຄຳຄິດຄຳເຫັນ ຂອງຜູ້ແທນສົມບູນ ແລະ ພາກສ່ວນຕ່າງໆ ເພື່ອເປັນເອກະພາບ ແລະ ຮັບຮອງເອົາບົດລາຍງານທັງສອງພາກ ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ. ຈາກນັ້ນ ກອງປະຊຸມໄດ້ຮັບຮອງເອົາມະຕິຕົກລົງແຕ່ງຕັ້ງ ຄະນະກຳມະການແນວລາວສ້າງຊາດເມືອງພູວົງ ຄັ້ງທີ VI ຈຳນວນ 43 ສະຫາຍ, ໃນນີ້ ໄດ້ແຕ່ງຕັ້ງ ສະຫາຍ ພິມພາ ໄຊຍະຝົນ ເປັນປະທານແນວລາວສ້າງຊາດເມືອງພູວົງ ອີກຊຸດໃໝ່ ສະໄໝທີ VI, ສະຫາຍ ນາງ ບັບຜາ ເເກ້ວລິດາວົງ ເປັນຮອງປະທານ ທັງເປັນປະທານກວດກາ ແລະ ສະຫາຍ ວິໄລວັນ ພຸດທະວົງ ເປັນຮອງປະທານ.

ຂ່າວ-ພາບ: ສິງໂຕ

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa