ແຂວງອັດຕະປືສຳເລັດການຍົກລະດັບ ທິດສະດີ-ແນວທາງຂອງພັກ ໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ປະຈຳປີ 2025.

ພິທີປິດຊຸດອົບຮົມ ທິດສະດີ-ແນວທາງຂອງພັກ ໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ທົ່ວແຂວງອັດຕະປື ປະຈຳປີ 2025 ໄດ້ສຳເລັດລົງຢ່າງເປັນທາງການ ພາຍຫຼັງທີ່ໄດ້ດຳເນີນມາເປັນເວລາ 7 ວັນ ແຕ່ວັນທີ 15 ຕຸລາ – 23 ຕຸລາ 2025 ທີ່ຄະນະໂຄສະນາອົບຮົມແຂວງອັດຕະປື ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄຳບຸນ ດວງພະບາງ ຮອງເລຂາພັກແຂວງ, ມີວິທະຍາກອນ ແລະ ສຳມະນາກອນ ອ້ອມຂ້າງແຂວງ ແລະ ເມືອງ ເຂົ້າຮ່ວມ.

ຕະຫຼອດໄລຍະຂອງການຝຶກອົບຮົມ ມາເປັນເວລາ 7 ວັນ ສຳມະນາກອນ ຈຳນວນ 33 ທ່ານ, ຍິງ 14 ທ່ານ ໄດ້ຮຽນຮູ້ ເອກະສານແນວທາງຂອງພັກ ຈຳນວນ 14 ບົດ ໃນນັ້ນ ໄດ້ລົງເລິກບົດແນວທາງການຕ່າງປະເທດທີ່ສ້າງສັນການພົວພັນເພື່ອນມິດຍຸດທະສາດ, ຝຶກຝົນຫຼໍ່ຫຼອມຄຸນສົມບັດ ສິນທຳປະຕິວັດ, ເສີມຂະຫຍາຍມູນເຊື້ອຂອງຊາດລາວ, ການສ້າງ ແລະ ບູລະນະລະບອບ ປະຊາທິປະໄຕປະຊາຊົນ ຕາມທິດສັງຄົມນິຍົມ, ຄວາມຮູ້ພື້ນຖານກ່ຽວກັບລັດທິມາກ-ເລນິນ, ວິທີວັດຖຸນິຍົມສັດຈະວິພາກ, ແນວທາງເສດຖະກິດຂອງພັກ, ການຫັນເປັນອຸດສະຫະກຳ ແລະ ທັນສະໄໝຢູ່ປະເທດເຮົາ, ພັດທະນາເສດຖະກິດຕິດພັນກັບການພັດທະນາວັດທະນະທໍາ-ສັງຄົມ ແລະ ຮັກສາສິ່ງແວດລ້ອມ, ສ້າງລັດແຫ່ງກົດໝາຍເທື່ອລະກ້າວພາຍໃຕ້ການນໍາພາຂອງພັກເຮົາ, ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ,ສັງຄົມສາມັກຄີປອງດອງແມ່ນບໍ່ເກີດແຫ່ງກຳລັງແຮງຂອງການປົກປັກຮັກສາ ແລະ ການພັດທະນາປະເທດຊາດ ,ການຈັດຕັ້ງປະຕິບັດແນວທາງ ແລະ ແຜນ ນະໂຍບາຍຂອງພັກ ເຂົ້າໃນຊີວິດຕົວຈິງ,

ທັງນີ້ແມ່ນເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ໄດ້ຮັບຮູ້ເຂົ້າໃຈ ທິດສະດີ-ແນວທາງຂອງພັກ ໃຫ້ເລິກເຊິ່ງສາມາດໄປນໍາໃຊ້ໃນຊີວິດຕົວຈິງໄດ້ ພ້ອມທັງເປີດໂອກາດໃຫ້ຜູ້ເຂົ້າຮ່ວມອົບຮົມ ແລກປ່ຽນຄວາມຄິດເຫັນ ເຊິ່ງກັນ ແລະ ກັນ ອີກຢ່າງໜຶ່ງການສຳເລັດຊຸດອົບຮົມຄັ້ງນີ້ ຖືເປັນສ່ວນໜຶ່ງຂອງແຜນພັດທະນາ ບຸກຄະລາກອນປະຈຳປີ ຂອງພະແນກການອ້ອມຂ້າງແຂວງ ແລະ ເມືອງ ທີ່ສົ່ງເສີມໃຫ້ທຸກພາກສ່ວນມີຄວາມຮູ້ ຄວາມເຂົ້າໃຈ ຕາມແນວທາງຂອງພັກ ເພື່ອນໍາໄປໝູນໃຊ້ວຽກງານ ໃຫ້ມີປະສິດທິພາບ ແລະ ບັນລຸເປົ້າໝາຍທີ່ວາງໄວ້.

ໂອກາດດັ່ງກ່າວໄດ້ຜ່ານຂໍ້ຕົກລົງ ຂອງຄະນະໂຄສະນາອົບຮົມແຂວງ ວ່າດ້ວຍມອບໃບຢັ້ງຢືນ ໃຫ້ແກ່ພະນັກງານ-ລັດຖະກອນ ທີ່ສໍາເລັດ ການຝຶກອົບຮົມບຳລຸງ, ຍົກລະດັບທິດສະດີ-ແນວທາງຂອງພັກ ປະຈຳປີ 2025. ຈຳນວນ 33 ທ່ານ, ຍິງ 14 ທ່ານ ຂຶ້ນມອບໂດຍ ທ່ານ ຄຳບຸນ ດວງພະບາງ ຮອງເລຂາພັກແຂວງ ຂື້ນມອບຢ່າງສົມກຽດ.
ຂ່າວ: ສິດຕິພອນ.
ພາບ: ວົງສະໄໝ.
ກວດແກ້: ບກ.ຂ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa