ໃນວັນທີ 31 ກໍລະກົດ 2025 ແຂວງອັດຕະປື ໄດ້ດໍາເນີນກອງປະຊຸມທາບທາມບຸກຄະລາກອນເຂົ້າໃນໂຄງປະກອບຄະນະບໍລິຫານງານພັກແຂວງ ສະໄໝທີ XII ຮອບທີ 1 ຂື້ນທີ່ຫໍປະຊຸມໃຫຍ່ຂອງແຂວງ, ໂດຍການເປັນປະທານຂອງ ສະຫາຍ ຄໍາຫວັນ ຈັນທະໂຄດ ຄະນະປະຈໍາພັກແຂວງ, ປະທານກວດກາພັກ-ລັດແຂວງ, ມີ ສະຫາຍ ໄພວັນ ໄຊຍະແສງ ຮອງກົມກວດກາ, ຄະນະກວດກາສູນກາງພັກ ແລະ ບັນດາຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະພັກຮາກຖານ, ພະນັກງານອາວຸໂສບໍານານອາດິດການນຳຂອງແຂວງ ພ້ອມດ້ວຍຜູ້ແທນສົມບູນເຂົ້າຮ່ວມ 449 ສະຫາຍ
ໃນກອງປະຊຸມ ສະຫາຍ ນາງ ບຸນນານ ບຸນນະແສງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 411/ຄລສພ, ລົງວັນທີ 8 ສິງຫາ 2023 ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ແລະ ຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 211/ຄຈສພ, ລົງວັນທີ 16 ສິງຫາ 2023 ວ່າດ້ວຍການປະຕິບັດຄໍາສັ່ງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງຄະນະພັກຂັ້ນຕ່າງ,ພ້ອມທັງໄດ້ຜ່ານມາດຖານ, ເງື່ອນໄຂ ຂອງຜູ້ທີ່ຈະອອກສະໝັກຮັບເລືອກຕັ້ງໃໝ່ ຂອງຄະນະພັກຂັ້ນຕ່າງໆ, ໂດຍສະເພາະຂັ້ນແຂວງ ຮອບທີ 1, ເງື່ອນໄຂ ບຸກຄະລາກອນທີ່ອອກຮັບສະໝັກ ເຂົ້າໃນໂຄງປະກອບຄະນະບໍລິຫານງານພັກແຂວງ ຕ້ອງຄົບເງື່ອນໄຂ ມາດຖານ ຄື: ມາດຖານດ້ານຄຸນທາດການເມືອງ, ດ້ານຄຸນສົມບັດ ສິນທຳປະຕິວັດ ແລະ ແບບແຜນການດຳລົງຊີວິດ, ດ້ານຄວາມຮູ້ ແລະຄວາມສາມາດ, ດ້ານແບບແຜນວິທີນໍາພາ ແລະ ວິທີເຮັດວຽກ, ດ້ານສຸຂະພາບ, ດ້ານອາຍຸກະສຽນ, ເພດເຜົ່າ, ອາຍຸພັກ ເພື່ອຮັບປະກັນຄັດໃຫ້ຖືກຕ້ອງຕາມມາດຖານ, ເງື່ອນໄຂ ແລະ ກົດລະບຽບຂອງພັກ ທີ່ຂັ້ນເທິງໄດ້ກຳນົດອອກ, ທັງເປັນການເລືອກເຟັ້ນເອົາຜູ້ທີ່ມີຄວາມຮັບຜິດຊອບການເມືອງສູງ ກໍ່ຄືຄວາມເອົາໃຈໃສ່, ຕັ້ງໜ້າບື້ນຕົວໃນການປະຕິບັດໜ້າທີ່ວຽກ ງານວິຊາສະເພາະຕາມການມອບໝາຍ, ທຸ່ມເທເຫື່ອແຮງ-ສະຕິປັນຍາເຂົ້າໃນວຽກງານຢ່າງປະດິດສ້າງ ແລະ ມີຄວາມຮັບຜິດຊອບສູງ, ຜ່ານເງືອນໄຂມາດຖານມີບຸກຄະລາກອນຮັບສະໝັກເຂົ້າໂຄງປະກອບການຈັດຕັ້ງ ຮອບທີ 1 ມີຄະນະບໍລິຫານງານພັກແຂວງຊຸດເກົ່າ ຈໍານວນ 21 ສະຫາຍ ແລະ ເປົ້າໝາຍສະເໜີໃໝ່ ຈໍານວນ 3 ສະຫາຍ.
ໂອກາດດັ່ງກ່າວ ສະຫາຍ ຄໍາຫວັນ ຈັນທະໂຄດ ຄະນະປະຈໍາພັກແຂວງ ປະທານກວດພັກ-ລັດແຂວງ ໄດ້ມີຄໍາເຫັນ ໂດຍໄດ້ຮຽກຮ້ອງໃຫ້ຜູ້ແທນກອງປະຊຸມ ຕ້ອງໄດ້ມີທັດສະນະການເມືອງທີ່ໜັກແໜ້ນ ແລະ ເອົາໃຈໃສ່ຢ່າງເປັນເຈົ້າການ ໃນການລົງຄະແນນສຽງທາບທາມບຸກຄະລາກອນອອກຮັບສະໝັກເລືອກຕັ້ງ ເຂົ້າໃນໂຄງປະກອບຄະນະບໍລິຫານງານພັກແຂວງ ສະໄໝທີ XII ຮອບທີ 1 ໃຫ້ຖືກຕ້ອງຕາມຄວາມເປັນຈິງ, ພາວະວິໄສ, ຍຸຕິທຳ, ມີຄວາມຈິງໃຈຕໍ່ກັນ, ຮັກສາໄດ້ຄວາມສາມັກຄີເປັນປຶກແຜ່ນ ບົນພື້ນຖານແນວທາງນະໂຍບາຍ, ລະບຽບກົດໝາຍ, ຫຼີກເວັ້ນແນວຄິດອະຄະຕິ ລົງຄະແນນສຽງທາບທາມໂດຍຂາດຄວາມຮັບຜິດຊອບ ຫຼື ມີທັດສະນະອື່ນໆ ທີ່ບໍ່ຖືກຕ້ອງ, ເພື່ອຮັບປະກັນໃຫ້ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XII ຂອງຄະນະບໍລິຫານງານພັກແຂວງອັກຕະປື ທີ່ຈະຈັດຂຶ້ນໃນອີກບໍ່ດົນໜ້ານີ້ໃຫ້ສໍາເລັດຕາມຄາດໝາຍ.
ຈາກນັ້ນຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ໃນການດໍາເນີນການປ່ອນບັດທາບທາມເອົາບຸກຄະລາກອນ ເຂົ້າໃນໂຄງປະກອບຄະນະບໍລິຫານງານພັກແຂວງ ສະໄໝທີ XII ຮອບທີ 1 .#ຂ່າວ: ມະນີວອນ