ວັນທີ 6 ສິງຫາ 2025 ທີ່ຫ້ອງປະຊຸມພະແນກພະລັງງານ ແລະ ບໍແຮ່ ແຂວງອັດຕະປື ໄດ້ຈັດພິທີປະກາດ ຮັບຮອງໂຄງປະກອບກົງຈັກ ແລະ ບຸກຄະລາກອນ ຂັ້ນຫົວໜ້າ ແລະ ຮອງຫົວໜ້າພະແນກການເງິນແຂວງ ພາຍຫຼັງໂຮມພະແນກ ແຜນການ ແລະ ການລົງທຶນແຂວງ ເຂົ້າກັບພະແນກການເງິນແຂວງ, ໃຫ້ກຽດເຂົ້າ ຮ່ວມຂອງທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງອັດຕະປື, ມີທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນ ຕີກະຊວງການເງິນ, ມີພະແນກການອ້ອມຂ້າງແຂວງ ແລະ ເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າ ຮ່ວມ.
ໃນພິທີໄດ້ຜ່ານຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍ ການຍຸບເລີກ ພະແນກແຜນການ ແລະ ການລົງທຶນແຂວງ ແລະ ສັບຊ້ອນວຽກຕ່າງໆໄປຂື້ນກັບ ພະແນກການເງິນແຂວງ, ເຊິ່ງເຈົ້າແຂວງໄດ້ຕົກລົງໂຮມເອົາວຽກງານ ບໍລິຫານ ແລະຈັດຕັ້ງ, ວຽກງານກວດກາລັດ, ວຽກງານແຜນການ, ວຽກງານປະເມີນຜົນ, ວຽກງານ ສົ່ງເສີມການລົງທຶນ, ວຽກງານຮ່ວມມືສາກົນ ແລະ ວຽກງານສະຖິຕິ ພ້ອມດ້ວຍບຸກຄະລາ ກອນຂອງພະແນກແຜນການ ແລະ ການລົງທຶນແຂວງ ເຂົ້າກັບພະແນກການເງິນແຂວງ,
ຜ່ານຂໍ້ຕົກລົງ ຂອງເຈົ້າແຂວງ ວ່າດ້ວຍ ເຫັນດີຍຸບເລີກ ໂຄງປະກອບກົງຈັກການຈັດຕັ້ງ ຂອງພະແນກ ການເງິນແຂວງ ປະກອບມີ: 4 ຂະແໜງ ຄື: ຂະແໜງ ຈັດຕັ້ງ ບໍລິຫານ ແລະ ຄຸ້ມຄອງບັນຊີ, ຂະແໜງ ກວດກາລັດ, ຂະແໜງ ງົບປະມານແຫ່ງລັດ, ຂະແໜງ ຄຸ້ມຄອງຊັບສິນແຫ່ງລັດ, ຜ່ານຂໍ້ຕົກລົງ ຂອງເຈົ້າແຂວງ ເຫັນດີຮັບຮອງເອົາໂຄງປະກອບກົງຈັກການຈັດຕັ້ງລັດຂອງພະແນກການເງິນແຂວງປະກອບມີ 7 ຂະແໜງຄື: ຂະແໜງ ບໍລິຫານ ແລະ ຈັດຕັ້ງ, ຂະແໜງ ກວດກາລັດ, ຂະແໜງ ງົບປະມານແຫ່ງລັດ,ຂະແໜງ ແຜນການ ແລະ ສະຖິຕິ, ຂະແໜງ ການຈັດຊື້ – ຈັດຈ້າງ, ຂະແໜງ ຄຸ້ມຄອງຊັບສິນແຫ່ງລັດ, ຂະແໜງ ຄຸ້ມຄອງການບັນຊີ, ຜ່ານຂໍ້ຕົກລົງ ຂອງເຈົ້າແຂວງ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານ ເຊິ່ງເຈົ້າແຂວງ ໄດ້ຕົກລົງ:ເຫັນດີຍົກຍ້າຍ ທ່ານ ສຸລິວົງ ອະໄພວົງ ກຳມະການພັກແຂວງ, ເລຂາພັກເມືອງ-ເຈົ້າເມືອງໆ ສະໜາມໄຊ ມາຮັບໜ້າທີ່ໃໝ່ ເປັນເລຂາຄະນະພັກຮາກຖານ ເປັນວ່າການ ຫົວໜ້າພະແນກການເງິນແຂວງ, ເຫັນດີແຕ່ງຕັ້ງ ຮອງຫົວໜ້າພະແນກການເງິນ ແຂວງອັດຕະປື ຄື: ທ່ານ ນາງ ໄຍຄໍາ ສີຊານົນ, ທ່ານ ສົມສະຫວັນ ອ້ວນວິໄລ, ທ່ານ ຄຳແສນ ເພັງທະວົງ, ທ່ານ ນິດສາ ມຽງລາວັນ ແລະ ທາ່ນ ວົງມາດ ແສນດາລາ ທັງ 5 ທ່ານ ເປັນຮອງຫົວໜ້າພະແນກການເງິນແຂວງ, ຜ່ານຂໍ້ຕົກລົງ ຂອງເຈົ້າແຂວງວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານເຊິ່ງເຈົ້າແຂວງ ຕົກລົງ ເຫັນດີ ຍົກຍ້າຍ ທ່ານ ມີໄຊ ສີສະແຫວງສຸກ ວ່າການຫົວໜ້າພະແນກແຜນການ ແລະ ການ ລົງທຶນແຂວງ ມາຮັບໜ້າທີ່ໃໝ່ ເປັນຮອງຫົວໜ້າຫ້ອງວ່າການແຂວງ.
ໂອກາດດັ່ງກ່າວທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງອັດຕະປື ແລະ ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີກະຊວງການເງິນ ໄດ້ຜັດປ່ຽນມີຄຳເຫັນວ່າ: ການປະກາດການຈັດຕັ້ງຄັ້ງນີ້, ແມ່ນອີງໃສ່ ຄວາມຮຽກຮ້ອງຕ້ອງການຂອງຫນ້າທີ່ການເມືອງ ໃນໄລຍະໃໝ່, ພາຍຫຼັງທີ່ມີການປັບປຸງນີ້ແລ້ວ ສະເໜີໃຫ້ຄະນະ ພັກ-ຄະນະນຳ ສືບຕໍ່ເປັນເຈົ້າການນຳພາແນວຄິດ ໃຫ້ແກ່ສະມາຊິກພັກພະນັກງານ ໃຫ້ມີຄວາມຮັບຮູ້ຢ່າງເລິກເຊິ່ງ ມີອຸດົມການທີ່ໜຽວແໜ້ນທີ່ສຸດ, ຕ້ອງໄດ້ສ້າງຄວາມເປັນເອກະພາບ ຢູ່ໃນອຸດົມການ; ສ້າງຄວາມເອກະພາບຢູ່ໃນຄະນະພັກ, ເອກະພາບກັບການຈັດຕັ້ງ ເຕົ້າໂຮມຄວາມສາມັກຄີໃນລະບຽບຫລັກການລວມສູນປະຊາ ທິປະໄຕ, ເຮັດວຽກເປັນໝູ່ຄະນະ. ພ້ອມນີ້, ຄະນະພັກຄະນະນຳ ພະແນກການເງິນ ໃຫ້ເອົາໃຈໃສ່ປຶກ ສາຫາລື, ມີການແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ, ເພື່ອພັດທະນາວຽກງານ ທີ່ໄດ້ຖືກມອບຫມາຍ ໃນຂົງເຂດທີ່ຮັບຜິດຊອບ, ໃຫ້ມີທ່າກ້າວຂະຫຍາຍຕົວດີຂຶ້ນກວ່າເກົ່າ.
#ຂ່າວ: ສິດຕິພອນ.