ແຂວງ ອັດຕະປື ຫວນຄືນມູນເຊື້ອ 2 ວັນສໍາຄັນທາງປະຫວັດສາດ

ວັນທີ 24 ມີນາ 2026 ນີ້ ແຂວງອັດຕະປື ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ (22 ມີນາ 1955-22 ມີນາ 2026) ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະລະຊີວິດ ເພື່ອປະເທດຊາດ ຄົບຮອບ 80 ປີ (21 ມີນາ 1946-21 ມີນາ 2026) ຂື້ນທີ່ຫໍປະຊຸມໃຫຍ່ຂອງແຂວງ, ໂດຍໃຫ້ກຽດປາຖະກະຖາຂອງ ທ່ານ ຄໍາບຸນ ດວງພະບາງ ພະນັກງານບໍານານ ອາດີດຮອງເລຂາພັກແຂວງ ແລະ ທ່ານ ພັນເອກ ຈັນ​ທະໜາ ກົມມະເມືອງ ຮອງປະທານສະຫະພັນນັກຮົບເກົ່າແຂວງ, ມີຄະ​ນະພັກ, ຄະນະນໍາຂອງແຂວງ, ພະ​ນັກງານຫຼັກແຫຼ່ງ, ພະນັກງານບໍານານ ຕະຫຼອດຮອດ ພະນັກງານ​-ລັດຖະກອນ ເຂົ້າຮ່ວມຮັບຟັງ.

ໂອກາດນີ້, ທ່ານ ຄໍາບຸນດວງພະບາງ ໄດ້ຍົກໃຫ້ເຫັນ ຂະບວນການປະ​ຕິ​ວັດແຫ່ງການກໍາເນີດ ຂອງພັກປະ ຊາຊົນ ປະຕິວັດລາວ ຕະຫຼອດໄລຍະ 71 ປີ ແຫ່ງການນໍາພາ-ຊີ້ນຳ ຂອງພັກປະຊາຊົນລາວ ໃນແຕ່ລະໄລຍະຜ່ານມາ, ມູນເຊື້ອໃນການຕໍ່ສູ້ຕີເອົາຊະນະຈັກກະພັດຕ່າງດ້າວຜູ້ຮຸກຮານ, ໄດ້ຜະເຊີນໜ້າກັບພວກລ່າເມືອງຂື້ນແບບເກົ່າ ແລະ ແບບໃໝ່, ພັກເຮົາໄດ້ແບກຫາບເອົາພາ​ລະກຳອັນໜັກໜ່ວງ ເພື່ອນຳພາ- ຊີ້ນຳ ປວງຊົນລາວທັງຊາດ ຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດ ແລະ ລູກແຫຼ່ງຕີນມືປະຕິການຂາຍຊາດຢ່າງດຸເດືອດຂ້ຽວຂາດ ເຕັມໄປດ້ວຍຄວາມເສຍສະລະກ້າວໄປເຖິງການປົດປ່ອຍປະເທດຊາດ ຢ່າງສົມບູນ ໃນປີ 1975 ແລະ ໄລຍະປົກປັກຮັກສາ, ສ້າງສາພັດທະນາປະເທດ​ຊາດ, ການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ຕະຫຼອດ 71 ປີຜ່ານມາ ພັກປະຊາຊົນ ປະຕິວັດລາວ ໄດ້ເອົາໃຈໃສ່ນຳພາ-ຊີ້ນຳ ດ້ວຍຄວາມເດັດດ່ຽວ, ສະຫຼາດສ່ອງໃສ ແລະ ມີຄວາມເຕີບໃຫຍ່ເຂັ້ມແຂງໃນທຸກດ້ານເປັນກ້າວໆມາ, ເສີມຂະຫຍາຍມູນເຊື້ອທາດແທ້ຂອງພັກປະ ຊາຊົນປະຕິວັດລາວ ມີຄວາມຈົ່ງຮັກພັກດີ ແລະ ຍຶດໝັ້ນໃນແນວຄິດ, ທິດສະ ດີ​ມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ກໍຄືຈຸດໝາຍສັງຄົມນິ​ຍົມຢ່າງໜັກແໜ້ນ, ຍຶດໝັ້ນ ແລະ ປະຕິບັດຢ່າງຖືກຕ້ອງບັນດາຫຼັກ​ການພື້ນຖານດ້ານການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກ ນັ້ນຄືຫຼັກການລວມສູນປະຊາ ທິປະ ໄຕ, ເວລາໃດກໍຖືສໍາຄັນການເສີມຂະ​ຫຍາຍຄວາມສາມັກຄີ ເປັນເອກະພາບບົນພື້ນຖານແນວທາງແຜນນະໂຍ ບາຍຂອງພັກ, ພັກໄດ້ເປັນເຈົ້າການປັບປຸງປ່ຽນແປງຕົນເອງຢູ່ສະເໝີ, ເອົາໃຈໃສ່ບຳລຸງສ້າງຖັນແຖວສະມາ ຊິກພັກ ໃຫ້ມີຄວາມເປັນແບບຢ່າງນໍາໜ້າ, ເປັນກໍາລັງແຮງສູ້ຮົບໃນທຸກຂົງເຂດວຽກງານທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນຮາກຖານ.

ຈາກນັ້ນ ທ່ານ ຈັນທະໜາ ກົມມະເມືອງ ກໍ່ໄດ້ຍົກໃຫ້ເຫັນເຖິງວັນນັກ​ຮົບເສຍອົງຄະ ແລະ ເສຍສະລະຊີວິດ ເພື່ອປະເທດຊາດ ຄົບຮອບ 80 ປີ, ໂດຍຍົກເຫັນເຫັນເຖິງປະ​ຫວັດຄວາມເປັນມາການກຳເນີດບັ້ນຮົບປ້ອງກັນຕົວເມືອງທ່າແຂກ, ສະ​ພາບ ແລະ ການກະກຽມການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າ ຂອງໜ່ວຍພັກເມືອງທ່າແຂກ, ເຫດ​ການ ແລະ ການຕໍ່ສູ້ຢ່າງພິລະອາດ​ຫານຂອງທະຫານ ແລະ ປະຊາຊົນຢູ່ເມືອງທ່າແຂກ ຍ້ອນການກະທໍາທີ່ໄຮ້ມະນຸດສະທໍາ ແລະ ໂຫດຮ້າຍປ່າເຖື່ອນຂອງພວກລ່າເມືອງຂຶ້ນແບບເກົ່າຜູ້ຮຸກຮານ ວັນທີ 21 ມີນາ ຈຶ່ງກາຍເປັນວັນຄຽດແຄ້ນຂອງປະ​ຊາຊົນລາວ.

ຂ່າວ: ວົງສະໄໝ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa