ໄຂກອງປະຊຸມສະໄໝສາມັນເທື່ອທີ 9 ສະພາປະຊາຊົນແຂວງອັດຕະປື ຊຸດທີ II.

 

ວັນທີ 7 ສິງຫາ 2025, ກອງປະຊຸມສະໄໝສາມັນເທື່ອທີ່ 9 ຂອງສະພາປະຊາຊົນແຂວງ ອັດຕະປື ຊຸດທີ II ໄດ້ໄຂຂື້ນຢ່າງເປັນທາງການ, ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ພາຍໃຕ້ການເປັນປະທານຂອງທ່ານ ນາງ ມີນາພອນ ໄຊສົມພູ ປະທານສະພາປະຊາຊົນແຂວງອັດຕະປື, ມີບັນດາທ່ານການນໍາພັກ-ລັດ, , ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ່ 17 ແຂວງອັດຕະປື, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ອົງການລັດທຽບເທົ່າພະແນກ ແລະ ແຂກຖືກເຊີນເຂົ້າຮ່ວມ.

ກອງປະຊຸມສະໄໝສາມັນເທື່ອທີ 9 ສະພາປະຊາຊົນແຂວງ ອັດຕະປື ຊຸດທີ II ຈະໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງແຂວງຄື: ບົດລາຍງານຂອງອົງການປົກຄອງແຂວງກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຂອງແຂວງ, ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານ ຂອງສະພາປະຊາຊົນຂັ້ນແຂວງ ແຕ່ກອງປະຊຸມສະໄໝສາມັນເທື່ອທີ 8 ຫາ ກອງປະຊຸມສະໄໝສາມັນເທື່ອທີ 9 ແລະ ແຜນຮອດກອງປະຊຸມສະໄໝສາມັນເທື່ອທີ10 ຂອງສະພາປະຊາຊົນແຂວງ ຊຸດທີ II, ພ້ອມນີ້ຍັງຈະໄດ້ຮັບຟັງ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ອັດຕະປື 5 ປີ (2026-2030) ຄັ້ງທີ IX; ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ; ການແກ້ໄຂວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ແຂວງ ອັດຕະປື; ການຈັດຕັ້ງປະຕິບັດວຽກງງານການສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍ ໃນໄລຍະຜ່ານມາ ແລະ ລາຍງານຮ່າງແຜນການກະກຽມແຜນການສ້າງນິຕິກໍາໃຕ້ກົດໝາຍ ໄລຍະ 5 ປີ ( 2026-2030 ).ຮັບຟັງການລາຍງາຂອງຄະນະປະຈໍາສະພາປະຊາຊົນແຂວງກ່ຽວກັບການຮັບຮອງເອົາບຸກຄາລະກອນຂອງອົງການປົກຄອງແຂວງຕາມການສະເໜີຂອງທ່ານເຈົ້າແຂວງ ແລະ ຮັບຟັງການຊີ້ແຈງບາງບັນຫາ ຕາມການຊັກຖາມຂອງຄະນະປະຈຳສະພາປະຊາຊົນແຂວງ ຈາກບັນດາພາກສ່ວນທີ່ກ່ຽວຂ້ອງເປັນຕົ້ນ: ສະພາບແກ້ໄຂບັນຫາການລັກລອບແຮ່ທາດ ທີ່ບໍ່ຖືກຕ້ອງພາຍໃນແຂວງ; ການຄຸ້ມຄອງຮ້ານອາຫານ, ຮ້ານບັນເທີງ ແລະ ການຄຸ້ມຄອງແຫຼ່ງທ່ອງທ່ຽວພາຍໃນແຂວງ ອັດຕະປື ແລະ ການຊຸກຍູ້ສົ່ງເສີມການຜະລິກເປັນສີນຄ້າ ເພື່ອຄໍ້າປະກັນສະບຽງອາຫານ ແລະ ສົ່ງອອກເປັນສີນຄ້າເພື່ອຫຼຸບຜ່ອນການນໍາເຂົ້າ;

ເພື່ອເຮັດໃຫ້ການພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານຂອງແຂວງມີຄຸນນະພາບ, ມີປະສິດທິຜົນ ແລະ ບັນລຸຕາມແຜນການທີ່ວາງໄວ້. ທ່ານ ນາງ ມີນາພອນ ໄຊສົມພູ ປະທານສະພາປະຊາຊົນແຂວງ ໄດ້ຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງສືບຕໍ່ໃຫ້ການຮ່ວມມື ແລະ ສະໜອງຂໍ້ມູນທີ່ສໍາຄັນຕໍ່ບັນດາເນື້ອໃນທີ່ຈະນໍາເຂົ້າພິຈາລະນາ ແລະ ຮັບຮອງໃນກອງປະຊຸມຄັ້ງນີ້, ພ້ອມທັງຮຽກຮ້ອງມາຍັງບັນດາທ່ານ ສະມາຊິກສະພາປະຊາຊົນແຂວງ ຈົ່ງນໍາໃຊ້ສິດປະຊາທິປະໄຕ ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ເຊີດຊູຄວາມຮັບຜິດຊອບທາງດ້ານການເມືອງຂອງຕົນໃນການສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າຢ່າງເລິກເຊິ່ງ, ປະກອບສ່ວນໃນການປະກອບຄໍາຄິດ, ຄໍາເຫັນຕໍ່ທຸກບັນຫາຢ່າງຖີ່ຖ້ວນ, ສ້າງສັນ, ພາວະວິໄສ, ມີເຫດ, ມີຜົນ, ແທດເໝາະກັບຕົວຈິງ, ຮັດກຸມ ບົນພື້ນຖານແນວທາງປ່ຽນແປງໃໝ່ຂອງພັກ, ລັດຖະທໍາມະນູນ, ກົດໝາຍຂອງລັດ ແລະ ສະພາບຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມຂອງແຂວງອັດຕະປືໃນປະຈຸບັນ ພ້ອມກັນຊອກຫາວິທີທາງ, ມາດຕະການແກ້ໄຂ ບັນດາບັນຫາທີ່ຍັງໜ້າເປັນຫ່ວງ, ຮີບດ່ວນ ແລະ ເຄັ່ງຮ້ອນຂອງສັງຄົມໃນປະຈຸບັນ ເພື່ອສ້າງຄວາມເປັນເອກະພາບສູງກັບເນື້ອໃນທີ່ນໍາມາພິຈາລະນາ, ຮັບຮອງໃນກອງປະຊຸມຄັ້ງນີ້ໃຫ້ມີຄຸນນະພາບ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໃຫ້ເປັນຮູບປະທໍາຢ່າງແທ້ຈິງ.


(ວິນັດ​ ສີສຸລາດ)

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa