ຫົວໜ້າຄະນະໂຄສະນາອົບຮົມແຂວງອັດຕະປື ລົງຊຸກຍູ້ວຽກງານໂຄສະນາອົບຮົມຢູ່ເມືອງໄຊເສດຖາ.
ເພື່ອເປັນການຕິດຕາມ, ຊຸກຍູ້ວຽກງານໂຄສະນາອົບຮົມຢູ່ບັນດາເມືອງ ແນ່ໃສ່ປັບປຸງການຈັດຕັ້ງເຄື່ອນໄຫວວຽກງານໂຄສະນາອົບຮົມໃຫ້ສາມາດຕອບສະໜອງກັບຄວາມ ຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່. ດັ່ງນັ້ນ; ໃນວັນທີ 28 ກຸມພາ 2024; ທ່ານ ປອ ຄອນສະຫງ່າ ພິມມະສອນ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ...