ກອງປະຊຸມສະຫຼຸບວຽກງານໂຄສະນາອົບຮົມທົ່ວແຂວງ ອັດຕະປື ປະຈຳປີ 2023.

ກອງປະຊຸມວຽກງານໂຄສະນາອົບຮົມທົ່ວແຂວງອັດຕະປື ປະຈໍາປີ 2023; ໄດ້ຈັດຂຶ້ນໃນວັນທີ 19 ມີນາ 2024, ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ. ໂດຍການເປັນປະທານ ຂອງທ່ານ ປອ ຄອນສະຫງ່າ ພິມມະສອນ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ເຂົ້າຮ່ວມມີບັນດາຄະນະພະແນກການ, ອົງການ, ຄະນະພັກເມືອງ, ຫົວໜ້າ-ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ, ແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ຈຳນວນ 50 ທ່ານ, ຍິງ 16 ທ່ານ.

ໃນພິທີ ທ່ານ ດາວວັນ ຫຼວງອາໄພ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂື້ນຜ່ານບົດສະຫຼຸບຕີລາການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມທົ່ວແຂວງ ປະຈຳປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງສະພາບລວມ, ຕີລາຄາທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມ ໃນໄລຍະ 1 ປີຜ່ານມາ ເຊິ່ງສະແດງອອກໃນວຽກງານດ້ານຕ່າງໆເປັນຕົ້ນ: ວຽກເຜີຍແຜ່-ເຊື່ອມຊຶມ ບັນດາມະຕິ, ຄຳສັ່ງແນະນຳ, ແລະ ບັນດານິຕິກຳອື່ນໆ ຂັ້ນແຂວງ-ເມືອງ ໄດ້ທັງໜົດ 60 ຄັ້ງ ມີຜູ້ເຂົ້າຮ່ວມ 15.525 ເທື່ອສະຫາຍ, ຍິງ 5.853ເທື່ອສະຫາຍ. ວຽກອົບຮົມໃຫ້ເປົ້າໜາຍຕ່າງໆ ຂັ້ນແຂວງ-ເມືອງ ເປັນຕົ້ນ: ອົບຮົມພະສົງ-ສາມະເນນ, ອົບຮົມຜູ້ຊົງຄຸນວຸດທິ, ອົບຮົມນັກທຸລະກິດ, ອົບຮົມສະມາຊິກພັກ, ອົບຮົມຊາວໜຸ່ມ, ອົບຮົມແມ່ຍິງ ແລະ ອື່ນໆ ໄດ້ 67 ຊຸດ ມີຜູ້ເຂົ້າຮ່ວມທັງໝົດ 4.175 ເທື່ອຄົນ, ຍິງ 1.852 ເທື່ອຄົນ. ວຽກງານໂຄສະນາ-ຂໍ້ມູນຂ່າວສານ: ໄດ້ເອົາໃຈໃສ່ຈັດຕັ້ງໂຄສະນາ-ປາຖະກະຖາເນື່ອງໃນໂອກາດວັນສຳຄັນຕ່າງໆ ຂອງພັກ, ຂອງຊາດ ແລະ ສາກົນ ຂັ້ນແຂວງ, ພະແນກການ, ອົງການ ແລະ ເມືອງ ໄດ້ 148 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 36,568 ເທື່ອຄົນ, ຍິງ 14,171 ເທື່ອຄົນ, ໄດ້ຝຶກອົບຮົມຕາໜ່າງນັກປາຖະກະຖາ ໃຫ້ພະນັກງານຫຼັກແຫຼ່ງຂັ້ນແຂວງ ໄດ້ 1 ຊຸດ ມີຜູ້ເຂົ້າຮ່ວມ 45 ທ່ານ, ຍິງ 8 ທ່ານ. ພ້ອມນັ້ນ ຍັງໄດ້ຈັດງານປະກວດບົດເພງ-ຂັບລໍາ ໄດ້ 1 ຄັ້ງ ເພື່ອຕ້ອນຮັບວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ ເຊີ່ງມີມວນຊົນເຂົ້າຮ່ວມປະກວດ 17 ທ່ານ. ນອກນັ້ນຍັງໄດ້ໂຄສະນາແນວທາງຂອງພັກຜ່ານສື່ ໂດຍສະເພາະ ເຟສບຸກ, ເວັບໄຊ ແລະ ລາຍການວິທະຍຸ ໄດ້ທັງໝົດ 216 ຄັ້ງ. ວຽກງານສັງລວມ-ເກັບກໍາຫາງສຽງສັງຄົມ: ໄດ້ເອົາໃຈໃສ່ຕິດຕາມ ແລະ ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ຂັ້ນແຂວງ, ຂັ້ນເມືອງ ເພື່ອລາຍງານໃຫ້ຄະນະພັກຂັ້ນຂອງຕົນ, ອົບຮົມຕາໜ່າງເພື່ອນຮ່ວມງານຂັ້ນຮາກຖານພັກ ຈຳນວນ 2 ຄັ້ງ ມີ 3 ພາກສ່ວນ, ມີຜູ້ເຂົ້າຮ່ວມ 35 ທ່ານ, ຍິງ 9 ທ່ານ. ວຽກງານບໍລິຫານ: ໄດ້ປັບປຸງໂຄງປະກອບກົງຈັກການຈັດຕັ້ງ, ປັບປຸງພາລະບົດບາດຂອງຄະນະໂຄສະນາອົບຮົມແຂວງ, ຄະນະໂຄສະນາອົບຮົມເມືອງຄືນໃໝ່, ໄດ້ເປັນເຈົ້າການອຳນວຍຄວາມສະດວກດ້ານງົບປະມານໃຫ້ແກ່ການເຄື່ອນໄຫວວຽກງານຂອງຄະນະ ແລະ ບັນດາຂະແໜງ, ສະໜອງວັດຖຸອຸປະກອນ ແລະ ອື່ນໆ. ວຽກຫັນລົງກໍ່ສ້າງຮາກຖານການເມືອງ: ໄດ້ສຶບຕໍ່ຊຸກຍູ້ບັນດາເມືອງເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມທິດສາມສ້າງໃຫ້ໄດ້ຢ່າງຕັ້ງໜ້າ. ພ້ອມນັ້ນບັນດາຄະນະໂຄສະນາອົບຮົມເມືອງ ແລະ ບັນດາພະແນກການ, ອົງການ ກໍ່ໄດ້ປະກອບຄໍາຄິດຄໍາເຫັນແລກປ່ຽນ ເພື່ອໃຫ້ການເຄື່ອນໄຫວວຽກງານໂຄສະນາອົບຮົມ ໄດ້ດໍາເນີນໄປຢ່າງແຂງແຮງເປັນປົກກະຕິ.

ໃນຕອນທ້າຍກອງປະຊຸມທ່ານ ປະທານ ກໍໃຫ້ກຽດໂອ້ລົມ ແລະ ເນັ້ນໜັກໃຫ້ ຄະນະພັກແຕ່ລະຂັ້ນຕ້ອງເພີ່ມທະວີການນຳພາ-ຊີ້ນຳວຽກງານການເມືອງ-ແນວຄິດ ກໍຄືວຽກງານໂຄສະນາອົບຮົມໃຫ້ແທດເຖິງ, ເລິກເຊິ່ງ ໂດຍສະເພາະການຜັນຂະຫຍາຍບັນດາມະຕິ, ຄໍາສັ່ງ, ສຸມໃສ່ການກໍາສະພາບແນວຄິດຂອງສະມາຊິກ, ພະນັກງານ ໃຫ້ເລິກເຊິ່ງ ເພື່ອເຮັດວຽກງານໂຄສະນາປຸກລະດົມ, ສຶກສາອົບຮົມ, ຕີຖອຍບັນດາປະກົດການຫຍໍ້ທໍ້ຢູ່ພາຍໃນກົງຈັກການຈັດຕັ້ງພັກ-ລັດ ແລະ ໃນສັງຄົມ ພ້ອມນັ້ນຍັງມີທິດຊີ້ນຳໃຫ້ຄະນະພັກຄະນະນຳ ກໍຄືພະນັກງານຄະນະໂຄສະນາອົບຮົມແຂວງ, ຄະນະໂຄສະນາອົບຮົມເມືອງ ໃຫ້ເອົາໃຈໃສ່ຕໍ່ວຽກງານ ແລະ ພ້ອມກັນສູ້ຊົນໃນການຈັດຕັ້ງປະຕິບັດໜ້າທີ່ວຽກວຽກງານໃຫ້ມີຜົນສຳເລັດເປັນກ້າວໆ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa