ກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊ) ຄະນະໂຄສະນາອົບຮົມແຂວງ ປະຈຳໄຕມາດ l/2024.

 

 

           ໃນຕອນເຊົ້າ ວັນທີ 25 ມີນາ 2024; ຄະນະຮັບຜິດຊອບເວັບໄຊ ຄະນະໂຄສະນາອົບຮົມແຂວງອັດຕະປີ ໄດ້ເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊ) ຄະນະໂຄສະນາອົບຮົມແຂວງ ປະຈຳໄຕມາດ l (1.2.3)/2024 (ຜ່ານກອງປະຊຸມທາງໄກ). ເຊິ່ງນຳພາໂດຍ ທ່ານ ບຸນຮອນ ໄຊຍະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມຄະນະຮັບຜິດຊອບວຽກງານເວັບໄຊເຂົ້າຮ່ວມ, ພາຍໃຕ້ການເປັນປະທານ ຂອງທ່ານ ວັນຕຸລາ ຣັກນຸດ ຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ, ມີຄະນະນຳຂອງຄະນະໂຄສະນາອົບຮົມແຂວງ, ຄະນະຮັບຜິດຊອບວຽກງານເວັບໄຊ໌ ຂອງຄະນະໂຄສະນາອົບຮົມສູນກາງພັກ ແລະ ຄະນະໂຄສະນາອົບຮົມແຂວງ ໃນທົ່ວປະເທດ ເຂົ້າຮ່ວມ.

 

 

ກອງປະຊຸມ ທ່ານ ວັນຕຸລາ ຣັກນຸດ ກໍໄດ້ກ່າວເປີດພິທີ ພ້ອມທັງກ່າວຈຸດປະສົງ, ຫຼັງຈາກນັ້ນບັນດາຄະນະຮັບຜິດຊອບວຽກງານເວັບໄຊແຕ່ລະແຂວງ ກໍ່ໄດ້ພັດປ່ຽນກັນລາຍງານໂດຍຫຍໍ້ຕໍ່ການຈັດຕັ້ງເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊ) ປະຈຳໄຕມາດ l ປີ 2024. ເຊິ່ງຍົກໃຫ້ເຫັນສະພາບລວມໃນການຈັດຕັ້ງປະຕິບັດວຍກງານເວັບໄຊ ໃນໄລຍະ 3 ເດືອນຜ່ານມາ ມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ວິທີແກ້ໄຂໃນຕໍ່ໜ້າ ພ້ອມທັງວາງທິດທາງແຜນການ ປະຈຳໄຕມາດ ll (4.5.6 )/2024. ຈາກນັ້ນບັນແຂວງກໍ່ໄດ້ມີການປະກອບຄໍາຄິດຄໍາເຫັນແລກປ່ຽນ ເພື່ອເຮັດໃຫ້ວຽກງານໂຄສະນາຜ່ານສືຫັນໄປສູ່ຄວາມທັນສະໄໝ, ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໄໝ່ ຈະຕ້ອງໄດ້ສູ້ຊົນ ແລະ ພັດທະນາຄວາມຮູ້ມາຮັບໃຊ້ໃນວຽກງານໃນຕໍ່ໜ້າ ເພື່ອໃຫ້ເຄື່ອງມືເຕັກໂນໂລຊີກາຍເປັນເສນາທິການໃນການໂຄສະນາເຜີຍແຜ່ບັນດາແນວທາງ,ມະຕິ, ຄຳສັ່ງ ແລະ ອື່ນໆ.

ໃນຕອນທ້າຍກອງປະຊຸມທ່ານປະທານຍັງໄດ້ມີຄໍາເຫັນ ແລະ ເນັ້ນໜັກບາງອັນດັ່ງນີ້:

  1. ຄະນະໂຄສະນາອົບຮົມແຂວງຕ້ອງເປັນເຈົ້າການຊີ້ນໍາຢ່າງໃກ້ຊິດຕິດແທດ, ຕິດຕາມກວດກາການເຄື່ອນໄຫວເທິງໜ້າເວັບໄຊສຂອງແຂວງຕົນ ແລະ ບັນດາແຂວງອື່ນໆເພື່ອຖອດຖອນບົດຮຽນເຊິ່ງກັນແລະ ກັນ ພ້ອມກັນປັບປຸງໃຫ້ມີຄຸນນະພາບສູງດ້ານເນື້ອໃນ ຂ່າວສານ.
  2. ລະບົບເວັບໄຊທີ່ໄດ້ປັບປຸງໄໝ່ນີ້ແມ່ນມີຄວາມທັນສະໄໝຈາກລະບົບເກົ່າທີ່ເຮົາໃຊ້ຜ່ານມາຊື່ງເປັນຈຸດດີອັນໜື່ງທີ່ທຸກຄົນໄດ້ເລີ່ມຮຽນຮູ້ໃໝ່ແຕ່ຂັ້ນທຳອິດ ທັງເປັນອັນສະດວກໃຫ້ແອັດມິນຜູ້ທີ່ມາຮັບຜິດຊອບໃໝ່ ຫຼືມາປ່ຽນແທນ, ໃນຂໍ້ສະດວກດັ່ງກ່າວຂ້າພະເຈົ້າຢາກເນັ້ນ ໃຫ້ບັນດາສະຫາຍຍົກສູງຄວາມສຳຄັນຂອງວຽກງານດັ່ງກ່າວ, ເອົາໃຈໃສ່ຮຽນຮູ້ ແລະ ຈັດຕັ້ງປະຕິບັດໃຫ້ມີຄວາມຊຳນານ, ມີຂອດໃດທີ່ພົບຄວາມຫຍຸ້ງຍາກໃຫ້ຮີບຮ້ອນແກ້ໄຂ ເພາະວຽກເຕັກໂນໂລຊີຖ້າເຮົາລະເລີຍແລ້ວ ເຮົາອາດຈະນຳບໍ່ທັນ. ພ້ອມນັ້ນກໍ່ໃຫ້ເອົາໃຈໃສ່ຕື່ມໃນການເປັນເສນາທິການໃຫ້ແກ່ຄະນະນຳ ໃນນາມທີ່ເປັນຄົນຮຸ່ນໃໝ່ທີ່ຮຽນຮູ້ໄດ້ໄວ.
  3. ການເຄື່ອນໄຫວໂຄສະນາເຜີຍແຜ່ຜ່ານສື່ເອລັກໂຕນິກ (ເວັບໄຊສ) ທີ່ແຂວງຕົນເອງຮັບຜິດຊອບນັ້ນໃຫ້ເປັນປົກກະຕິ, ມີເນື້ອໃນອຸດົມສົມບູນ ສາມາດດຶງດູດຜູ້ອ່ານ ເພື່ອເຮັດໃຫ້ວຽກງານໂຄສະນາຂອງພວກເຮົາເປັນທີ່ຮູ້ຈັກຢ່າງກວ້າງຂວາງ.
  4. ກົນໄກການປະສານລະຫວ່າງຜູ້ຮັບຜິດຊອບເວັບໄຊຄະນະໂຄສະນາອົບຮົມແຂວງ ແລະ ທີມງານທາງສູນກາງ, ແຂວງໃດທີ່ພົບຄວາມຫຍຸ້ງຍາກໃນການນຳໃຊ້ລະບົບໃໝ່ນີ້ກໍ່ໃຫ້ຮີບຮ້ອນພົວພັນ ຫຼື ອາດຈະປະຊຸມທາງໄກຮ່ວມກັບສູນກາງຜູ້ທີ່ຊຳນານແລ້ວໃຫ້ທິດທາງແກ້ໄຂຈຸດທີ່ເປັນອຸປະສັກຕໍ່ເຮົາ ເພື່ອບໍ່ໃຫ້ວຽກງານພວກເຮົາຢຸດສະງັດ ຖ້າແອັດມິນບໍ່ເປັນເຈົ້າການປະສານແກ້ໄຂ, ຜູ້ຊີ້ນໍາກໍ່ຕ້ອງໄດ້ເອົາໃຈໃສ່ຕິດຕາມສົ່ງຂ່າວ ເພາະນອກຈາກກຸ່ມແອັດມິນແລ້ວ ພວກເຮົາກໍ່ຍັງສາມາດປະສານງານກັນໃນກຸ່ມຄະນະນຳໄດ້.
  5. ການສົ່ງບົດສະຫຼຸບລາຍງານ ພ້ອມທິດທາງແຜນການໃນຕໍ່ໜ້າໃຫ້ທາງສູນກາງນັ້ນ ບັນດາສະຫາຍກໍ່ສົ່ງຢ່າງປົກກະຕິ ແຕ່ຢາກໃຫ້ເອົາໃຈໃສ່ຕື່ມໃນການສົ່ງໃຫ້ທັນກຳນົດເວລາ ເພື່ອພະແນກກ່ຽວຂ້ອງຈະໄດ້ສະຫຼຸບສັງລວມລາຍງານ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa