ການນຳພັກ-ລັດແຂວງອັດຕະປື ເຂົ້າວາງພວງມາລາ ແລະ ກະຕ່າດອກໄມ້ ທີ່ອະນຸສາວະລີນັກຮົບນິລະນາມ ແລະ ອະນຸສາວະລີ ປະທານ ໄກສອນ ພົມວິຫານ.

ໃນຕອນເຊົ້າວັນທີ 22 ມີນາ 2024, ການນຳພັກ-ລັດແຂວງອັດຕະປື, ນຳໂດຍທ່ານ ພົນໂທ ວັນທອງ ກອງມະນີ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງອັດຕະປື ພ້ອມຄະນະ ໄດ້ເຂົ້າວາງພວງມະລາ ຢູ່ອະນຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ ຢູ່ ອະນຸສາວະລີ ປະທານ ໄກສອນ ພົມວິຫານ, ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ ( 22 ມີນາ 1955 – 22 ມີນາ 2024 ) ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 78 ປີ ( 21 ມີນາ 1946 – 21ມີນາ 2024 ). ການວາງພວງມາລາ ແລະ ກະຕ່າດອກໄມ້ ເພື່ອຈາລຶກບຸນຄຸນ ແລະ ຄຸນງາມຄວາມດີຂອງນັກຮົບປະຕິວັດ ທີ່ໄດ້ ເສຍສະຫຼະຊີວິດເພື່ອຊາດ ເພື່ອປະຊາຊົນ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ເພື່ອສະແດງຄວາມເຄົາລົບຮັກ ກະຕັນຍູຮູ້ບຸນຄຸນ ອັນສູງສົ່ງຕໍ່ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ດີເດັ່ນ ແລະ ເຄົາລົບຮັກ ຂອງພັກ-ລັດ ແລະ ປະຊາຊົນລາວທັງຊາດ.

# ພາບ-ຂ່າວ: ຄະນະໂຄສະນາອົບຮົມແຂວງ

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa