ຂະບວນຍ່າງເພື່ອສຸຂະພາບ ສະເຫຼີມສະຫຼອງວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ.

ໃນຕອນເຊົ້າ ວັນທີ 7 ກຸມພາ 2024; ແຂວງອັດຕະປື ໄດ້ຈັດຂະບວນຍ່າງເພື່ອສຸຂະພາບ ສະເຫຼີມສະຫຼອງວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ( 8 ກຸມພາ 1924 – 8 ກຸມພາ 2024 ). ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພົນໂທ ວັນທອງ ກອງມະນີ ກໍາມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງອັດຕະປື, ມີບັນດາທ່ານການນຳຂອງແຂວງ, ການນຳຂອງເມືອງ, ພະນັກງານຫຼັກແຫຼ່ງຂອງແຂວງ, ພະນັກງານອາວຸໂສບໍານານ, ພະນັກງານ-ລັດຖະກອນ ພ້ອມດ້ວຍນັກຮຽນ-ນັກສຶກສາເຂົ້າຮ່ວມ.

ຂະບວນຍ່າງເພື່ອສຸຂະພາບຄັ້ງນີ້ ແມ່ນໜຶ່ງໃນບັນກິດຈະກໍາການສະເຫຼີມສະຫຼອງວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ. ເພື່ອເປັນການສັນລະເສີນຄຸນງາມຄວາມດີ, ຄວາມເສຍສະຫຼະອັນສູງສົງຂອງ ປະທານ ຄຳໄຕ ສີພັນດອນ ເຊິ່ງແມ່ນໜຶ່ງໃນບັນດາຜູ້ນໍາຮຸ່ນທໍາອິດຂອງການປະຕິວັດລາວ ໄດ້ຮ່ວມກັບຜູ້ນຳຄົນອື່ນໆ ນໍາພາພາລະກິດການຕໍ່ສູ້ປົດປ່ອຍປະເທດຊາດ ອອກຈາກແອກປົກຄອງຂອງຈັກກະພັດຕ່າງດ້າວ ກໍ່ຄື ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ. ເພີ່ນເປັນຜູ້ນໍາທີ່ມີນໍ້າໃຈຮັກຊາດອັນສູງສົ່ງ, ເສຍສະຫຼະທຸກສິ່ງທຸກຢ່າງ ອຸທິດສະຕິປັນຍາ ແລະ ກໍາລັງວັງຊາຢ່າງບໍ່ຮູ້ອິດຮູ້ເມື່ອຍ ຄຽງບ່າຄຽງໄຫຼ່ກັບ ປະທານ ໄກສອນ ພົມວິຫານ ແລະ ຜູ້ນຳຄົນອື່ນໆ ຈັດຕັ້ງນໍາພາຂະບວນການປະຕິວັດໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ ແລະ ຍາດໄດ້ຜົນສໍາເລັດຢ່າງມີໄຊ ແລະ ພາປະເທດຊາດກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມເທື່ອລະກ້າວຢ່າງໜັກ ແໜ້ນ.

+ ພາບ-ຂ່າວ: ຄະນະໂຄສະນາອົບຮົມແຂວງ.

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa