ຫົວໜ້າຄະນະໂຄສະນາອົບຮົມແຂວງອັດຕະປື ລົງຊຸກຍູ້ວຽກງານໂຄສະນາອົບຮົມຢູ່ເມືອງໄຊເສດຖາ.

ເພື່ອເປັນການຕິດຕາມ, ຊຸກຍູ້ວຽກງານໂຄສະນາອົບຮົມຢູ່ບັນດາເມືອງ ແນ່ໃສ່ປັບປຸງການຈັດຕັ້ງເຄື່ອນໄຫວວຽກງານໂຄສະນາອົບຮົມໃຫ້ສາມາດຕອບສະໜອງກັບຄວາມ ຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່. ດັ່ງນັ້ນ; ໃນວັນທີ 28 ກຸມພາ 2024; ທ່ານ ປອ ຄອນສະຫງ່າ ພິມມະສອນ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມ ຄະນະ, ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານໂຄສະນາອົບຮົມຢູ່ເມືອງໄຊເສດຖາ. ໃຫ້ກຽດເຂົ້າຮ່ວມໂດຍທ່ານ ນ. ບັນທະໄລ ໄຊຍະສິນ ຮອງເລຂາພັກເມືອງ, ທ່ານ ນ. ຍົມມະໄລ ອອນໄຊວຽງ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ພ້ອມຄະນະ.

ໂອກາດດັ່ງກ່າວ ທ່ານ ນ. ຍົມມະໄລ ອອນໄຊວຽງ ກຳມະການພັກເມືອງ, ຫົວໜ້າຄະນະ ໂຄສະນາອົບຮົມເມືອງ ໄດ້ລາຍງານໂດຍຫຍໍ້ສະພາບການເຄື່ອນໄຫວວຽກງານໂຄສະນາອົບຮົມ ໃນໄລຍະຜ່ານມາ, ທັງຈຸດດີ, ຈຸດອ່ອນໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ແລະ ທິດທາງໃນການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມໃນຕໍ່ໜ້າ, ພ້ອມນັ້ນຍັງໄດ້ແລກປ່ຽນຄວາມຄິດ, ຄວາມເຫັນ ເພື່ອຖອດຖອນບົດຮຽນ ລະຫວ່າງແຂວງ ກັບ ເມືອງ ກ່ຽວກັບວິຊາສະເພາະໃນແຕ່ ລະດ້ານ ເພື່ອພ້ອມກັນສ້າງການຫັນປ່ຽນໃໝ່ ໃຫ້ມີຄຸນນະພາບດີຂຶ້ນກວ່າເກົ່າ. ພ້ອມນັ້ນ ທ່ານ ນ. ບັນທະໄລ ໄຊຍະສິນ ຮອງເລຂາພັກເມືອງ ກໍໄດ້ມີຄຳເຫັນວ່າ: ຕະຫຼອດໄລຍະທີ່ ຜ່ານມາຄະນະພັກ, ຄະນະນຳຂອງເມືອງໄດ້ຖືເອົາວຽກງານໂຄສະນາສຶກສາອົບຮົມການເມືອງ-ແນວຄິດ ເປັນບັນຫາສໍາຄັນ, ໄດ້ເອົາໃຈໃສ່ຊຸກຍູ້, ຕິດຕາມຢ່າງໃກ້ຊິດ ທັງສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ ຄະນະໂຄສະນາອົບຮົມເມືອງ ສາມາດເຄື່ອນໄຫວໄດ້ຕາມພາລະບົດບາດ, ສິດ-ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ, ຜົນສຳເລັດການເຄື່ອນໄຫວວຽກງານໂຄສະນາອົບຮົມ ໄດ້ປະກອບສ່ວນອັນສຳຄັນ ເຮັດໃຫ້ສະພາບແນວຄິດ ຂອງພະນັກງານ, ສະມາຊິກພັກ, ຕະຫຼອດຮອດປະຊາຊົນບັນດາເຜົ່າໃນທົ່ວເມືອງ ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາ ຂອງພັກ-ລັດ, ຂອງອົງຄະນະພັກເມືອງ ແລະ ອຳນາດການປົກຄອງເມືອງ, ເປັນເຈົ້າການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍ ຂອງພັກ ກໍຄືບັນດາຄາດໝາຍສູ້ຊົນທີ່ເມືອງກຳນົດອອກ, ເຮັດໃຫ້ເມືອງໄຊເສດຖາ ມີຄວາມສະຫງົບ ແລະ ມີການພັດທະນາ.

ໃນໂອກາດດັ່ງກ່າວ ທ່ານ ຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງຄະນະໂຄສະນາອົບຮົມເມືອງ ທີ່ໄດ້ເອົາໃຈໃສ່ຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ ຈົນສາມາດເຮັດສຳເລັດໜ້າທີ່ຂອງຕົນເປັນຢ່າງດີ, ພ້ອມທັງໄດ້ເນັ້ນໜັກໃຫ້ຄະນະພັກເມືອງ, ຄະນະໂຄສະນາອົບຮົມເມືອງ ເອົາໃຈໃສ່ບາງບັນຫາສຳຄັນ ຄື: ສະເໜີໃຫ້ຄະນະປະຈຳພັກເມືອງ ສືບຕໍ່ເອົາໃຈໃສ່ ໃກ້ຊິດຕິດແທດ, ຊີ້ນໍາ-ນໍາພາ ແລະ ສ້າງເງື່ອນໄຂໃຫ້ຄະນະໂຄສະນາອົບຮົມເມືອງ ໄດ້ເຄື່ອນໄຫວວຽກງານຂອງຕົນເປັນປົກກະຕິ ແລະ ມີຄວາມສຳເລັດເປັນກ້າວໆ. ນອກນີ້, ກໍຕ້ອງໄດ້ເອົາໃຈໃສ່ຕອບແກ່ ແລະ ອະທິບາຍບັນຫາພົ້ນເດັ່ນຕ່າງໆທີ່ເກີດຂື້ນ ເຊິ່ງກະທົບຕໍ່ ແນວຄິດຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນຢ່າງທັນການ, ຫັນເອົາແຜນພັດທະນາວຽກງານໂຄສະນາອົບຮົມ ມາສ້າງເປັນແຜນວຽກ, ແຜນງົບປະມານ ໃນແຕ່ລະປີຢ່າງລະອຽດ ແລະ ເຄື່ອນໄຫວຕາມແຜນຢ່າງມີຈຸດສຸມ ແລະ ສອດຄ່ອງກັບສະພາບຄວາມເປັນຈິງໃນແຕ່ລະໄລຍະ.

 

 

 

 

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa