ອັດຕະປື ປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ.

ວັນທີ 22 ມີນາ 2024; ແຂວງອັດຕະປື ໄດ້ຈັດຕັ້ງພິທີປາຖະກາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ (22/3/1955 – 22/3/2024) ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 78 ປີ (21/3/1946 – 21/3/2024) ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງ. ໂດຍການເປັນປະທານ ແລະ ໃຫ້ກຽດປາຖະກະຖາ ຂອງ ສະຫາຍ ຄຳບຸນ ດວງພະບາງ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານແນວຄິດ, ວຽກພັກ-ພະນັກງານ, ສະຫາຍ ນ. ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີຄະນະນຳຂອງແຂວງ – ຂອງເມືອງ, ອາດີດການນຳຂອງແຂວງ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ສະມາຊິກພັກ ແລະ ພະນັກງານອ້ອມຂ້າງແຂວງເຂົ້າຮ່ວມຮັບຟັງ.

ໃນພິທີ; ສະຫາຍ ຄຳບຸນ ດວງພະບາງ ຮອງເລຂາພັກແຂວງ ໄດ້ໃຫ້ກຽດປາຖະກະຖາວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 78 ປີ. ໂດຍຍົກໃຫ້ເຫັນເຖິງຄວາມ ໝາຍ, ຄວາມສໍາຄັນຂອງ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຊຶ່ງພັກ-ລັດຖະບານໄດ້ກໍານົດ ເອົາວັນທີ່ ປະທານ ສຸພານຸວົງ ຖືກບາດເຈັບໃນບັ້ນຮົບປ້ອງກັນຕົວ ເມືອງທ່າແຂກ ໃນວັນທີ 21 ມີນາ 1946 ແລະ ໃຫ້ມີການຈັດຕັ້ງລະນຶກວັນດັ່ງກ່າວນັບແຕ່ປີ 2014 ເປັນຕົ້ນມາ. ບັ້ນຮົບປ້ອງກັນຕົວເມືອງທ່າແຂກ ແມ່ນໜຶ່ງໃນບັ້ນຮົບຕໍ່ສູ້ທີ່ສໍາຄັນທີ່ສຸດຢູ່ໃນລາວ, ໄດ້ສະແດງໃຫ້ປະຊາຊົນລາວ ແລະ ຊາວໂລກ ເຫັນແຈ້ງເຖິງທາດແທ້, ຄວາມປ່າເຖື່ອນ, ໂຫດຫ້ຽມສາມານໄຮ້ມະນຸດສະທໍາຂອງພວກລ່າເມືອງຂຶ້ນທີ່ມີຕໍ່ປະຊາຊົນລາວ ໂດຍສະເພາະແມ່ນຕໍ່ປະຊາຊົນຊາວເມືອງທ່າແຂກ ຊຶ່ງໄດ້ກາຍເປັນກະແສຟອງໃຫ້ແກ່ຂະບວນການປະຕິວັດຊາດ ປະຊາທິປະໄຕ ຂອງພວກເຮົາກ້າວໄປສູ່ການປົດປ່ອຍຊາດຢ່າງສົມບູນ.

ຫຼັງຈາກນັ້ນ ສະຫາຍ ນ. ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ກໍ່ໄດ້ໃຫ້ກຽດປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ ໂດຍໄດ້ຍົກໃຫ້ເຫັນເຖິງການກໍາເນີດເກີດຂຶ້ນຂອງ ພັກປະຊາຊົນ ປະຕິວັດລາວ ໃນແຕ່ລະໄລຍະ, ພາລະກິດອັນພົ້ນເດັ່ນຂອງ ພັກ ປປ ລາວ ຕະຫຼອດໄລຍະ 69 ປີ, ເສີມຂະຫຍາຍມູນເຊື້ອ, ທາດແທ້ຂອງພັກເຂົ້າໃນການຈັດຕັ້ງປະຕິບັດ ພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ.

ການປາຖະກະຖາຄັ້ງນີ້ ເພື່ອທົບທວນຄືນມູນເຊື້ອ ແລະ ໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດ ໂດຍພາຍໃຕ້ການນຳພາ-ຊີ້ນຳຂອງ ພັກ ປປ ລາວ ຕະຫຼອດ 69 ປີ ຜ່ານມາ ແລະ ລະນຶກວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 78 ປີ, ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະ ທາດແທ້ຂອງພັກເຮົາເຂົ້າໃນການນຳພາ-ຊີ້ນຳຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ ໂດຍສະເພາະການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງ ໃຫ້ສຳເລັດຜົນ, ເພື່ອສືບຕໍ່ບຸກທະລຸທາງດ້ານແນວຄິດຈິນຕະນາການ, ສ້າງໃຫ້ມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ-ຮອບດ້ານ, ສ້າງຄວາມຮັບຮູ້ທາງດ້ານແນວຄິດ ແລະ ການກະທໍາ, ສົ່ງເສີມດ້ານດີ, ແກ້ໄຂບັນດາຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆທີ່ອາດເກີດຂຶ້ນ, ສ້າງຄວາມເຊື່ອໝັ້ນຂອງພະນັກງານ ແລະ ປະຊາຊົນບັນດາເຜົ່າ ຕໍ່ການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ.

+ ພາບ-ຂ່າວ: ຄະນະໂຄສະນາອົບຮົມແຂວງ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa