ອັດຕະປື ປາຖະກະຖາ ວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ.

ເພື່ອລະນຶກ ແລະ ສັນລະເສີນຄຸນງາມຄວາມດີ, ການເສຍສະຫຼະ, ການອຸທິດຕົນ ແລະ ຜົນງານອັນໃຫຍ່ຫຼວງຂອງ ປະທານ ຄຳໄຕ ສີພັນດອນ ທີ່ມີຕໍ່ຂະບວນການປະຕິວັດຊາດ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ວັນທີ 7 ກຸມພາ 2024,​ ທີ່ຫໍປະຊຸມໃຫຍ່ຂອງ ອອັດຕະປື ໄດ້ຈັດ​ພິທີປາຖະກາຖາ ວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ​ (8 ກຸມພາ​ 1924 -​ 8 ກຸມພາ​ 2024)​ ໃຫ້ເຂົ້າຮ່ວມ ແລະ ປາຖະກະຖາ ໂດຍ ທ່ານ ພົນໂທ ວັນທອງ ກອງມະນີ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ, ມີບັນດາທ່ານຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາພັກເມືອງ, ຄະນະພັກຮາກຖານ-ຄະນະໜ່ວຍພັກ, ປກຊ-ປກສ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຮັບຟັງ.

ທ່ານ ພົນໂທ ວັນທອງ ກອງມະນີ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ໄດ້ໃຫ້ຮູ້ວ່າ: ປະທານ ຄໍາໄຕ ສີພັນດອນ ແມ່ນໜຶ່ງໃນຜູ້ນໍາຮຸ່ນທໍາອິດຂອງການປະຕິວັດລາວ ໄດ້ຮ່ວມກັບຜູ້ນໍາຄົນອື່ນໆ ນໍາພາໆລະກິດຕໍ່ສູ້ປົດປ່ອຍປະເທດຊາດອອກຈາກແອກປົກຄອງ ຂອງຈັກກະພັດຕ່າງດ້າວ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ; ເພີ່ນເປັນຜູ້ນໍາທີ່ມີນໍ້າໃຈຮັກຊາດອັນສູງສົ່ງ, ຄຽງບ່າຄຽງໄຫຼ່ກັບປະທານ ໄກສອນ ພົມວິຫານ ແລະ ຜູ້ນໍາຄົນອື່ນໆ ຈັດຕັ້ງນໍາພາຂະບວນການປະຕິວັດ ຢູ່ແຂວງ ອັດຕະປື ກໍຄືໃນທົ່ວປະເທດ ໄດ້ເຕີບໃຫຍ່ຂະຫຍາຍຕົວ, ຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ ແລະ ໄດ້ຮັບຜົນສໍາເລັດຢ່າງມີໄຊ, ນໍາພາປະເທດຊາດກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມເທື່ອລະກ້າວຢ່າງໜັກແໜ້ນ.

ໃນໂອກາດດຽວກັນ ທ່ານ ພົນໂທ ວັນທອງ ກອງມະນີ ຍັງໄດ້ເນັ້ນໃຫ້ພະນັກງານນໍາພາຫຼັກແຫຼ່ງ ແລະພະນັກງານ- ນັກຮົບທົ່ວແຂວງ ອັດຕະປື ຈົ່ງພ້ອມກັນຕັ້ງໜ້າຄົ້ນຄວ້າເຊື່ອມຊຶມ, ຮໍ່າຮຽນເອົາຄຸນສົມບັດສິນທໍາປະຕິວັດ ແລະ ນໍາເອົາແບບຢ່າງທີ່ດີ ຂອງປະທານ ຄໍາໄຕ ສີພັນດອນ ໝູນໃຊ້ເຂົ້າໃນການຈັດຕັ້ງ ແລະ ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ເພື່ອພັດທະນາປະເທດຊາດ ກ້າວຂຶ້ນຕາມອຸດົມການສັງຄົມນິຍົມຂອງພັກເທື່ອລະກ້າວ.

ໃນບັນຍາກາດສະເຫຼີມສະຫຼອງ ວັນເກີດ ຂອງປະທານ ຄຳໄຕ ສີພັນດອນ ຢູ່ແຂວງ ອັດຕະປື ໄດ້ມີການຈັດກິດຈະກຳ ຍ່າງເພື່ອສຸຂະພາບ, ຈັດພິທີເປີດການນໍາໃຊ້ເສັ້ນທາງເຂົ້າຖານທີ່ໝັ້ນຂອງການປະຕິວັດພາກໃຕ້ລາວ, ກິດຈະກຳວາງສິນຄ້າຕະຫຼາດນັດ ທີ່ບ້ານ ອຸດົມໄຊ ເມືອງ ສະໜາມໄຊ ແລະ ກິດຈະກຳອື່ນໆ ເພື່ອເປັນສະເຫຼີມສະຫຼອງວັນເກິດຂອງປະທານ ຄຳໄຕ ສີພັນດອນ ແລະ ຕິດພັນກັບກະກຽມເປີດປີທ່ອງທ່ຽວລາວ 2024 ທີ່ແຂວງ ອັດຕະປືອີກດ້ວຍ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa