ອັດຕະປື-ສາລະວັນ ພົບປະແລກປ່ຽນວຽກງານໂຄສະນາອົບຮົມ.

ກອງປະຊຸມພົບປະແລກປ່ຽນບົດຮຽນວຽກງານໂຄສະນາອົບຮົມ ລະຫວ່າງ ຄະນະໂຄສະນາອົບຮົມແຂວງອັດຕະປື ກັບ ຄະນະໂຄສະນາອົບຮົມແຂວງສາລະວັນ, ໄດ້ຈັດຂື້ນໃນຕອນບ່າຍຂອງວັນທີ 6 ມີນາ 2024, ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງອັດຕະປື. ແຂວງອັດຕະປື ນໍາໂດຍ ທ່ານ ປອ ຄອນສະຫງ່າ ພິມມະສອນ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ. ແຂວງສາລະວັນ ນຳໂດຍ ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ. ມີຄະນະນຳ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງສອງຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.

ການພົບປະແລກປ່ຽນທັງສອງຄະນະໄດ້ລາຍງານກ່ຽວກັບສະພາບລວມຂອງແຂວງ ແລະ ສະພາບການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມໃນໄລຍະຜ່ານມາໂດຍຫຍໍ້. ຫຼັງຈາກນັ້ນກໍໄດ້ມີການສົນທະນາແລກປ່ຽນທັດສະນະ, ບັນດາບົດຮຽນໃນການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດກໍ່ຄືວຽກງານໂຄສະນາອົບຮົມ ເພື່ອນໍາໄປຖອດຖອນເປັນບົດຮຽນ ແລະ ປັບປຸງວຽກງານໂຄສະນາໃຫ້ດີຂື້ນກວ່າເກົ່າ, ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານການເມືອງ-ແນວຄິດໃນໄລຍະໃໝ່. ສໍາລັບເນື້ອໃນວຽກງານທີ່ແລກປ່ຽນໃນຄັ້ງນີ້ມີ 5 ຫົວຂໍ້ວຽກສຳຄັນ ຄື: ວຽກງານບໍລິຫານ, ວຽກອົບຮົມການເມືອງ-ແນວຄິດ ໃຫ້ບັນດາເປົ້າໝາຍຕ່າງໆ, ວຽກງານຕິດຕາມເກັບກຳ ສະພາບແນວຄິດ-ຫາງສຽງສັງຄົມ, ວຽກໂຄສະນາ-ປາຖະກະຖາ ແລະ ວຽກງານໂຄສະນາຜ່ານສື່. ຈຸດປະສົງຂອງການພົບປະຄັ້ງນີ້ ພື້ນຖານແມ່ນປະຕິບັດຕາມບົດບັນທຶກຮ່ວມກັນສອງຄະນະ ໃນຄັ້ງວັນທີ 21 ກໍລະກົດ 2023 ທີ່ແຂວງສາລະວັນ ຊຶ່ງໄດ້ມີຫຼາຍເນື້ອໃນສຳຄັນທີ່ໄດ້ຮັບການຈັດຕັ້ງປະຕິບັດຕະຫຼອດ 1 ປີຜ່ານມາ ມີທັງຜົນສຳເລັດ ແລະ ຂໍ້ຄົງຄ້າງທີ່ພວກເຮົາຈະໄດ້ສຶບຕໍ່ແລກປ່ຽນຖອດຖອນບົດຮຽນຊຶ່ງກັນ ແລະ ກັນ ແນໃສ່ຍົກສູງວຽກງານການເມືອງ-ແນວຄິດ ຂອງພັກກໍ່ຄືວຽກງານໂຄສະນາອົບຮົມ ໃຫ້ມີປະສິດທິພາບ ຍິ່ງໆຂື້ນ ແລະ ອີກອັນໜຶ່ງເພື່ອເປັນການຢື້ຢາມຖາມຂ່າວຊຶ່ງກັນ ແລະ ກັນ, ຄວາມສາມັກຄີຮັກແພງ ໃນຖານະຄອບຄົວໂຄສະນາອົບຮົມ ແລະ ເພື່ອນມິດສະຫາຍທີ່ມີອຸດົມການດຽວກັນ ພ້ອມນັ້ນແມ່ຍິງທັງ 2 ຄະນະໂຄສະນາອົບຮົມ ກໍ່ໄດ້ຖືເອົາໂອກາດນີ້ ພົບປະເນື່ອງໃນໂອກາດວັນແມ່ຍິງສາກົນ 8 ເດືອນ 3 ຄົບຮອບ 114 ປີ ແລະ ໃນຕອນທ້າຍກອງປະຊຸມ ທັງສອງຄະນະກໍໄດ້ລົງລາຍເຊັນບົດບັນທຶກຮ່ວມກັນ ໃນການແລກປ່ຽນບົດຮຽນໃນຄັ້ງຕໍ່ໄປ ກາງປີ 2025, ທີ່ສາລະວັນເປັນເຈົ້າພາບ.

# ພາບ-ຂ່າວ: ຄະນະໂຄສະນາອົບຮົມແຂວງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa