ອັດຕະປື ເປີດນຳໃຊ້ເສັ້ນທາງຖານທີ່ໝັ້ນປະຕິວັດພາກໃຕ້ລາວ.

ວັນທີ 5 ກຸມພາ 2024 ແຂວງ ອັດຕະປື ໄດ້ຈັດພິທີເປີດການນໍາໃຊ້ເສັ້ນທາງເຂົ້າຖານທີ່ໝັ້ນຂອງການປະຕິວັດພາກໃຕ້ລາວ ທີ່ບ້ານ ອຸດົມໄຊ ເມືອງ ສະໜາມໄຊ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພົນໂທ ວັນທອງ ກອງມະນີ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ອັດຕະປື, ມີບັນດາການນໍາຂອງແຂວງ, ເມືອງ, ອຳນາດການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.

ທ່ານ ລັດຕະນະພອນ ເທບສຸວັນ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ອັດຕະປື ໄດ້ຍົກໃຫ້ເຫັນວ່າ: ການກໍ່ສ້າງເສັ້ນທາງປູຢາງເຂົ້ນຖານທີ່ໜັ້ນການປະຕິວັດໄຕ້ລາວຂອງທ່ານປະທານຄຳໄຕ ສີພັນດອນ ແມ່ນໂຄງການໜຶ່ງທີ່ ພັກ-ລັດ ກໍຄືອຳນາດການປົກຄອງແຂວງອັດຕະປືໄດ້ເອົາໃຈໃສ່ ແລະ ຕັດສີນໃຈສູ້ຊົນກໍ່ສ້າງສ້າສໍາເລັດພາຍຫຼັງວາງໂຄງການສີລາຈາລຶກການກໍ່ສ້າງ ອະນຸສອນສະຖານ, ຖານທີ່ໝັ້ນຂອງການປະຕິວັດເຂດໄຕ້ລາວ ຂອງທ່ານປະທານຄຳໄຕ ສີພັນດອນ ຄັ້ງວັນທີ 22 ທັນວາ 2018 ແລະ ໄດ້ລົງມືກໍ່ສ້າງ ມາແຕ່ ວັນທີ 29 ທັນວາ 2023 ໂດຍແມ່ນບໍລິສັດມະຫາໄຊກໍ່ສ້າງສ້ອມແປງຂົວທາງ ແລະ ຊົນລະປະທານ ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ, ເສັ້ນທາງດັ່ງກ່າວເປັນສັ້ນທາງປູຍາງ ສອງຊັ້ນ, ມີລວງກ້ວາງ 6 ແມັດ, ຍາວ 2,5 ກິໂລແມັດ ແລະ ຍົກລະດັບເສັ້ນທາງ ຂື້ນ 1 ແມັດ ມູນຄ່ການກໍ່ສ້າງທັງໝົດ 4 ຕື້ 42 ລ້ານກ່ວາກີບ; ພ້ອມດຽວກັນຍັງໄດ້ກໍ່ສ້າງ ຂັ້ນໃດທາງຂື້ນໄປຫາຖໍ້າ, ເຮື່ອນເຮັດວຽກ, ເຮືອນນອນ, ເຮືອນຄົວ ແລະ ຮູບຈໍາລອງ ລວມມູນຄ່າການກໍ່ສ້າງທັງໝົດ 5 ຕື້ 797 ກວ່າກີບ, ໂຄງການກໍ່ສ້າງອະນຸສອນຖານທີ່ໝັ້ນການປະຕິວັດໄຕ້, ຍ້ອນຄຸນງາມຄວາມດີອັນສູງສົ່ງ, ພາລະກິດປະຕິວັດມີໄຊ ນັກຮົບປະຕິວັດເຂດໄຕ້ ໃຫ່ຍຫຼວງ, ພັກ ແລະ ລັດຖະບານ ກໍຄື ອໍານາດການປົກຄອງແຂວງອັດຕະປືໄດ້ສ້າງອະນຸສອນສະຖານ, ຖານທີ່ໝັ້ນຂອງການປະຕິວັດເຂດໄຕ້ລາວ ຂື້ີນທີ່ ບ້ານອຸດົມໄຊ ເມືອງ ສະໝາມໄຊ ແຂວງອັດຕະປື ເປັນການຈົດຈໍ່າລໍ້າລຶກຜົນງານ, ໄຊຊະນະອັນໃຫ່ຍຫຼວງ, ການເສຍສະຫຼະອັນສູງສົ່ງຂອງນັກຮົບປະຕິວັດເຂດໄຕ້ລາວ ເປັນມູນມໍລະດົກທາງປະຫັວດສາດອັນລໍ້າຄ່າ ເພື່ອການສຶກສາອົບຮົມໃຫ້ຄົນລຸ້ນໜຸ່ມເອົາເປັນແບບຢ່າງໃນອະນາຄົດ, ທັງສ້າງສະຖານທີ່ແຫ່ງນີ້ໃຫ້ກາຍເປັນແຫຼ່ງທ່ອງທ່ຽວທາງປະຫັວດສາດ ແລະ ທໍາມະຊາດຂອງເມືອງສະໝານໄຊ ແຂວງອັດຕະປື, ການເປີດການນໍາໄຊ້ເສັ້ນທາງເຂົ້າຖານທີ່ໝັ້ນການປະຕິວັດໄຕ້ລາວ ແມ່ນກົງກັບການສະເຫຼີມສະຫຼອງວັນເກີດ ຂອງທ່ານຄຳໄຕ ສີພັນດອນ ຄົບຮອບ 100 ປີ ( ວັນທີ 8 ກຸມພາ 1924- 8 ກຸມພາ 2024 ) ທັງເປັນເປີດປີທ່ອງທ່ຽວລາວ ກໍຄື ແຂວງອັດຕະປື; ດັ່ງນັ້ນຂໍເຊີນຊວນ ນັກທ່ອງທ່ຽວ, ມວນຊົນ ພາຍໃນ ແລະ ຕ່າງປະເທດ ມາທ່ຽວຊົມ ຖານທີ່ໝັ້ນການປະຕິວັດໄຕ້ລາວ ບ້ານອຸດົມໄຊ ເມືອງສະໜາມ ກໍ່ຄືມາທ່ຽວຊົມຄວາມອູດົມສົມບູນ ຊອງຊາວແຂວງອັດຕະປື.

ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງ ອັດຕະປື ໄດ້ມີຄຳເຫັນ ແລະ ກ່າວເປີດພິທີວ່າ: ພິທີມອບ-ຮັບ ເສັ້ນທາງດັ່ງກ່າວນີ້ ເພື່ອເປັນການລະນຶກເຖິງຄຸນງາມຄວາມດີຂອງຜູ້ນຳທີມີຕໍ່ປະເທດຊາດ ໃນໄລຍະຕໍ່ສູ້ປົດປ່ອຍປະເທດຊາດ, ໃຫ້ໄດ້ຮັບເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດລາວເຮົາ, ສະເພາະແຂວງອັດຕະປືໄດ້ມີຫລາຍກິດຈະກໍາ ເປັນຕົ້ນ ປາຖະກະຖາເລົ່າຄືນມູນເຊື້ອ ແລະກິດຈະກໍາກໍ່ສ້າງຕ່າງໆ.

ໃນຄະນະດຽວກັນການນໍາຂອງແຂວງ ແລະ ແຂກທຸກພາກສ່ວນ ໄດ້ຮ່ວມກັນຕັດແຖບຜ້າ, ປ່ອຍປູມເປົ້າ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນການບົ່ງບອກເຖິງການເປີດນໍາໃຊ້ເສັ້ນທາງເຂົ້າຖານທີ່ໝັ້ນຂອງການປະຕິວັດພາກໃຕ້ລາວ ທີ່ບ້ານ ອຸດົມໄຊ ເມືອງ ສະໜາມໄຊ ຢ່າງເປັນທາງ. ທັງນີ້ ກໍ່ເພື່ອເປັນສະເຫຼີມສະຫຼອງວັນເກິດຂອງປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ແລະ ທັງເປັນການກະກຽມເປີດປີທ່ອງທ່ຽວລາວ 2024 ທີ່ແຂວງ ອັດຕະປື ອີກດ້ວຍ.

ໂດຍ: ຫຼວງອາໄພ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa