
ກອງບັນຊາການທະຫານແຂວງອັດຕະປື ສປປ ລາວ ແລະ ກອງບັນຊາການທະຫານຊາຍແດນແຂວງກວາງຫງາຍ ສສ ຫວຽດນາມ ໄດ້ຈັດກອງປະຊຸມຮອບວຽນ ຄັ້ງທີ XVII ໃນວັນທີ 16 ພະຈິກ 2026 ທີ່ຫ້ອງປະຊຸມກອງບັນຊາການທະຫານຊາຍແດນແຂວງກວາງຫງາຍ, ໂດຍມີສະຫາຍ ພັນໂທ ພູວັນ ໝື່ນປາກດີ ຄະນະພັກກອງບັນຊາການ ຮອງຫົວໜ້າກອງບັນຊາການ ແລະ ຫົວໜ້າຫ້ອງເສນາທິ ການ ກອງບັນຊາການທະຫານແຂວງອັດຕະປື ເປັນຫົວໜ້າຄະນະ, ສ່ວນແຂວງກວາງຫງາຍ ມີສະຫາຍ ພັນເອກ ເຈີ່ນ ງອກ ຕູ່ງ ຮອງກອງບັນຊາການທະຫານຊາຍແດນ, ຫົວໜ້າຫ້ອງເສນາທິການ ເປັນຫົວໜ້າຄະນະ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.

ກອງປະຊຸມສອງຝ່າຍ ໄດ້ທົບທວນຕີລາຄາໝາກຜົນການປະສານສົມທົບດ້ານການຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນໃນປີ 2026 ຜ່ານມາ, ພ້ອມທັງປຶກສາຫາລື ແລະ ກຳນົດທິດທາງແຜນການປະສານສົມທົບປະຈຳປີ 2027 ເພື່ອສືບຕໍ່ຍົກສູງປະສິດທິຜົນການຮ່ວມມື ແລະ ຮັກສາຄວາມສະ ຫງົບປອດໄພຕາມແນວຊາຍແດນ. ຄະນະຜູ້ແທນທັງສອງຝ່າຍໄດ້ຕີລາຄາສູງຕໍ່ໝາກຜົນການຮ່ວມມືໃນໄລຍະຜ່ານມາ ເຊິ່ງທັງສອງຝ່າຍໄດ້ປະສານສົມທົບກັນຢ່າງໃກ້ຊິດ ໃນການຄຸ້ມຄອງປ້ອງກັນຊາຍ ແດນ, ຮັກສາຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ປະ ສານງານແກ້ໄຂບັນຫາທີ່ເກີດຂຶ້ນຕາມບໍລິເວນຊາຍແດນ ລວມທັງການປ້ອງກັນການເຂົ້າ-ອອກເມືອງຜິດກົດໝາຍ, ການລັກລອບຂົນສົ່ງຢາເສບຕິດ, ສານເບື່ອ ແລະ ສິນຄ້າຫວງຫ້າມ.
ນອກນີ້ ທັງສອງຝ່າຍຍັງໄດ້ເນັ້ນໃສ່ການແລກປ່ຽນຂໍ້ມູນຂ່າວສານ, ການປະສານງານກວດກາລາດ ຕະເວນຮ່ວມກັນ, ການປົກປັກຮັກສາເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນແຫ່ງຊາດ, ພ້ອມທັງສົ່ງເສີມວຽກງານກໍ່ສ້າງພັກ ກໍ່ສ້າງຮາກຖານການເມືອງ ແລະ ການພົບປະແລກປ່ຽນມິດຕະພາບ ລະ ຫວ່າງບັນດາກົມກອງຮາກຖານ ລວມທັງການຢ້ຽມຢາມອວຍ ພອນເນື່ອງໃນວັນສຳຄັນຕ່າງໆຢ່າງສະ ໝ່ຳສະເໝີ ເພື່ອສ້າງຄວາມໄວ້ວາງໃຈ ແລະ ເສີມສ້າງສາຍພົວພັນມິດຕະພາບອັນດີງາມລະຫວ່າງສອງຝ່າຍ.

ພ້ອມກັນນີ້ ທັງສອງຝ່າຍຍັງໄດ້ເຫັນດີສືບຕໍ່ໂຄສະນາປຸກລະດົມປະຊາຊົນໃຫ້ເຄົາລົບ ແລະ ປະຕິບັດຕາມສັນຍາວ່າດ້ວຍເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນແຫ່ງຊາດ ລາວ-ຫວຽດນາມ ຕະຫຼອດຮອດລະບຽບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນທາງບົກຢ່າງເຂັ້ມງວດ ເພື່ອຮ່ວມກັນສ້າງຊາຍແດນໃຫ້ເປັນຊາຍແດນແຫ່ງສັນຕິພາບ ມິດຕະພາບ ຮ່ວມມື ແລະ ພັດທະນາ.
ໃນໂອກາດດຽວກັນ ຄະນະຜູ້ແທນທັງສອງຝ່າຍໄດ້ຮ່ວມກັນປຶກສາຫາລື ແລະ ປະກອບຄຳຄິດຄຳເຫັນຕໍ່ຮ່າງບົດບັນທຶກຊ່ວຍຈຳ ກ່ອນຈະພ້ອມກັນລົງນາມໃນບົດບັນທຶກດັ່ງກ່າວ ເພື່ອເປັນພື້ນຖານໃນການຮ່ວມມື ແລະ ຈັດຕັ້ງປະຕິບັດແຜນການໃນປີ 2027 ໃຫ້ເກີດໝາກຜົນເປັນຮູບປະທຳ.
ຂ່າວ: ສຸກສະໄໝ ນວນມະລິນ