
ວັນທີ 10 ພະຈິກ 2026 ເມືອງສະໜາມໄຊ ແຂວງອັດຕະປື ໄດ້ຈັດພິທີມອບ-ຮັບເງິນນະໂຍບາຍອຸດ ໜູນເທື່ອດຽວ ໃຫ້ແກ່ຜູ້ມີຜົນງານ ແລະ ຄຸນງາມຄວາມດີຕໍ່ປະເທດຊາດ ຕາມດຳລັດເລກທີ 57/ລບ ລົງວັນທີ 27 ມັງກອນ 2025 ປະຈຳປີ 2026, ໂດຍມີຜູ້ມີສິດຮັບນະໂຍບາຍທັງໝົດ 79 ທ່ານ ລວມມູນຄ່າກວ່າ 893 ລ້ານກີບ, ພິທີຈັດຂຶ້ນທີ່ຫ້ອງປະຊຸມຫ້ອງການແຮງງານ ແລະ ສະຫວັດດີການສັງ ຄົມເມືອງ ໂດຍມີທ່ານ ສັນຕິໄຊ ສີລືໄຊ ປະທານຄະນະກຳມະການປົກຄອງເມືອງ, ມີຄະນະກຳມະ ການຄົ້ນຄວ້ານະໂຍ ບາຍຂັ້ນເມືອງ ແລະ ຕາງໜ້າຜູ້ມີສິດຮັບນະໂຍບາຍເຂົ້າຮ່ວມ.

ການມອບເງິນນະໂຍບາຍຄັ້ງນີ້ ແມ່ນສຳລັບຜູ້ທີ່ຍັງມີຊີວິດ ແລະ ຜູ້ທີ່ເສຍສະຫຼະຊີວິດໃນປາງສົງ ຄາມຈາກການສູ້ຮົບ ແລະ ຮັບໃຊ້ການສູ້ຮົບແຕ່ປີ 1954 ເປັນຕົ້ນມາ. ທົ່ວເມືອງມີຜູ້ມີສິດຮັບນະໂຍ ບາຍ 79 ທ່ານ ຈາກ 4 ຕາແສງ ເປັນເງິນລວມກວ່າ 893 ລ້ານກີບ.

ໃນໂອກາດນີ້ ທ່ານ ສັນຕິໄຊ ສີລືໄຊ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະກຳມະການຄົ້ນຄວ້ານະໂຍບາຍຂັ້ນເມືອງ ທີ່ໄດ້ຕັ້ງໃຈດຳເນີນວຽກງານດັ່ງກ່າວ ພ້ອມທັງເນັ້ນໃຫ້ສືບຕໍ່ເກັບກຳຂໍ້ມູນຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດຮັບໃຊ້ການປະຕິວັດຊາດປະຊາທິປະໄຕ ໃຫ້ຄົບ ຖ້ວນ ຖືກຕ້ອງຕາມຜົນງານຕົວຈິງ ເພື່ອໃຫ້ຜູ້ມີສິດໄດ້ຮັບນະໂຍບາຍຢ່າງທົ່ວເຖິງ ແລະ ເປັນທຳ. ພ້ອມນັ້ນ ທ່ານຍັງໄດ້ສະແດງຄວາມກະຕັນຍູ ແລະ ຮູ້ບຸນຄຸນຕໍ່ຜູ້ທີ່ມີຜົນງານໃນພາລະກິດປະຕິວັດຊາດ, ພ້ອມເນັ້ນ ໃຫ້ຜູ້ຮັບນະໂຍບາຍນຳໃຊ້ເງິນໃຫ້ເກີດປະໂຫຍດສູງສຸດ, ໂດຍຈັດສັນຢ່າງເໝາະສົມ ສຳລັບການເຮັດບຸນອຸທິດສ່ວນກຸສົນໃຫ້ຜູ້ລ່ວງລັບ ແລະ ນຳສ່ວນທີ່ເຫຼືອໄປລົງທຶນປູກຝັງ-ລ້ຽງສັດ ເພື່ອສ້າງລາຍຮັບ ພັດທະນາເສດຖະກິດຄອບຄົວ ແລະ ປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນ ພ້ອມຫຼີກລ່ຽງບັນຫາຂັດແຍ່ງໃນຄອບຄົວ ແລະ ລະຫວ່າງຍາດພີ່ນ້ອງ.

ຂ່າວ: ກັນວົງໄຊ