ທຄຕລ ສາຂາອັດຕະປື ຈັດກິດຈະກຳຍ່າງເພື່ອສຸຂະພາບ ສະເຫຼີມສະຫຼອງ ຄົບຮອບ 37 ປີ ວັນຫັນເປັນທຸລະກິດ

ໃນຕອນເຊົ້າວັນທີ 18 ພະຈິກ 2026 ນີ້, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາອັດຕະປື ໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບ, ເນື່ອງໃນໂອກາດສະເຫຼີມສະ ຫຼອງວັນຫັນເປັນທຸລະກິດຂອງ ທຄຕລ ຄົບຮອບ 37 ປີ (1 ພະຈິກ 1989-1 ພະຈິກ 2026) ໃຫ້ກຽດເຂົ້າຮ່ວມມີ ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີທ່ານ ບຸນຍົງ ດາວສຸກ ຫົວໜ້າ ທຄຕລ ສາຂາອັດຕະປື, ພ້ອມດ້ວຍບັນດາຫົວໜ້າພະແນກການອ້ອມຂ້າງແຂວງ, ນັກທຸລະກິດ, ຜູ້ປະກອບການ ແລະ ພະນັກງານທະນາຄານເຂົ້າຮ່ວມ.

ທ່ານ ບຸນຍົງ ດາວສຸກ ໄດ້ກ່າວມີຄໍາເຫັນວ່າ: ການຈັດຂະບວນການຍ່າງເພື່ອສຸຂະພາບໃນຄັ້ງນີ້ ເປັນການສະແດງອອກເຖິງຄວາມສາມັກຄີ ຮ່ວມໃຈຂອງພາກສ່ວນຕ່າງໆ ພ້ອມທັງເປັນການສົ່ງເສີມການອອກກຳລັງກາຍ, ສ້າງສຸຂະພາບທີ່ດີ ແລະ ປູກຈິດສຳນຶກໃຫ້ທຸກຄົນຫັນມາເອົາໃຈໃສ່ດູແລສຸຂະພາບຂອງຕົນເອງ ຄວບຄູ່ກັບການຮ່ວມສະເຫຼີມສະຫຼອງວັນຫັນເປັນທຸລະກິດຂອງທະນາຄານ ທຄຕລ ຄົບຮອບ 37 ປີ.

ທ່ານກ່າວຕື່ມວ່າ: ນັບແຕ່ວັນທີ 1 ພະຈິກ 1989 ເປັນຕົ້ນມາ, ທຄຕລ ໄດ້ຫັນຈາກຂະແໜງໜຶ່ງຂອງທະນາຄານແຫ່ງລັດ ມາເປັນທະນາຄານທຸລະກິດ ແລະ ໄດ້ຜ່ານຂະບວນການພັດທະນາມາ ເປັນເວລາ 37 ປີ. ໃນໄລຍະຜ່ານມາ ທຄຕລ ໄດ້ສຸມໃສ່ປັບປຸງການບໍລິຫານພາຍໃນ, ພັດທະນາກົງຈັກການຈັດຕັ້ງ, ປັບປຸງລະບຽບການໃຫ້ມີຄວາມຮັດກຸມ, ນຳໃຊ້ລະບົບເຕັກໂນໂລຊີສາລະສົນເທດທີ່ທັນສະໄໝ ພ້ອມທັງຍົກລະດັບຄວາມຮູ້ ແລະ ຄວາມສາມາດຂອງພະນັກງານ. ສິ່ງດັ່ງກ່າວໄດ້ຊ່ວຍໃຫ້ທະນາຄານມີຄວາມໝັ້ນຄົງ, ເຂັ້ມແຂງ, ມີຜະລິດຕະພັນ ແລະ ການບໍລິການທີ່ຫຼາກຫຼາຍ, ສະດວກວ່ອງໄວ ແລະ ປອດໄພ ສາມາດຕອບສະໜອງຄວາມຕ້ອງການຂອງລູກຄ້າ ແລະ ສັງຄົມໃນຍຸກໃໝ່ໄດ້ເປັນຢ່າງດີ.

ສຳລັບກິດຈະກຳຍ່າງເພື່ອສຸຂະພາບໃນຄັ້ງນີ້ ໄດ້ກຳນົດເສັ້ນທາງຍ່າງເລີ່ມຈາກເດີ່ນສຳນັກງານ ທຄຕລ ສາຂາອັດຕະປື ໄປຕາມຖະໜົນຈັນທາ (ທາງ 1 ໄອ) ຈົນຮອດສີ່ແຍກຮ້ານເມໂທ ຈາກນັ້ນລ້ຽວຊ້າຍໄປຕາມຖະໜົນເສດຖາທິລາດ ເບື້ອງຫຼັງວັດຫຼວງ ແລ້ວວົນກັບມາຍັງຈຸດເລີ່ມຕົ້ນ ລວມໄລຍະທາງປະມານ 2 ກິໂລແມັດ.

ການຈັດກິດຈະກຳດັ່ງກ່າວ ບໍ່ພຽງແຕ່ເປັນການສະເຫຼີມສະຫຼອງໝາຍວັນສຳຄັນຂອງທະນາຄານເທົ່ານັ້ນ ແຕ່ຍັງເປັນການສ້າງສາຍສຳພັນອັນດີລະຫວ່າງພາກສ່ວນຕ່າງໆ, ສົ່ງເສີມວິຖີຊີວິດທີ່ໃສ່ໃຈສຸຂະພາບ ແລະ ສະແດງເຖິງຄວາມມຸ່ງໝັ້ນຂອງ ທຄຕລ ໃນການສືບຕໍ່ພັດທະນາການບໍລິ ການທາງການເງິນໃຫ້ທັນສະໄໝ ແລະ ຕອບສະໜອງຕໍ່ຄວາມຕ້ອງການຂອງສັງຄົມຢ່າງຕໍ່ ເນື່ອງ.

ຂ່າວ: ມະນີວອນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa