ກົມຈັດຕັ້ງ ຄະນະໂຄສະນາອົບຮົມສູນກາງພັກ ລົງຊຸກຍູ້ ແລະ ເຮັດວຽກຢູ່ແຂວງອັດຕະປື

ວັນທີ 18 ສິງຫາ 2026, ສະຫາຍ ນາງ ໄພວັນ ວັນນະໄຊ, ຮອງຫົວໜ້າກົມຈັດຕັ້ງ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ ລົງຊຸກຍູ້ ແລະ ເຮັດວຽກຢູ່ແຂວງອັດຕະປື ໂດຍການຕ້ອນຮັບຂອງ ສະຫາຍ ກົງຈັກ ສີສະຫວາດ, ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຄະນະ, ຫົວໜ້າຂະແໜງພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມ ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ, ໃນໂອກາດນີ້ ສະຫາຍ ກົງຈັກ ສີສະຫວາດ ໄດ້ກ່າວຕ້ອນຮັບ ແລະ ລາຍງານສະພາບການຈັດຕັ້ງປະຕິບັດວຽກງານ ເຊິ່ງໃນໄລຍະປັດຈຸບັນ ແຂວງອັດຕະປືກຳລັງເລັ່ງຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ລວມທັງມະຕິ ແລະ ແຜນງານຂອງແຂວງ ໃຫ້ເກີດຜົນເປັນຈິງ, ລາຍງານສະພາບລວມກ່ຽວກັບກົງຈັກ, ບຸກຄະລາກອນ, ວຽກງານພັກ ແລະ ວຽກງານວິຊາສະເພາະ, ປັດຈຸບັນ ຄະນະໂຄສະນາອົບຮົມທົ່ວແຂວງມີພະນັກງານທັງໝົດ 77 ທ່ານ, ຍິງ 31 ທ່ານ; ຂັ້ນແຂວງ 35 ທ່ານ, ຍິງ 13 ທ່ານ ໃນນັ້ນມີ 2 ທ່ານພວມໄປຍົກລະດັບວິຊາສະເພາະຢູ່ ສສ ຫວຽດນາມ ແລະ 1 ທ່ານພັກຜ່ອນລໍຖ້າບຳນານ; ສໍາລັບຂັ້ນເມືອງມີພະນັກງານ 42 ທ່ານ, ຍິງ 18 ທ່ານ ແລະ ອາສາສະໝັກຂັ້ນເມືອງ 1 ທ່ານ.

ຄະນະໂຄສະນາອົບຮົມແຂວງປະກອບມີ 5 ຂະແໜງຄື: ຂະແໜງບໍລິຫານ, ຂະແໜງໂຄສະນາ, ຂະແໜງອົບຮົມ, ຂະແໜງສັງລວມ ແລະ ຂໍ້ມູນຂ່າວສານ ແລະ ຂະແໜງສື່ມວນຊົນ; ສ່ວນຄະນະໂຄສະນາອົບຮົມເມືອງປະກອບມີ 3 ໜ່ວຍງານຄື: ໜ່ວຍງານບໍລິຫານ, ໜ່ວຍງານໂຄສະນາ ແລະ ໜ່ວຍງານອົບຮົມ. ສຳລັບວຽກງານພັກ, ຄະນະໂຄສະນາອົບຮົມແຂວງມີ 1 ໜ່ວຍພັກ, ມີສະມາຊິກພັກທັງໝົດ 34 ສະຫາຍ, ຍິງ 10 ສະຫາຍ, ຄະນະພັກມີ 3 ສະຫາຍ. ປັດຈຸບັນ ໜ່ວຍພັກໄດ້ສຳເລັດກອງປະຊຸມໃຫຍ່ ຄັ້ງທີ VI ຂອງໜ່ວຍພັກ, ດ້ານວຽກງານພະນັກງານ ການບັນຈຸສັບຊ້ອນພະນັກງານເຂົ້າຕຳແໜ່ງງານຕ່າງໆ ໄດ້ດຳເນີນຕາມມາດຖານ ແລະ ເງື່ອນໄຂ. ປັດຈຸບັນ ມີຫົວໜ້າຄະນະ 1 ທ່ານ, ຮອງຫົວໜ້າ 3 ທ່ານ ແລະ ຫົວໜ້າ-ຮອງຂະແໜງ 10 ທ່ານ, ຍິງ 3 ທ່ານ. ນັບແຕ່ປີ 2025 ເປັນຕົ້ນມາ ພະນັກງານໄດ້ຮັບການຍົກລະດັບທັງດ້ານວຽກງານໂຄສະນາອົບຮົມ, ວຽກສື່ມວນຊົນ, ການນຳໃຊ້ AI ແລະ ການຍົກລະດັບດ້ານທິດສະດີ ພ້ອມທັງກະກຽມປັບປຸງແຜນກຳນົດຕຳແໜ່ງງານຄືນໃໝ່ ຕາມແຈ້ງການຂອງຄະນະຈັດຕັ້ງແຂວງ. ສຳລັບວຽກງານສື່ມວນຊົນ ພາຍຫຼັງມີການໂອນວຽກງານຖະແຫຼງຂ່າວ-ສື່ມວນຊົນມາຂຶ້ນກັບຄະນະໂຄສະນາອົບຮົມແຂວງ ຄະນະໄດ້ດຳເນີນການປັບປຸງພາລະບົດບາດ, ໂຄງຮ່າງ ແລະ ການຈັດສັນບຸກຄະລາກອນໃຫ້ສອດຄ່ອງກັບວຽກງານຕົວຈິງ.

ນອກຈາກນັ້ນ, ສະຫາຍ ກົງຈັກ ສີສະຫວາດ ໄດ້ສະເໜີຕໍ່ກົມຈັດຕັ້ງ ໃນການກຳນົດພາລະບົດບາດ ແລະ ສິດໜ້າທີ່ຂອງຄະນະໂຄສະນາອົບຮົມຂັ້ນແຂວງ ແລະ ຂັ້ນເມືອງ, ການກຳນົດຂັ້ນຄຸ້ມຄອງຕາມທິດສາມສ້າງພາຍຫຼັງມີຕາແສງ, ການກຳນົດແນວທາງການອົບຮົມເລຂາພັກ-ນາຍບ້ານ ແລະ ການອົບຮົມອຳນາດການປົກຄອງຂັ້ນບ້ານ ລວມທັງສະເໜີໃຫ້ຄົ້ນຄວ້າບົດບາດ ແລະ ສາຍການຄຸ້ມຄອງຂອງກົມຮູບເງົາ ແລະ ສື່ສິ່ງພິມໃນລະດັບສູນກາງ.
ສະຫາຍ ນາງ ໄພວັນ ວັນນະໄຊ ໄດ້ກ່າວວ່າ ການລົງເຄື່ອນໄຫວຄັ້ງນີ້ ໂດຍໄດ້ປະຕິບັດຕາມຂໍ້ຕົກລົງຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 388/ຄອສພ, ລົງວັນທີ 30 ກໍລະກົດ 2026 ວ່າດ້ວຍການແຕ່ງຕັ້ງພະນັກງານລົງເກັບກຳຂໍ້ມູນດ້ານການຈັດຕັ້ງ-ບຸກຄະລາກອນ ຢູ່ຄະນະໂຄສະນາອົບຮົມແຂວງອັດຕະປື, ມີເປົ້າໝາຍເພື່ອສຳຫຼວດສະພາບວຽກງານພັກ-ພະນັກງານ ຕັ້ງແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ໂດຍໃຫ້ຄະນະໂຄສະນາອົບຮົມແຂວງ ແລະ ເມືອງກະກຽມຂໍ້ມູນ ແລະ ເອກະສານສຳຄັນກ່ຽວກັບ: ສະພາບການຈັດຕັ້ງພັກ-ພະນັກງານ, ການປັບປຸງກົງຈັກ ແລະ ການກຳນົດຕຳແໜ່ງງານ, ສະພາບແນວຄິດຂອງພະນັກງານພາຍຫຼັງການໂຮມວຽກງານສື່ມວນຊົນ, ຜົນກະທົບຈາກສະພາບລາຄາສິນຄ້າ ແລະ ລາຄານ້ຳມັນທີ່ສູງຂຶ້ນ, ການຈັດຕັ້ງວຽກງານວິຊາສະເພາະ, ການປະເມີນຜົນພະນັກງານ, ຕະຫຼອດເຖິງການຂະຫຍາຍມະຫາຊົນເຂົ້າພັກ ແລະ ການຮຽນຮູ້ເອກະສານສະໜັບສະໜູນ.

ໃນຕອນບ່າຍຂອງວັນດຽວກັນ, ກົມຈັດຕັ້ງ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ລົງເຄື່ອນໄຫວພົບປະການນຳເມືອງຊານໄຊ ໂດຍມີ ສະຫາຍ ບຸນເນັມ ໄຊຍະເສັ້ມ, ຮອງເລຂາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ, ມີຄະນະໂຄສະນາອົມຮົມເມືອງ ໃຫ້ການຕ້ອນຮັບ.
ໃນໂອກາດນີ້ ສະຫາຍ ບຸນເນັມ ໄຊຍະເສັ້ມ ໄດ້ລາຍງານສະພາບລວມການເຄື່ອນໄຫວວຽກງານຂອງເມືອງ ໂດຍສະເພາະ ຄະນະໂຄສະນາອົບຮົມເມືອງ ພາຍຫຼັງໂຮມວຽກງານຖະແຫຼງຂ່າວ-ສື່ມວນຊົນມາຂຶ້ນກັບຄະນະໂຄສະນາອົບຮົມ. ຈາກການຈັດຕັ້ງປະຕິບັດວຽກງານເຫັນວ່າ ຍັງມີບາງດ້ານທີ່ຕ້ອງສືບຕໍ່ປັບປຸງ ໂດຍສະເພາະ ດ້ານບຸກຄະລາກອນຍັງຈຳກັດ ແລະ ເຄື່ອງມືຮັບໃຊ້ວຽກງານຂໍ້ມູນ-ຂ່າວສານຍັງບໍ່ທັນພຽງພໍ.
ຈາກນັ້ນ ສະຫາຍ ຄຳເຄັງ ແກ້ວບົວພາດ ໄດ້ລາຍງານວ່າ ພາຍຫຼັງໂຮມວຽກງານຖະແຫຼງຂ່າວເຂົ້າກັບຄະນະໂຄສະນາອົບຮົມເມືອງ ໄດ້ມີການປັບປຸງໜ້າທີ່, ປັບປຸງໂຄງຮ່າງ ແລະ ບັນຈຸພະນັກງານໃຫ້ສອດຄ່ອງກັບວຽກງານ ເຮັດໃຫ້ການດຳເນີນວຽກງານໂຄສະນາມີຄວາມຄ່ອງຕົວຂຶ້ນ. ພ້ອມທັງສະເໜີໃຫ້ຂັ້ນເທິງພິຈາລະນາດ້ານບຸກຄະລາກອນ ແລະ ອຸປະກອນທີ່ຈໍາເປັນໃນການຮັບໃຊ້ວຽກງານ.

ໃນຕອນທ້າຍ, ຄະນະໂຄສະນາອົບຮົມແຂວງອັດຕະປື ໄດ້ນຳພາຄະນະກົມຈັດຕັ້ງ ຄະນະໂຄສະນາອົບຮົມສູນກາງພັກ ໄປຊົມກາບໄຫວ້ສັກກາລະບູຊາ ຂໍພອນຢູ່ສ່ວນອະນຸສາວະລີພຣະເຈົ້າໄຊຍະເສດຖາ ແລະ ທ່ຽວຊົມສວນສາທາລະນະລູກສອນໄຟ ຢູ່ເມືອງຊານໄຊ ເຊິ່ງເປັນແຫຼ່ງທ່ອງທ່ຽວ ແລະ ເປັນບ່ອນອະນຸລັກທາງດ້ານວັດທະນະທຳຂອງແຂວງອັດຕະປື.

ຂ່າວ: ສ.ໄຊຄຳສອນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa