
ພິທີເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ ຢູ່ເມືອງສາມັກຄີໄຊ ແຂວງອັດຕະປື ໄດ້ຈັດຂຶ້ນໃນວັນທີ 7 ຕຸລາ 2026 ທີ່ຫ້ອງປະຊຸມຫ້ອງວ່າການເມືອງ, ໂດຍການເປັນປະທານຂອງ ສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີສະ ຫາຍ ອິນປັນ ອິນທິລາດ ກຳມະການພັກແຂວງ, ເລຂາພັກເມືອງສາມັກຄີໄຊ, ມີຄະນະຮັບຜິດຊອບຝຶກອົບຮົມຂັ້ນແຂວງ, ຄະນະພັກ, ຄະນະນໍາຂອງເມືອງ, ຄະນະກຳມະການປົກຄອງຂັ້ນຕາແສງ ຈາກ 3 ຕາແສງ ຄື: ຕາແສງເຊກອງ, ຕາແສງຈະເລີນສຸກ ແລະ ຕາແສງໂພນໄຊສະອາດ ພ້ອມດ້ວຍພະນັກ ງານວິຊາການຂັ້ນຕາແສງ ເຂົ້າຮ່ວມ.

ສະຫາຍ ນາງ ມີນາພອນ ໄຊສົມພູ ໄດ້ກ່າວເປີດການຝຶກອົບຮົມວ່າ: ການຝຶກອົບຮົມຄັ້ງນີ້ ເພື່ອຍົກສູງຄວາມຮູ້, ຄວາມເຂົ້າໃຈ ແລະ ຄວາມສາມາດນຳພາຂອງພະນັກງານຂັ້ນຕາແສງ ໃຫ້ສາມາດ ນຳ ພາ – ຊີ້ນໍາ ແລະ ບັນຊາ ການຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໄດ້ຢ່າງມີປະສິດທິພາບ. ພ້ອມທັງສາມາດນຳເອົາຄວາມຮູ້ໄປຜັນຂະຫຍາຍ ໃນການສຶກສາອົບຮົມການເມືອງ-ແນວຄິດໃຫ້ປະຊາຊົນ, ສ້າງຄວາມຕື່ນຕົວເປັນເຈົ້າການໃນການປະຕິບັດແນວທາງ ແລະ ນະໂຍບາຍຂອງ ພັກ-ລັດ, ນຳພາປະຊາຊົນແກ້ໄຂຄວາມທຸກຍາກ, ສ້າງຄວາມຢູ່ດີກິນດີ ແລະ ພັດທະ ນາຊຸມຊົນ ໃຫ້ຈະເລີນກ້າວໜ້າ.

ຊຸດອົບຮົມເທື່ອນີ້ ຈະດໍາເນີນເປັນເວລາ 3 ວັນ(7-9 ຕຸລາ 2026), ໂດຍຈະສຸມໃສ່ການສຶກສາ 9 ເອກະສານສຳຄັນ ປະກອບມີ:
1) ຊາດລາວ, ຄົນລາວ ແລະ ມູນເຊື້ອອັນສະ ຫງ່າລາສີຂອງຊາດລາວ.
2) ສ້າງຄວາມຮັບຮູ້-ເຂົ້າໃຈກ່ຽວກັບຕາແສງ, 3) ວຽກງານສຶກສາອົບ ຮົມການເມືອງ-ແນວຄິດໃນໄລຍະໃໝ່.
4) ເພີ່ມທະວີບົດບາດ, ຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງພັກ. 5) ວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງໃນໄລຍະໃໝ່.
6) ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ.
7) ເຊື່ອມຊຶມກົດໝາຍ ເລກທີ 69/ສພຊ ແລະ ຄຳແນະນຳການຈັດຕັ້ງປະຕິບັດກົດໝາຍ ກ່ຽວ ກັບເອກະສານທາງລັດຖະການ.
8) ເຊື່ອມຊຶມຄຳແນະນຳ ເລກທີ 01/ຫສພ ກ່ຽວກັບການຈັດຕັ້ງປະຕິບັດເອກະສານຂອງພັກ ປະຊາຊົນ ປະຕິວັດລາວ.
9) ເຊື່ອມຊຶມເອກະສານ ກ່ຽວກັບວຽກງານການເງິນຂອງຕາແສງ.
ຂ່າວ: ວົງສະໄໝ