
ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານກວດກາທົ່ວແຂວງອັດຕະປື ໄລຍະ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ (2026-2030) ໄດ້ຈັດຂຶ້ນໃນວັນທີ 22 ກັນຍາ 2026 ທີ່ຫໍປະຊຸມໃຫຍ່ແຂວງ, ກອງປະຊຸມດຳເນີນພາຍໃຕ້ຄຳຂວັນ “ເພີ່ມທະວີວຽກ ງານຕິດຕາມ, ກວດກາພັກ-ລັດ, ຕ້ານ ແລະ ແກ້ໄຂການສໍ້ລາດບັງຫຼວງ ທັນສະໄໝ ແລະ ເຂັ້ມງວດ ເພື່ອການພັດ ທະນາ”, ໂດຍມີ ສະຫາຍ ບຸນເຖິງ ດວງສະຫວັນ, ກຳມະການສູນກາງພັກ, ເລຂາຄະນະພັກແຂວງ, ປະທານສະພາປະຊາຊົນແຂວງອັດຕະປື, ເຂົ້າຮ່ວມເປັນປະທານ, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ສູວັນສີ ແກ້ວວິເສີດ, ປະທານຄະນະກວດກາພັກແຂວງ, ປະທານອົງການກວດກາລັດ, ຫົວໜ້າຕ້ານການສໍ້ລາດບັງຫຼວງແຂວງອັດຕະປື, ໄດ້ຜ່ານຮ່າງບົດສະຫຼຸບຕີລາຄາຜົນງານກວດກາໄລຍະ 5 ປີຜ່ານມາ, ໂດຍຍົກໃຫ້ເຫັນຕະຫຼອດໄລຍະ 2021-2025, ວຽກງານກວດກາຂອງແຂວງ ໄດ້ສຸມໃສ່ຫຼາຍຂົງເຂດສຳຄັນ. ໃນນີ້ ປີ 2024, ແຂວງໄດ້ຮັບຮອງແຜນການລົງທຶນຂອງລັດ 201 ໂຄງການ, ມູນຄ່າ 1,586.07 ຕື້ກີບ ແລະ ໄດ້ສະເໜີສະພາປະຊາຊົນແຂວງອອກມະຕິຍົກ ເລີກ 9 ໂຄງການທີ່ບໍ່ໄດ້ຈັດຕັ້ງປະຕິບັດ, ມູນຄ່າ 47,22 ຕື້ກີບ, ສຳລັບການກວດກາກອງທຶນປະກັນສຸຂະພາບແຫ່ງຊາດ ໄລຍະ 2017-2023, ພົບຄວາມຜິດດ່ຽງດ້ານເອກະສານລາຍຮັບຫຼາຍກວ່າ 21,85 ຕື້ກີບ, ພາຍຫຼັງກວດກາລາຍຮັບ-ລາຍຈ່າຍຕົວຈິງ ພົບວ່າຍັງສາມາດຕອບສະໜອງລາຍຈ່າຍ ແລະ ມີເງິນສ່ວນເຫຼືອພຽງພໍ, ດ້ານການກວດກາການຊົດເຊີຍຈາກເຫດການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກພັງ, ໄດ້ຕິດຕາມການຄຸ້ມຄອງເງິນບໍລິຈາກ ແລະ ເງິນຊົດເຊີຍ ລວມມູນຄ່າ 1,032.07 ຕື້ກີບ ແລະ 32,46 ລ້ານໂດລາ. ພ້ອມນັ້ນ ໄດ້ຕິດຕາມການຈັດສັນເຮືອນຊົ່ວຄາວ 450 ຫຼັງ, ເຮືອນຖາວອນ 700 ຫຼັງ ແລະ ກວດກາ 200 ໂຄງການຟື້ນຟູພື້ນຖານໂຄງລ່າງ. ຈາກການກວດກາຍັງສາ ມາດເກັບກູ້ເງິນຈາກວຽກງານຄ້າງປະຕິບັດ ມອບຄືນງົບປະມານໄດ້ 415,7 ລ້ານກີບ. ຂະນະດຽວ ກັນ, ການກວດກາກອງທຶນບູລະນະຮັກສາທາງຫຼວງ ໄລຍະ 2020-2023 ພົບວ່າມີລາຍຮັບລວມ 27,39 ຕື້ກີບ ແລະ ພົບຂໍ້ຂາດຕົກບົກຜ່ອງບາງປະການດ້ານສັນຍາ ແລະ ການຈັດຊື້-ຈັດຈ້າງ.

ສຳລັບວຽກງານຕ້ານ ແລະ ດຳເນີນຄະດີສໍ້ລາດບັງຫຼວງ, ໃນໄລຍະ 2021-2025 ໄດ້ດຳເນີນຄະດີ 3 ເລື່ອງ ແລະ ມີພະນັກງານຖືກຈັບຕົວ 17 ຄົນ, ໃນນັ້ນ ເປັນເພດຍິງ 6 ຄົນ. ສະເພາະຄະດີໃຫຍ່ໃນປີ 2024-2025 ທີ່ກ່ຽວພັນກັບພະນັກງານ 24 ຄົນ ແລະ ຜູ້ກ່ຽວຂ້ອງລວມ 38 ຄົນ, ສາມາດເກັບກູ້ຊັບສິນຄືນໄດ້ 19,98 ຕື້ກວ່າກີບ 59,400 ບາດ ແລະ 57,000 ໂດລາ, ອາຍັດດິນ 91 ຕອນ, ຍຶດລົດ 14 ຄັນ ແລະ ຊັບສິນອື່ນໆ.

ສະຫາຍ ສູວັນສີ ແກ້ວວິເສີດ ໄດ້ລາຍງານໃຫ້ຮູ້ອີກວ່າ: ໃນ 5 ປີຕໍ່ໜ້າ(2026-2030) ແຂວງອັດຕະປື ໄດ້ກຳນົດ 5 ວຽກງານຈຸດສຸມ ຄື: ເພີ່ມທະວີວຽກງານຕິດຕາມ ແລະ ກວດກາພາຍໃນພັກ ໂດຍສຸມໃສ່ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ມະຕິ XII ຂອງອົງຄະນະພັກແຂວງ, ເພີ່ມທະວີການກວດກາການຄຸ້ມຄອງບໍລິຫານລັດ ໂດຍເນັ້ນໃສ່ໂຄງການລົງທຶນ, ການຄຸ້ມຄອງງົບປະມານ, ຊັບພະຍາກອນທຳມະຊາດ, ການແກ້ໄຂການລັກລອບຂຸດຄົ້ນແຮ່ຄຳຕົກຂ້ອນ ແລະ ເປີດຊ່ອງທາງໃຫ້ປະຊາຊົນມີສ່ວນຮ່ວມສະໜອງຂໍ້ມູນ, ສືບຕໍ່ຕ້ານ ແລະ ແກ້ໄຂການສໍ້ລາດບັງຫຼວງ ໂດຍດຳເນີນຄະດີຕາມລະບຽບ, ເພີ່ມທະວີການຂຶ້ນບັນຊີຊັບສິນຂອງພະນັກງານ ແລະ ສົ່ງ ເສີມການນຳເນື້ອໃນຕ້ານການສໍ້ລາດບັງຫຼວງເຂົ້າໃນການສຶກສາ, ຍົກລະດັບກົງຈັກ ແລະ ພະນັກ ງານກວດກາ ໃຫ້ມີຄວາມເປັນມືອາຊີບ, ມີຈັນຍາບັນ ແລະ ຮອງຮັບການຫັນເປັນທັນສະໄໝ ໂດຍພັດທະນາລະບົບຈັດເກັບຂໍ້ມູນແບບລວມສູນດ້ວຍເຕັກໂນໂລຊີ, ຍົກສູງຄວາມຮັບຜິດຊອບຂອງຄະນະພັກແຕ່ລະຂັ້ນ ໂດຍຖືເອົາວຽກງານກວດກາເປັນກົນໄກສຳຄັນໃນການບໍລິຫານ ແລະ ເປັນໜ້າທີ່ຮັບຜິດຊອບຂອງຜູ້ນຳແຕ່ລະຂັ້ນ.
ກອງປະຊຸມຄັ້ງນີ້ ເປັນໂອກາດໃຫ້ຂະແໜງກວດກາທົ່ວແຂວງໄດ້ສະຫຼຸບຜົນງານ, ທົບທວນບັນດາຂໍ້ຄົງຄ້າງ ແລະ ກຳນົດທິດທາງວຽກງານໃນ 5 ປີຕໍ່ໜ້າ ເພື່ອໃຫ້ວຽກງານຕິດຕາມ, ກວດກາ ແລະ ຕ້ານການສໍ້ລາດບັງຫຼວງ ມີຄວາມເຂັ້ມງວດ, ທັນສະໄໝ ແລະ ປະສິດທິຜົນຍິ່ງຂຶ້ນ.
ຂ່າວ: ວົງສະໄໝ.