
ແຂວງອັດຕະປື ພວມເລັ່ງລັດກະກຽມຄວາມພ້ອມຮອບດ້ານ ເພື່ອຈັດກອງປະຊຸມ 5 ປີ ຂອງອົງການກວດກາແຂວງ ໃຫ້ດຳເນີນໄປດ້ວຍຄວາມຮຽບຮ້ອຍ. ປັດຈຸບັນ ວຽກງານກະກຽມໂດຍລວມມີຄວາມສໍາເລັດແລ້ວ95%.
ທ່ານ ສູວັນສີ ແກ້ວວິເສີດ, ຄະນະປະຈຳພັກແຂວງ, ປະທານຄະນະກວດກາພັກ, ປະທານອົງ ການກວດກາລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ແຂວງອັດຕະປື, ໃຫ້ສຳພາດຕໍ່ສື່ມວນຊົນແຂວງ ໃນວັນທີ 18 ກັນຍາ 2026 ວ່າ: ກອງປະຊຸມ 5 ປີ ຂອງອົງການກວດກາແຂວງອັດຕະປື ກຳນົດຈັດຂຶ້ນໃນວັນທີ 22-23 ກັນຍາ 2026. ກອງປະຊຸມເທື່ອນີ້ ມີຄວາມໝາຍສຳ ຄັນຕໍ່ວຽກງານບໍລິຫານລັດ, ການຄຸ້ມຄອງເສດຖະກິດ-ສັງຄົມ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ອົງການພັກ-ລັດຂອງແຂວງ.
ພາຍຫຼັງກອງປະຊຸມອົງການກວດກາຂັ້ນສູນກາງສຳເລັດ, ຄະນະຮັບຜິດຊອບຂອງແຂວງໄດ້ປຶກສາຫາລື, ກຳນົດແຜນງານ ແລະ ວາງຂັ້ນຕອນການກະກຽມຢ່າງລະອຽດ, ພ້ອມລົງຕິດຕາມ ແລະ ກວດກາວຽກງານຂອງບັນດາຄະນະພັກ ແລະ ໜ່ວຍງານຕ່າງໆ ເພື່ອເລັ່ງລັດໃຫ້ວຽກງານສຳເລັດຕາມແຜນ.
ສຳລັບວຽກງານກະກຽມດ້ານເນື້ອໃນ ເຊິ່ງເປັນວຽກງານຫຼັກ ປະກອບມີ ການກະກຽມບົດລາຍ ງານ, ເອກະສານ ແລະ ເນື້ອໃນຕ່າງໆຂອງກອງປະຊຸມປັດຈຸບັນມີຄວາມພ້ອມ 95%, ດ້ານສະຖານທີ່ ແລະ ພິທີການ ໄດ້ກະກຽມສະຖານທີ່, ປ້າຍ, ອຸປະກອນ, ການຕົບແຕ່ງ ແລະ ລຳດັບພິທີການຕ່າງໆ ໂດຍພາບລວມມີຄວາມພ້ອມຢູ່ໃນລະດັບສູງ ແລະ ຢູ່ໃນຂັ້ນກວດກາລາຍລະອຽດຄັ້ງສຸດທ້າຍ, ດ້ານຂະບວນການ ແລະ ການຈັດສະແດງ ໄດ້ປະສານກັບພະແນກການທີ່ກ່ຽວຂ້ອງ ໂດຍສະເພາະ ພະແນກກະສິກຳ ແລະ ປ່າໄມ້ ແລະ ພະແນກອຸດສະຫະກຳ ແລະ ການຄ້າ ເພື່ອລະດົມໜ່ວຍງານ ແລະ ຜູ້ປະກອບການ ນຳເອົາສິນຄ້າ, ຜະລິດຕະພັນ ແລະ ຜົນງານຕ່າງໆມາວາງສະແດງ ເພື່ອເພີ່ມສີສັນ ແລະ ບັນຍາກາດໃຫ້ແກ່ກອງປະຊຸມ. ພ້ອມນີ້ ຍັງໄດ້ປະສານງານກັບພາກສ່ວນຕ່າງໆ ໃນການປັບປຸງ, ຕົບແຕ່ງ ແລະ ຈັດລະບຽບສະຖານທີ່ ລວມເຖິງບໍລິເວນອ້ອມຂ້າງ ແລະ ເສັ້ນທາງພາຍໃນເທດສະບານແຂວງ ໃຫ້ສະອາດ, ຮຽບຮ້ອຍ ແລະ ເໝາະສົມກັບບັນຍາກາດຂອງງານ, ດ້ານງົບປະມານ ໄດ້ກະກຽມແຫຼ່ງທຶນ, ວາງແຜນການໃຊ້ຈ່າຍ ແລະ ສະເໜີຂໍອະນຸມັດງົບປະມານຈາກແຂວງ ເພື່ອຮອງຮັບການຈັດງານໃຫ້ເໝາະສົມ ແລະ ຖືກຕ້ອງຕາມລະບຽບ, ສ່ວນວຽກງານປ້ອງກັນ-ຮັກສາຄວາມສະຫງົບ ໄດ້ປະສານກັບກຳລັງ ປກຊ-ປກສ ໃນການຈັດວາງກຳລັງ, ຈັດເວນຍາມ ແລະ ອຳນວຍຄວາມສະດວກດ້ານຄວາມປອດໄພ ຕະ ຫຼອດໄລຍະການຈັດກອງປະຊຸມ. ດ້ານວຽກງານສາທາລະນະສຸກ ໄດ້ກະກຽມພະນັກງານແພດ, ອຸປະກອນການແພດ ແລະ ຢາພື້ນຖານ ເພື່ອຮອງຮັບຜູ້ເຂົ້າຮ່ວມງານ.
ທ່ານ ສູວັນສີ ແກ້ວວິເສີດ ກ່າວຕື່ມວ່າ: ຄະນະຮັບຜິດຊອບຈະສືບຕໍ່ຕິດຕາມ, ກວດກາ ແລະ ເລັ່ງລັດວຽກງານທີ່ຍັງຄ້າງຄາ ໂດຍສະເພາະ ການກວດກາຄວາມພ້ອມຂັ້ນສຸດທ້າຍດ້ານເນື້ອໃນ, ເອກະສານ, ສະຖານທີ່, ພິທີການ, ການອຳນວຍຄວາມສະດວກ, ຄວາມປອດໄພ ແລະ ສາທາ ລະນະສຸກ ເພື່ອໃຫ້ທຸກຂະແໜງການປະສານງານໄປໃນທິດທາງດຽວກັນ ແລະ ໃຫ້ກອງປະຊຸມດຳເນີນໄປຢ່າງຮຽບຮ້ອຍ.
ຂ່າວ: ມະນີວອນ