ສະພາປະຊາຊົນແຂວງອັດຕະປື ສໍາເລັດກອງປະຊຸມຄັ້ງປະຖົມມະລຶກ

ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະ​ຊາຊົນແຂວງ ຊຸດທີ V ໄດ້ອັດລົງດ້ວຍຜົນ​ສຳເລັດ ພາຍຫຼັງໄດ້ດຳເນີນມາເປັນເວລາ 2​ ວັນແຕ່ວັນທີ 23-24 ເມສາ 2026 ທີ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງ,​ ໂດຍການເປັນປະທານຂອງ ທ່ານ ບຸນເຖິງ ດາວສະຫວັນ ປະທານສະ​ພາປະຊາຊົນແຂວງ,​ ມີການນໍາພັກ- ລັດ​ຂອງແຂວງ,​ ພ້ອມດ້ວບັນດາທ່ານສະມາຊິກສະພາແຫ່ງຊາດ ເຂດ​ເລືອກຕັ້ງທີ 17​ ແລະ​ ບັນດາທ່ານ​ ສະມາຊິກສະພາປະຊາຊົນແຂວງ ແລະ​ ແຂກຖືກເຊີນເຂົ້າ​ຮ່ວມ.

ທ່ານ ບຸນເຖິງ ດວງສະຫັວນ ປະ​ທານສະພາປະ​ຊາຊົນແຂວງ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມຄັ້ງປະຖົມມະລຶກຂອງສະພາປະຊາຊົນແຂວງອັດຕະປື​ ຊຸດທີ​ V​ ໄດ້ຮັບຟັງການລາຍງານຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ກ່ຽວກັບຜົນຂອງການເລືອກຕັ້ງ ແລະ ຢັ້ງຢືນຄຸນລັກສະນະຂອງສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V, ຊຶ່ງໄດ້ຍົກໃຫ້ເຫັນ ເຖິງຜົນສໍາເລັດໃນການຈັດຕັ້ງຜັນຂະຫຍາຍ, ມະຕິກົມການເມືອງສູນການພັກ ແລະ ຄໍາແນະນໍາວ່າດ້ວຍການ ເພີ່ມທະວີການນໍາພາ-ຊີ້ນໍາ ຂອງອົງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະມາຊິກສະ​ພາແຫ່ງຊາດ ຊຸດທີ X ແລະ ສະພາປະ​ຊາຊົນຂັ້ນແຂວງ ຊຸດທີ V ໄດ້ດໍາເນີນໄປຢ່າງມີຜົນສໍາເລັດຕາມແຜນ​ການທີ່ວາງໄວ້, ເປັນການສ້າງເງື່ອນ​ໄຂໃຫ້ແກ່ຜູ້ມີສິດປ່ອນບັດເລືອກຕັ້ງ ໃນທົ່ວແຂວງ ໄດ້ນຳໃຊ້ສິດປະຊາ​ທິປະໄຕ ຕາມທີໄດ້ກຳນົດໄວ້ໃນລັດ​ຖະທຳມະນູນ ແລະ ກົດໝາຍ ເພື່ອເລືອກຕັ້ງເອົາຕົວແທນຂອງຕົນເພື່ອປະຕິບັດສິດອຳ​ນາດ ຂອງປະຊາຊົນ ຢູ່ສະພາປະຊາຊົນຂັ້ນແຂວງ ໃນການພິຈາລະນາຮັບຮອງບັນຫາສໍາຄັນພື້ນຂອງທ້ອງຖິ່ນຂອງ ແຂວງອັດຕະປື.

ກອງປະຊຸມໄດ້ດໍາເນີນການເລືອກຕັ້ງ ເອົາດໍາແໜ່ງສໍາຄັນ ຂອງສະພາປະຊາຊົນແຂວງອັດຕະປື ຊຸດທີ V ເຊັ່ນ: ປະທານ-ຮອງປະທານ​ ສະພາປະຊາຊົນແຂວງ, ກຳ ມະການຄະນະປະຈໍາສະ​ພາປະຊາຊົນແຂວງ. ພ້ອມດຽວກັນນັ້ນ, ກໍ່ໄດ້ຮັບຮອງເອົາກົງ​ຈັກການຈັດຕັ້ງຂອງສະພາປະ​ຊາຊົນແຂວງ ຊຸດທີ V, ປະທານຄະນະກຳ​ມະການ ແລະ ຫົວໜ້າຫ້ອງວ່າການ ສະພາປະຊາ​ຊົນຂັ້ນແຂວງ. ນອກນັ້ນ, ກອງປະຊຸມຍັງໄດ້ຮັບຮອງເອົາການແຕ່ງຕັ້ງປະທານອົງການກວດກາລັດຂັ້ນແຂວງ ແລະ ຫົວ ໜ້າອົງ​ການຕ້ານການສໍ້ລາດບັງຫຼວງຂັ້ນແຂວງ ດ້ວຍຄະແນນສຽງເຫັນດີເປັນສ່ວນຫຼາຍ. ກອງປະຊຸມໄດ້ຮັບຟັງການກ່າວລາໜ້າທີ່ ແລະ ກ່າວຮັບໜ້າທີ່ ຂອງທ່ານປະທານສະພາປະຊາຊົນແຂວງ,​ ການຮັບໜ້າທີ່ຂອງປະທານອົງການກວດກາລັດຂັ້ນແຂວງ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນແຂວງ, ເຊີ່ງມັນສະແດງເຖິງຄວາມມຸ້ງໝັ້ນ, ການຕັດສິນໃຈສູງໃນການເພີ່ມທະວີຄວາມຮັບຜິດຊອບ ຕໍ່ການປະ​ຕິບັດໜ້າທີ່ຂອງຕົນຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະ​ນູນ ແລະ ກົດ​ໝາຍ, ກໍ່ຄືພັກ-ລັດມອບໝາຍໃຫ້ ໃນຖານະທີ່ເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດລວມ ຂອງປະຊາຊົນລາວບັນດາເຜົ່າໃນທົ່ວແຂວງ, ພ້ອມຈະເຮັດໜ້າທີ່ອັນສຸດທີ່ມີກຽດ ແລະ ມີຄວາມໝາຍສໍາຄັນ ຕາມການມອບໝາຍຂອງພັກ-ລັດ ແລະ ປະຊາ​ຊົນລາວບັນດາເຜົ່າໃນທົ່ວແຂວງມອບໝາຍໃຫ້. ເພື່ອພ້ອມກັນສຸມໃສ່ແກ້ໄຂ,​ ພິຈາ ລະນາ ແລະ ຮັບຮອງເອົາດ້ານຫຼັກ​ການ ກ່ຽວກັບບົດລາຍງານແຜນພັດທະນາເສດຖະກິດ-ສັງ ຄົມ 5 ປີ ຄັ້ງທີ X (2026-2030).

ກອງປະຊຸມໄດ້ສະແດງຄວາມຊົມ​ເຊີຍ ແລະ ຕີ​ລາຄາສູງ ຕໍ່ຄະນະກຳ​ມະການປົກຄອງແຂວງ, ກໍ່ຄືການນໍາຂັ້ນແຂວງ ທີ່ໄດ້ພ້ອມພາກັນຜ່ານຜ່າ ແລະ ເອົາໃຈໃສ່ນໍາພາ-ຊື້ນໍາ​ ທຸກຂະ​ແໜງການ ໃນການຈັດຕັ້ງປະຕິບັດບັນດາຄາດໝາຍ ທີ່ໄດ້ກຳນົດໃນແຜນ 5 ປີຜ່ານມາ ຢ່າງມີຜົນສໍາເລັດຫຼາຍດ້ານ, ອັນໄດ້ປະກອບສ່ວນເຮັດໃຫ້ເສດ​ຖະກິດທົ່ວແຂວງ ມີສະຖຽນລະພາບດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ການຄຸ້ມຄອງລັດ, ຄຸ້ມ​ຄອງເສດຖະກິດ​-ສັງຄົມດ້ວຍກົດ​ໝາຍ.

ກອງປະຊຸມໄດ້ສະເໜີໃຫ້ຄະນະກຳ​ມະການປົກຄອງແຂວງ ສືບຕໍ່ການເພີ່ມທະວີການນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດບັນດາຄາດ​ໝາຍສູ້ຊົນ, ແຜນວຽກຈຸກສຸມ ແລະ ມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າ ໃຫ້ມີຜົນສໍາເລັດຕາມແຜນການກໍານົດໄວ້ເປັນກ້າວໆ. ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງແຜນການເຄື່ອນ​ໄຫວວຽກງານ 5 ປີ (2026-2030) ຂອງອົງ​ການ​ກວດກາລັດແຂວງ ແລະ ອົງການກວດສອບ ປະຈຳພາກໃຕ້,​ ກອງປະຊຸມສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດໃນໄລຍະຜ່ານມາ ແລະ ເປັນເອກະ​ພາບຕໍ່ທິດທາງ, ແຜນການເຄື່ອນ​ໄຫວຂອງສອງອົງການໃນ 5 ປີ ຕໍ່ໜ້າ,​ ກອງປະຊຸມໄດ້ສະເໜີ 2 ອົງ​ການເອົາໃຈໃສ່ຄົ້ນຄວ້າການສ້າງ, ປັບປຸງກົດໝາຍ ໃນຂົງເຂດຕົນຮັບຜິດຊອບ, ຊຸກຍູ້ການແກ້ໄຂຜົນກວດກາ, ຜົນການກວດສອບ, ເພີ່ມທະວີການກວດກາ ປົກກະຕິ, ກວດກາແຕ່ຫົວທີ່ບັນດາໂຄງການລົງທຶນທີ່ຂື້ນກັບແຂວງຄຸ້ມຄອງ, ເພື່ອບໍ່ໃຫ້ເກີດຄວາມສ່ຽງຈະສ້າງໜີ້ສິນເພີ່ມເຕີ່ມ,​ ຖືເອົາການແກ້ໄຂຜົນການສອບເປັນເງື່ອນໄຂ, ບ່ອນອີງໃນການຕີລາຄາ ແລະ ປະເມີນຜົນໃນການປະຕິບັດໜ້າທີ່ຂອງພະນັກ​ງານ-ລັດຖະກອນ 2 ອົງການ. ນອກນັ້ນ, ຍັງໄດ້ສະເໜີໃຫ້ 2 ອົງການສືບຕໍ່ເພີ່ມທະວີບຳລຸງສ້າງພະນັກງານ​-ລັດຖະກອນ ໃຫ້ມີຄຸນທາດການເມືອງ, ຈັນຍາບັນ-ຈັນຍາທໍາ ແລະ ມີຄວາມ ຊຳນານທາງດ້ານວິຊາສະ​ເພາະ, ເປັນມືອາຊີບ. ເພື່ອສ້າງຄວາມເຊື່ອໝັ້ນ ແລະ ຮັບປະກັນໃຊ້ການປະຕິບັດວຽກງານຂອງ 2 ອົງ​ການ ໃຫ້ມີຄວາມເຂັ້ມແຂງຂຶ້ນເລື້ອຍໆ,​ ພ້ອມທັງຫັນວຽກງານຂອງ 2 ອົງການດັ່ງກ່າວ ໃຫ້ມີຄວາມວ່ອງໄວທັນສະໃໝ, ໂປ່ງໃສ, ທັນເວ ລາ ແລະ ສາມາດຮັບປະກັນຄວາມຖືກຕ້ອງຕາມກົດໝາຍ.

ກອງປະຊຸມໄດ້ພິຈາລະນາ ແລະ ຮັບ​ຮອງແຜນ​ການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງ ອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ, ກອງປະຊຸມໄດ້ເຫັນດີເປັນເອກະພາບຕໍ່ທິດທາງລວມ, ຄາດໝາຍສູ້ຊົນ ແລະ ມາດຕະການຈັດຕັ້ງປະຕິບັດ. ເພື່ອຮັບ​ປະກັນໃນການຈັດຕັ້ງປະຕິບັດແຜນ​ການເຄື່ອນໄຫວໃນ 5 ປີຕໍ່ໜ້າ, ກອງປະຊຸມສະເໜີໃຫ້ ອົງການໄອຍະການປະຊາຊົນແຂວງ ແລະ ສານປະ ຊາຊົນແຂວງ, ສືບຕໍ່ເອົາໃຈໃສ່ການສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ພະ​ນັກງານ-ລັດຖະກອນຂອງຕົນໃຫ້ມີຄຸນນະ​ພາບ, ມີຄວາມເຂັ້ມແຂງ, ມີຄວາມຮູ້, ຄວາມ​ສາມາດ, ມີຄຸນສົມບັດ, ມີຈັນຍາບັນ-ຈັນຍາທໍາ ຂອງພະນັກງານ​-ລັດ​ຖະກອນ ຂອງອົງການໄອຍະການປະຊາຊົນແຂວງ ແລະ ສານປະ​ຊາຊົນແຂວງ ໃຫ້ເປັນມືອາຊີບຢ່າງແທ້ຈິງ.
ກອງປະຊຸມໄດ້ພິຈາລະນາ ແລະ ຮັບ​ຮອງແຜນ​ການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສະພາປະ​ຊາຊົນແຂວງອັດຕະປື, ເພື່ອເປັນບ່ອນອີງພື້ນຖານໃຫ້ແກ່ການເຄື່ອນໄຫວວຽກ​ງານຂອງສະພາປະຊາຊົນແຂວງອັດຕະປື ໃນ 5 ປີຕໍ່ໜ້າ​ ໂດຍໄດກຳນົດ 5 ແຜນງານ 25 ໂຄງ​ການ, ເພື່ອຮັບປະກັນ ແລະ ຍົກສູງຄຸນນະພາບການເຄື່ອນໄຫວວຽກ​ງານ ຂອງສະພາປະຊາຊົນແຂວງ ໃຫ້​ມີປະສິດທິພາບ, ມີປະສິດທິຜົນຂຶ້ນເລື້ອຍໆ,​ ພິຈາລະນາ, ຮັບຮອງເອົາແຜນການສ້າງ ແລະ ປັບປຸງກົດ​ໝາຍ 5 ປີ (2026-203) ຂອງ ສະ​ພາປະຊາຊົນແຂວງອັດຕະປື ຈຳ​ນວນ 7 ສະບັບ. ໃນນັ້ນ, ສ້າງໃໝ່ 6 ສະບັບ (ບໍ່ມີສະ​ບັບການປັບປຸງ), ເຊິ່ງກວມເອົາຂົງເຂດການປົກ​ຄອງ ແລະ ຍຸຕິທໍາ ມີ 1 ສະບັບ, ຂົງເຂດເສດ​ຖະກິດ ມີ 3 ສະບັບ, ຂົງເຂດວັດທະນະທໍາ-ສັງ​ຄົມມີ 2 ສະບັບ ແລະ ຂົງເຂດປ້ອງກັນຊາດ-ປ້ອງ​ກັນຄວາມສະຫງົບມີ 1 ສະບັບ. ເພື່ອຮັບ​ປະກັນການຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍ ໃນຄັ້ງນີ້ຄະນະກຳມະ​ການປົກຄອງແຂວງ ແລະພາກສ່ວນ​ທີ່ກ່ຽວຂ້ອງຕ້ອງເອົາໃຈໃສ່ເປັນເຈົ້າ​ການແຕ່ຫົວທີໃນການສ້າງ ແລະ ປັບ​ປຸງນິຕິກຳໃຕ້ກົດໝາຍທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ, ພ້ອມທັງ ເປັນເຈົ້າການປະສານສົມທົບ ຮ່ວມກັບຄະນະກຳມະການທີ່ກ່ຽວຂ້ອງຂອງສະພາປະຊາຊົນແຂວງ​ ກວດກາຄວາມພ້ອມດ້ານເນື້ອໃນ ຂອງນິຕິກຳໃຕ້ກົດໝາຍ, ສາມາດຮັບປະກັນເຮັດໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ.​ ນອກຈາກການພິຈາລະນາ, ຮັບ​ຮອງເອົາບັນຫາສໍາຄັນຂອງທ້ອງຖິ່ນແລ້ວ.

ຜົນສໍາເລັດຂອງກອງປະຊຸມໃນຄັ້ງນີ້, ຖືເປັນໝາກຜົນແຫ່ງການລວມໝູ່ພາຍໃນອົງການອໍານາດລັດຂັ້ນທ້ອງຖິ່ນຂອງພວກເຮົາ, ກໍ່ຄືການຍົກສູງຄວາມເປັນເຈົ້າການຂອງບັນ​ດາທ່ານ ສະ​ມາຊິກສະພາປະ​ຊາຊົນແຂວງເຂົ້າໃນການຄົ້ນຄວ້າ ແລະຮັບຮອງເອົາແຕ່ລະເນື້ອໃນສໍາຄັນ ທີ່ນໍາມາພິຈາລະນາໃນກອງປະຊຸມຄັ້ງນີ້,​ ບົນພື້ນຖານຍຶດຜົນປະໂຫຍດລວມຂອງປະຊາຊົນລາວບັນດາເຜົ່າໃນທົ່ວແຂວງອັດຕະປື.​

ຂ່າວ: ທິດປະສົງ

ພາບ: ວົງສະໄໝ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa