
ວັນທີ 20 ພະຈິກ 2026, ກອງບັນຊາການທະຫານແຂວງອັດຕະປື ໄດ້ມອບທຶນຊຸກຍູ້ຈຳນວນ 70 ລ້ານກີບ ພ້ອມຈັກສະຕິນ 2 ເຄື່ອງ ໃຫ້ແກ່ກອງບັນຊາການທະຫານເມືອງສະໜາມໄຊ ເພື່ອຊຸກຍູ້ວຽກງານຈັດວາງກຳລັງ ແລະ ການກໍ່ສ້າງ-ບູລະນະສະຖານທີ່ຕາມແຜນການທີ່ກຳນົດໄວ້.
ພິທີມອບ-ຮັບຈັດຂຶ້ນໃນວັນທີ 20 ພະຈິກ 2026 ທີ່ກອງບັນຊາການທະຫານເມືອງສະໜາມໄຊ ໂດຍມີ ສະຫາຍ ພັນໂທ ຄຳສະໄໝ ໄຊຍະສັກ ຫົວໜ້າກອງບັນຊາການທະຫານເມືອງສະໜາມໄຊ, ມີ ສະ ຫາຍ ພັນໂທ ພູຂົງ ຫຼວງທຸມມາລາ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງອັດຕະປື ພ້ອມຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດນີ້, ສະຫາຍ ພັນໂທ ພູຂົງ ຫຼວງທຸມມາລາ ໄດ້ຕາງໜ້າໃຫ້ກອງບັນຊາການທະຫານແຂວງ ມອບທຶນຈຳນວນ 70 ລ້ານກີບ ພ້ອມຈັກສະຕິນ 2 ເຄື່ອງ ໃຫ້ແກ່ກອງບັນຊາການທະ ຫານເມືອງສະໜາມໄຊ ໂດຍມີ ສະຫາຍ ພັນໂທ ຄຳສະໄໝ ໄຊຍະສັກ ເປັນຜູ້ຕາງໜ້າຮັບມອບ. ພ້ອມນີ້, ຄະນະຮັບຜິດຊອບຍັງໄດ້ຮ່ວມກັນຊີ້ແຈງ ແລະ ລາຍງານແຜນຮ່າງການຈັດວາງກຳລັງໃນຂອບເຂດຮັບຜິດ ຊອບ ເພື່ອໃຫ້ການກໍ່ສ້າງ ແລະ ບູລະນະແຕ່ລະຈຸດເປັນໄປຕາມແຜນການ ພ້ອມທັງຍົກສູງປະສິດ ທິພາບໃນການປະຕິບັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.
ໃນຕອນທ້າຍ, ສະຫາຍ ພັນໂທ ຄຳສະໄໝ ໄຊຍະສັກ ໄດ້ສະແດງຄວາມຂອບໃຈຕໍ່ຄະນະພັກ- ຄະ ນະບັນຊາ ກອງບັນຊາການທະຫານແຂວງອັດຕະປື ທີ່ໄດ້ເອົາໃຈໃສ່ຊຸກຍູ້ຊ່ວຍເຫຼືອດ້ານທຶນຮອນ ແລະ ໃຫ້ທິດຊີ້ນຳໃນຄັ້ງນີ້, ພ້ອມຢືນຢັນວ່າ ຈະນຳເອົາທຶນ ແລະ ອຸປະກອນທີ່ໄດ້ຮັບໄປໝູນໃຊ້ໃຫ້ເກີດປະໂຫຍດສູງສຸດ ຕາມແຜນຮ່າງທີ່ວາງໄວ້.
ຂ່າວ: ພອນສຸກ ແວວສີ