
ໃນລະຫວ່າງວັນທີ 17-20 ພະຈິກ 2026 ນີ້, ອົງການກາແດງແຂວງອັດຕະປື ຮ່ວມກັບສູນບໍລິ ຈາກເລືອດແຂວງ ໄດ້ລົງເຄື່ອນໄຫວປຸກລະດົມ ແລະ ເຜີຍແຜ່ຄວາມຮູ້ກ່ຽວກັບການບໍລິຈາກເລືອດ ຢູ່ 3 ໂຮງຮຽນ ປະກອບມີ ໂຮງຮຽນ ມສ ນາງແຮ່ວ ເມືອງພູວົງ, ໂຮງຮຽນ ມສ ສະໜາມໄຊ ເມືອງສະໜາມໄຊ ແລະ ໂຮງຮຽນ ມສ ສົງວັດຫຼວງ ເມືອງສາມັກຄີໄຊ.

ກິດຈະກຳດັ່ງກ່າວ ນຳພາໂດຍ ນາງ ດາວວັງ ນາມສີນາ ຮອງຫົວໜ້າອົງການກາແດງແຂວງ ພ້ອມດ້ວຍທີມງານແພດ-ໝໍ. ໂດຍມີຜູ້ບໍລິຫານໂຮງຮຽນ, ພະສົງສາມະເນນ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມທັງໝົດ 238 ຄົນ, ໃນນັ້ນ ມີພະສົງສາມະເນນ 10 ອົງ.
ໃນໂອກາດນີ້ ທີມງານໄດ້ເຜີຍແຜ່ຄວາມຮູ້ກ່ຽວກັບຄວາມໝາຍ ແລະ ຄວາມສຳຄັນຂອງການບໍລິ ຈາກເລືອດ, ສ່ວນປະກອບຂອງເລືອດ ພ້ອມທັງບົດບາດຂອງການບໍລິຈາກເລືອດໃນການຊ່ວຍເຫຼືອຜູ້ປ່ວຍທີ່ຕ້ອງການເລືອດໃນໂຮງໝໍ. ເນື່ອງຈາກເລືອດບໍ່ສາມາດຜະລິດຂຶ້ນມາແທນໄດ້ ແຕ່ຕ້ອງອາ ໄສການບໍລິຈາກຈາກມະນຸດດ້ວຍກັນເທົ່ານັ້ນ. ພ້ອມນີ້ ຍັງໄດ້ໃຫ້ຄວາມຮູ້ກ່ຽວ ກັບການກວດສຸຂະ ພາບກ່ອນບໍລິຈາກ, ການກວດວິເຄາະເລືອດ ແລະ ການຮັບຮູ້ກຸ່ມເລືອດ ເພື່ອຮັບປະກັນຄວາມປອດໄພ ແລະ ໄດ້ເລືອດທີ່ມີຄຸນນະພາບສຳລັບນຳໄປໃຊ້ປິ່ນປົວຜູ້ປ່ວຍ.

ຜ່ານການປຸກລະດົມ ມີນັກຮຽນຈາກທັງ 3 ໂຮງຮຽນ ສະໝັກໃຈບໍລິຈາກເລືອດ 28 ຄົນ, ພາຍຫຼັງຜ່ານການກວດສຸຂະພາບ ສາມາດບໍລິຈາກເລືອດໄດ້ຈິງ 23 ຖົງ. ກິດຈະກຳຄັ້ງນີ້ ນັບເປັນການປຸກຈິດສຳນຶກໃຫ້ນັກຮຽນ ແລະ ສັງຄົມ ເຫັນເຖິງຄຸນຄ່າຂອງການແບ່ງປັນ ແລະ ການຊ່ວຍເຫຼືອຊີວິດຜູ້ອື່ນຜ່ານການບໍລິຈາກເລືອດ.
ຂ່າວ: ວັດທະນາ